Sigiriya ເມືອງບູຮານ ສ້າງຂຶ້ນໃນສະຕະວັດທີ 5 ຕັ້ງຢູ່ພູຫີນສູງຊັນ


ສິກິຣິຍາ (Sigiriya) ຕັ້ງຢູ່ເທິງພູຫີນສູງຊັນ ທ່າມກາງປ່າດົງດິບທີ່ຢູ່ອ້ອມຮອບໃນສີລັງກາ ເປັນທີ່ດຶງດູດສາຍຕາຢ່າງທີ່ເຄີຍເປັນມານັບຕັ້ງແຕ່ການສ້າງຄັ້ງທຳອິດ ໂດຍກະສັດຜູ້ໂຫດຮ້າຍໃນສະຕະວັດທີ 5, ສິກິຣິຍາ ມີຄວາມໝາຍວ່າ: “ຫີນຂອງລາຊະສີ”. ໄດ້ຮັບການແຕ່ງຕັ້ງໃຫ້ເປັນມໍລະດົກໂລກ ຂອງອົງການຢູເນສໂກປີ 1982.

ຫຼັງຈາກການສ້າງແລ້ວ ກໍໄດ້ຖືກປ່າກວມເອົາຈົນກົມກືນກັບປ່າ ແລະ ເປັນທີ່ຄຸ້ນເຄີຍຂອງປະຊາຊົນບໍລິເວນນັ້ນ ສ່ວນບຸກຄົນພາຍນອກຕ້ອງໃຊ້ຂໍ້ມູນ ທີ່ບັນທຶກຢູ່ໃນຈາລຶກຂອງພຸດທະສາສະໜາ ເພື່ອຄົ້ນຫາສະຖານທີ່ແຫ່ງນີ້. ຈົນໃນທີ່ສຸດ ນັກປະຫວັດສາດອັງກິດ ໄດ້ຄົ້ນພົບອາຄານ ແລະ ຈິດຕະກຳເທິງພູຫີນອັນສູງຊັນແຫ່ງນີ້ ໃນສະຕະວັດທີ 19.

ຈິດຕະກຳຝາຂອງຖ້ຳອັນມະຫັດສະຈັນ: ໃນປີ 1851 ນັກປີນພູຊາວອັງກິດ ໄປຂຶ້ນໄປເຖິງຍອດໄດ້ໃນທີ່ສຸດ, ແຕ່ງານສຳຫຼວດທີ່ແຫ່ງນີ້ເປັນໜ້າທີ່ຂອງ ແຮລີ້ ຊີພີ ເບວ (Harry C.P Bell) ກຳມາທິການດ້ານບູຮານຄະດີແຫ່ງຊີລອນ ການສຳຫຼວດຂອງເຂົາໃນທ້າຍສະຕະວັດທີ 19 ໄດ້ເປັນຮາກຖານຂອງການສຶກສາແຫ່ງນີ້ໃນເວລາຕໍ່ມາ.

ນັກບູຮານຄົນນີ້ ໄດ້ສືບຫາແຜນຜັງຂອງເມືອງອັດສະຈັນຂອງພະເຈົ້າກາໄຊພະຢ່າງພາກພຽນ ແລະ ລົງລາຍລະອຽດການແກະສະລັກອັນງົດງາມໃນທີ່ແຫ່ງນີ້. ນອກເໜືອຈາກສວນນ້ຳ ທີ່ຕົກແຕ່ງຢ່າງວິຈິດທີ່ດ້ານລຸ່ມຂອງພູຫີນສູງ ການສຳຫຼວດຂອງ ແຮລີ້ ຊີພີ ເບວ ໄດ້ພົບກັບຮູບພາບແຕ້ມບູຮານເທິງໜ້າຜາແຫ່ງນີ້, ສິກິຣິຍາ ມີການຕົບແຕ່ງດ້ວຍຈິດຕະກຳທີ່ໄດ້ກາຍມາເປັນສ່ວນໜຶ່ງ ຂອງມໍລະດົກທາງສີລະປະທີ່ມີຄຸນຄ່າຂອງສີລັງກາ, ມີພາບຈິດຕະກຳ 21 ພາບ ທີ່ສະແດງເຖິງເລື່ອງນາງອັບສອນ ຄືນາງຟ້າທີ່ເປັນນາງລຳເທິງສະຫວັນ.

ບໍ່ໄກຈາກພາບແຕ້ມບູຮານ ຈະມີພາບເທິງຝາຫີນເປັນຮູບພຣະ ແລະ ຜູ້ສະແຫວງບຸນທີ່ມາທີ່ແຫ່ງນີ້ ໃນສະຕະວັດທີ 8 ເຖິງ ສະຕະວັດທີ 13 ແລະ ມີຂໍ້ຄວາມຈາກອະດີດ ທີ່ອາດເຮັດໃຫ້ຜູ້ທີ່ມາຊົມໃນຍຸກສະໄໝນີ້ ຕ້ອງຕົກຕະລຶງໃຫ້ກັບສິກິຣິຍາ ເຊິ່ງເປັນສະຖານທີ່ດັ່ງກ່າວນີ້ເອງ.

ຂອບໃຈຂໍ້ມູນຈາກ: https://bit.ly/3tRd10C

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/