“Siuuuu” ເປັນເຫດ ຊາຍຮ່າງໃຫຍ່ເຮັດທ່າດີໃຈແບບ ໂຣນັລໂດ້ ແຕ່ລົງຜິດທ່າຈົນຕ້ອງເຂົ້າໂຮງໝໍ


ແຟນບານຫຼາຍຄົນຄົງຈະຮູ້ຈັກກັບ ຄຣິສເຕຍໂນ້ ໂຣນັລໂດ້ ຊຸບເປີ້ສະຕາ ຊາວໂປຕຸເກດ ທີ່ຖືໄດ້ວ່າເປັນອີກໜຶ່ງນັກເຕະທີ່ເກັ່ງທີ່ສຸດໄດ້ໂລກ, ໂດດເດັ່ນທັງໃນ ແລະ ນອກສະໜາມ. ອີກໜຶ່ງສັນຍະລັກຂອງ ໂຣນັັລໂດ້ ນອກຈາກ ສາຍາ CR7 ແລ້ວ ຍັງມີທ່າດີໃຈເມື່ອຍິງປະຕູໄດ້ທີ່ເປັນເອກະລັກສະເພາະຕົວ ແລະ ກາຍເປັນທີ່ນິຍົມຂອງແຟນບານນ້ອຍໃຫຍ່ທົ່ວໂລກ. ໂດຍທ່າດີໃຈເມື່ອເຮັດປະຕູໄດ້ຂອງລາວ ແມ່ນແລ່ນໄປມຸມທົງ ແລ້ວໂດດຂຶ້ນໜ້ອຍໜຶ່ງພ້ອມກັບໝຸນຕົວກັບມາແລ້ວຮ້ອງວ່າ ຊູ້!!! “Siuu” ໂດຍທ່ານີ້ກາຍເປັນທີ່ນິຍົມ ແລະ ຖືກຮຽນແບບໄປທົ່ວໂລກ.

ຢ່າງໃດກໍຕາມ, ເມື່ອສະຫຼອງປະຕູດ້ວຍທ່າດີໃຈແບບ Ronaldo ແຕ່ຖ້າລົງນ້ຳໜັກຕອນລົງພື້ນບໍ່ຖືກຈັງຫວະ ກໍມີສິດທີ່ຈະໄດ້ຮັບບາດເຈັບຈົນເຖິງຕ້ອງຖືກຫາມສົ່ງໂຮງໝໍແບບໜຸ່ມຄົນນີ້ເໝືອນກັນ.

ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ການ​ແຂ່ງຂັນ​ເຕະບານ 5-5 ຄົນ​ ໃນກຸ່ມ​ໝູ່​ເພື່ອນ. ໃນຕອນນັ້ນ ມີຜູ້ຫຼິ້ນຄົນໜຶ່ງທີ່ມີນໍ້າໜັກຂ້ອນຂ້າງຫຼາຍ ຈັດການຍິງລູກໂທດເຂົ້າປະຕູໄປ ກ່ອນທີ່ຈະແລ່ນໄປເຮັດທ່າ “SIUU” ແບບ “CR7” ແຕ່ຕອນລົງນ້ຳໜັກ ເກີດຄວາມຜິດພາດ ຈົນເຮັດໃຫ້ລາວໄດ້ຮັບບາດເຈັບທີ່ຂາຊ້າຍ ຈົນໝູ່ຕ້ອງພາລາວໄປສົ່ງທີ່ໂຮງໝໍ.

ເຖິງແມ່ນວ່າມີການບາດເຈັບທີ່ບໍ່ຄາດຄິດ ແຕ່ໜຸ່ມຄົນນີ້ຍັງຍິ້ມ ພ້ອມກັບດື່ມເບຍ ແລະ ກິນພິດຊ້າ ຂະນະທີ່ກຳລັງປິ່ນປົວ ເຊິ່ງຄາດວ່າຈະຫາຍດີເປັນປົກກະຕິໃນໄວໆນີ້. ສ່ວນໃຜທີ່ຢາກເຮັດທ່າດີໃຈແບບ ໂຣນັລໂດ ໃຫ້ລະວັງ ແລະ ລົງນໍ້າໜັກໃຫ້ຖືກຕ້ອງເພື່ອຈະບໍ່ໄດ້ເຈັບຄືໜຸ່ມຄົນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/