Soft Power ແມ່ນຫຍັງ? ທ່ານຄິດວ່າລາວເຮົາມີ Soft Power ດ້ານໃດແດ່?


ເມື່ອບໍ່ດົນມານີ້ ເຮົາມັກຈະໄດ້ຍິນຄຳວ່າ Soft Power ຜ່ານສື່ສັງຄົມອອນລາຍຕ່າງໆ ເຮັດໃຫ້ເກີດການຕັ້ງຄໍາຖາມວ່າ Soft Power ແມ່ນຫຍັງກັນແທ້? ລາວເຮົາມີ Soft Power ທີ່ສາມາດສະທ້ອນຄຸນຄ່າຂອງປະເທດເຮົາ ຜ່ານມຸມມອງສາຍຕາຄົນຕ່າງປະເທດໄດ້ຫຼືບໍ່? ມື້ນີ້ພວກເຮົາມາຫາຄຳຕອບໄປພ້ອມກັນ.

Soft Power ແມ່ນຫຍັງ?

Soft Power ແມ່ນການໂນ້ມນ້າວດຶງດູດໃຈຜູ້ອື່ນ ດ້ວຍວິທີທີ່ອ່ອນໂຍນ ຫຼື ທາງການທູດ ເຮັດໃຫ້ຜູ້ອື່ນເກີດການຍອມຮັບດ້ວຍຄວາມເຕັມໃຈ ໂດຍບໍ່ໄດ້ມີການບັງຄັບຂູ່ເຂັນ ຫຼື ໃຊ້ກໍາລັງທາງດ້ານການທະຫານ. ແນວຄວາມຄິດນີ້ ແມ່ນມາຈາກນັກທິດສະດີການເມືອງຄົນອາເມຣິກາ ຊື່ວ່າ: Joseph Nye ໂດຍມີຈຸດປະສົງເພື່ອໃຫ້ບັນລຸເປົ້າໝາຍທາງດ້ານເສດຖະກິດ, ພູມສາດ ແລະ ການເມືອງ.

Soft Power ຕ່າງຈາກ Hard Power ຄືແນວໃດ?

Soft Power ແມ່ນກົງກັນຂ້າມກັບ Hard Power ເນື່ອງຈາກວ່າ Hard Power ແມ່ນຈະເນັ້ນເປົ້າໝາຍໄປທີ່ກົນໄກທາງດ້ານພາລະກຳລັງ ເຊັ່ນ: ການໃຊ້ກຳລັງທາງດ້ານການທະຫານ, ການແຂ່ງຂັນທາງດ້ານເສດຖະກິດ-ການຄ້າ ລວມໄປເຖິງການນໍາໃຊ້ມາດຕະການຕັດຂາດທາງດ້ານເສດຖະກິດ ເປັນຕົ້ນ. ເຖິງຢ່າງໃດກໍຕາມ, ໃນແຕ່ລະປະເທດ ອາດມີການນໍາໃຊ້ທັງສອງເຄື່ອງມືໄປຄວບຄູ່ກັນ.

ມີຫຍັງແດ່ທີ່ສາມາດເອີ້ນວ່າ Soft Power?

  1. ການແລກປ່ຽນດ້ານວັດທະນະທຳ: ແມ່ນ Soft Power ທີ່ເກີດຈາກການແລກປ່ຽນ ຫຼື ເຜີຍແຜ່ທາງດ້ານວັດທະນະທຳ ເຊັ່ນ: ຄົນຕ່າງປະເທດທີ່ເດີນທາງໄປທ່ຽວອີກປະເທດອື່ນ ຈະໄປພ້ອມກັບເຜີຍແຜ່ວັດທະນະທຳຜ່ານການແຕ່ງກາຍ, ການສົນທະນາ, ການໃຊ້ພາສາ, ຜ່ານບຸກຄະລິກກະພາບ ທີ່ເປັນເອກະລັກຂອງແຕ່ລະປະເທດທີ່ແຕກຕ່າງກັນ. ໃນທໍານອງດຽວກັນ ເມື່ອເຮົາເດີນທາງໄປຕ່າງປະເທດ ເຮົາກໍມີການນໍາສະເໜີວັດທະນະທໍາຜ່ານລັກສະນະດຽວກັນ.
  2. ການສົ່ງອອກວັດທະນະທຳ: ແມ່ນໝາຍເຖິງການສົ່ງອອກວັດທະນະທຳຜ່ານຕົວກາງໃດໜຶ່ງ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນຈົນກາຍເປັນຄ່ານິຍົມໃນຕ່າງປະເທດຜ່ານຫຼາຍຊ່ອງທາງເຊັ່ນ: ການສົ່ງອອກວັດທະນະທຳຜ່ານຮູບແບບສື່ບັນເທີງຕ່າງໆ (ເພງ, ລະຄອນ, ສາລະຄະດີ ຫຼື ຮູບເງົາຕ່າງໆ); ການສົ່ງອອກວັດທະນະທຳຜ່ານແນວຄິດນະວັດຕະກໍາເຕັກໂນໂລຊີໃໝ່ໆ, ການສົ່ງອອກວັດທະນະທຳຜ່ານກິລາ. ລັກສະນະການສົ່ງອອກວັດທະນະທຳຜ່ານຮູບແບບເຫຼົ່ານີ້ ຈະເຮັດໃຫ້ເກີດການຊຶມຊັບໂດຍອັດຕະໂນມັດ ແລະ ຍັງສາມາດເຮັດໃຫ້ວັດທະນະທຳອີກປະເທດ ເກີດການປ່ຽນແປງໄດ້ເຊັ່ນກັນ.
  3. ການສ້າງແບຣນສິນຄ້າໃຫ້ເປັນເອກະລັກຂອງປະເທດ: ແມ່ນໝາຍເຖິງການສ້າງເອກະລັກຂອງປະເທດ ຜ່ານສິນຄ້າໃດໜຶ່ງ ຍົກຕົວຢ່າງເຊັ່ນ: ເມື່ອນຶກເຖິງຍີ່ຫໍ້ໂທລະສັບຍີ່ຫໍ້ໜຶ່ງ ກໍສາມາດຮູ້ໄດ້ທັນທີວ່າຜະລິດຢູ່ປະເທດໃດ; ເມື່ອນຶກເຖິງຍີ່ຫໍ້ຂອງລົດ ກໍນຶກໄດ້ທັນທີວ່າເປັນແບຣນຂອງປະເທດໃດ. ນອກຈາກນັ້ນ, ຍັງລວມໄປເຖິງລັກສະນະເດັ່ນທີ່ແຝງຢູ່ໃນຕົວຂອງວັດຖຸສິ່ງຂອງ ຫຼື ອາຫານການກິນ ທີ່ເຮັດໃຫ້ເກີດການຈົດຈໍາ ຕົວຢ່າງເຊັ່ນ: ເມື່ອເວົ້າເຖິງສິ້ນລາຍນາກ ຕ່າງປະເທດຈະຮູ້ທັນທີວ່າມີທີ່ມາຈາກ ສປປ ລາວ, ເມື່ອເວົ້າເຖິງອາຫານປະຈໍາຊາດລາວ ຄົນຕ່າງປະເທດຈະຈົດຈໍາໃນບັນດາອາຫານປະເພດລາບ, ແກງໜໍ່ໄມ້, ຕໍາໝາກຫຸ່ງ ນັບທັງປາແດກ.
  4. ການທູດ: ປະເທດທີ່ມີທັກສະເຈລະຈາຕໍ່ລອງສູງ ຈະມີອິດທິພົນຕໍ່ການຕັດສິນໃຈ ແລະ ພຶດຕິກໍາຂອງປະເທດໄດ້ ໂດຍບໍ່ຈໍາເປັນຕ້ອງໃຊ້ອຳນາດທາງການທະຫານ ເຊັ່ນ: ຜ່ານຮູບແບບຂໍ້ຕົກລົງສົນທິສັນຍາຮ່ວມກັນໃດໜຶ່ງ, ການຊ່ວຍເຫຼືອລະຫວ່າງປະເທດ, ການຮ່ວມຈັດກິດຈະກໍາລະດັບນານາຊາດ, ການຄົ້ນຄວ້າວິໄຈຮ່ວມກັນ ເປັນຕົ້ນ.
  5. ການແລກປ່ຽນຈາກການສຶກສາ: ສໍາລັບປະເທດໃດ ທີ່ມີມະຫາວິທະຍາໄລທີ່ມີຊື່ສຽງຕິດອັນດັບຂອງໂລກ ຍ່ອມຈະດຶງດູດໃຫ້ມີນັກຮຽນຈາກຕ່າງປະເທດສົນໃຈໄປຮຽນຕໍ່ ເຊິ່ງຖືໄດ້ວ່າເປັນ Soft Power ອີກຮູບແບບໜຶ່ງເຊັ່ນກັນ.

ລາວເຮົາມີ Soft Power ຫຼືບໍ່?

ຖ້າອີງຕາມລັກສະນະທີ່ໄດ້ກ່າວມາກ່ອນໜ້ານີ້ ຈະເຫັນໄດ້ວ່າ Soft Power ຂອງລາວເຮົາມີມາດົນນານແລ້ວ ແຕ່ອາດຍ້ອນຄວາມເຂົ້າໃຈຕໍ່ຄວາມໝາຍຂອງຄຳວ່າ Soft Power ຍັງບໍ່ຊັດເຈນ, ບໍ່ໄດ້ຖືກປຸກລະດົມຈົນເກີດກະແສໂດ່ງດັງເມື່ອທຽບກັບອີກຫຼາຍປະເທດ ທີ່ມີການສົ່ງເສີມ Soft Power ຢ່າງເອົາຈິງເອົາຈັງ. ຍົກຕົວຢ່າງເຊັ່ນ:  

  • ດ້ານສິລະປະວັດທະນະທຳລາວ: ລາວເຮົາມີຫຼາກຫຼາຍຊົນເຜົ່າທີ່ອຸດົມສົມບູນໄປດ້ວຍວັດທະນະທຳທີ່ມີສະເໜ່ ເປັນເອກະລັກ ຕັ້ງແຕ່ພາກເໜືອຈົນຮອດໃຕ້ ເຊິ່ງສະແດງອອກຜ່ານທາງບົດປະພັນເພງ ແລະ ຂັບລໍາປະຈຳທ້ອງຖິ່ນທີ່ຫຼາກຫຼາຍ,​ ສຳນຽງສຽງປາກເວົ້າ ນັບທັງການນໍາໃຊ້ຄຳສັບທີ່ເປັນພາສາທ້ອງຖິ່ນທີ່ເປັນເອກະລັກ,​ ບົດຟ້ອນທີ່ເປັນເອກະລັກ, ຂະໜົບທຳນຽມປະເພນີເກົ່າແກ່ທີ່ສືບທອດກັນມາແຕ່ບູຮານະການ ເຊິ່ງທັງໝົດເຫຼົ່ານີ້ສາມາດນໍາເອົາມາສ້າງໃຫ້ເປັນກະແສໂດດເດັ່ນ ຈົນກາຍເປັນ Soft Power ຂອງປະເທດໄດ້ເຊັ່ນກັນ.
  • ດ້ານອາຫານການກິນ: ອາຫານທ້ອງຖິ່ນຂອງລາວເຮົາໃນແຕ່ລະແຂວງ ແມ່ນມີຄວາມເປັນເອກະລັກສະເພາະທີ່ໂດດເດັ່ນ ສາມາດນໍາມາເປັນ Soft Power ໄດ້ເຊັ່ນກັນ ຍົກຕົວຢ່າງວ່າ: ຖ້າຢາກສົ່ງເສີມໃຫ້ປາແດກ ກາຍມາເປັນ Soft Power ຂອງລາວ ອາດມີການສົ່ງເສີມໃຫ້ມີຜະລິດຕະພັນສຳເລັດຮູບທີ່ຫຼາກຫຼາຍເຊັ່ນ: ປາແດກແບບຜົງ, ປັບຣົດຊາດສຳລັບຄົນຕ່າງປະເທດ. ພ້ອມນັ້ນ, ສົ່ງເສີມໃຫ້ມີເທສະການປາແດກ ແລະ ມີການປະກວດແຂ່ງຂັນຄົ້ນຄິດອາຫານລາວແບບໃໝ່ທີ່ປຸງແຕ່ງມາຈາກປາແດກເປັນສ່ວນປະກອບ ພ້ອມທັງມີການກະຕຸ້ນຜ່ານສື່ໂຄສະນາ ຫຼື ຜ່ານ Influencer ສົ່ງເສີມຊ່ວຍໃຫ້ຕິດກະແສໄດ້ເຊັ່ນດຽວກັນ.
  • ດ້ານແຟຊັ່ນການແຕ່ງກາຍ: ປັດຈຸບັນຈະເຫັນວ່ານັກທ່ອງທ່ຽວທີ່ເດີນທາງໄປຫຼວງພະບາງ ມັກຈະໃສ່ຊຸດຫຼວງພະບາງ ສິ່ງນີ້ກໍຖືວ່າເປັນໜຶ່ງໃນ Soft Power ເຊັ່ນດຽວກັນ. ນອກນັ້ນ, ອາດສົ່ງເສີມໃຫ້ລາຍນາກ ລວມທັງລາຍລາວອື່ນໆ ປະດິດໃຫ້ເປັນສິນຄ້າໃໝ່ ທີ່ສາມາດສວມໃສ່ໄດ້ທັງຊາຍຍິງ ແລະ ໃສ່ໄດ້ຫຼາກຫຼາຍໂອກາດ ກໍໄດ້ເຊັ່ນດຽວກັນ.

ສະຫຼຸບແລ້ວ Soft Power ຍັງມີຄວາມໝາຍເຖິງການນໍາເອົາເອກະລັກ ຫຼື ພູມປັນຍາເດີມທີ່ມີຢູ່ແລ້ວ ມາປະສົມປະສານແນວຄວາມຄິດສ້າງສັນໃໝ່ ເພື່ອສ້າງໃຫ້ເກີດຕົວຕົນ ຫຼື ພາບລັກໃໝ່ຂອງປະເທດ (National Branding) ຈົນເກີດກະແສການຍອມຮັບຈາກຕ່າງປະເທດ. ທັງນີ້, Soft Power ຍັງມີລັກສະນະຊ່ວຍຮັກສາ ສະຫງວນລິຂະສິດຜະລິດຕະພັນ, ພູມປັນຍາ ຫຼື ຄວາມສາມາດ ຂອງປະເທດໄປໃນຕົວອີກດ້ວຍ. ແລ້ວທ່ານເດ? ຄິດວ່າ Soft Power ຂອງລາວເຮົາ ຍັງມີຫຍັງອີກແດ່?

ແຫຼ່ງຂໍ້ມູນອ້າງອີງ:

http://tinyurl.com/kb2h9ky9

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/