ຫຼາຍຄົນຄົງຮູ້ຈັກດີກັບຊາຍຄົນນີ້ ເພາະເປັນນັກເຕະລະດັບໂລກ ຄວາມສາມາດການເຕະລະດັບເທບ ສ້າງສະຖິຕິຈົນນັບບໍ່ໄດ້, ປັດຈຸບັນ ມີຜູ້ຕິດຕາມທາງ Instagram ຫຼື IG ທະລຸ 600 ລ້ານບັນຊີ.
ຜູ້ຕິດຕາມຫຼາຍແບບນີ້ ຍິ່ງເພີ່ມຄວາມລວຍເຂົ້າໄປຕື່ມອີກ ເລື່ອງພຣີເຊັນເຕີ ບໍ່ຢາກຈະບັນຍາຍ ໂພສໜຶ່ງໄດ້ເຮືອນເປັນຫຼັງເລີຍກໍວ່າໄດ້. ເລື່ອງຄ່າຕົວອາຊີບນັກເຕະ ຍິ່ງບໍ່ທຳມະດາ. ເມື່ອບໍ່ດົນມານີ້ ກໍໄດ້ສ້າງຕຳນານມາອີກ ສາມາດນຳພາທີມຄວ້າແຊ້ມທຳອິດໄດ້ໃນທະວີບອາຊີ (ຊາອຸດີອາຣະເບຍ) ແຊ້ມ King Salman Club Cup ຊ່ວຍທີມ Al-Nassr ຊະນະ Al-Hilal ໄປ 2-1.

ດັ່ງນັ້ນ, ຍິ່ງມີຜູ້ຕິດຕາມເພີ່ມຂຶ້ນແບບໄວວາ ແລະ ຕະຫຼອດທີ່ຜ່ານມາ ກໍມີຜູ້ຕິດຕາມເພີ່ມຂຶ້ນແບບບໍ່ຂາດສາຍສະເໝີ ໂດຍສະເພາະໄລຍະມາຢູ່ທີມ Manchester United ກະແສມີທັງດີ ແລະ ບໍ່ດີປະປົນກັນໄປ ເຊິ່ງສາມາດເພີ່ມຍອດຜູ້ຕິດຕາມຂຶ້ນໄປອີກ.
Ronaldo ກັບຕັນທີມຊາດໂປຕຸເກດ ອາຍຸ 38 ປີ ສືບຕໍ່ສ້າງຜົນງານດີຕໍ່ເນື່ອງ ຫຼ້າສຸດຍິງສອງປະຕູ ຊ່ວຍຕົ້ນສັງກັດ ອາວ ນາສເຊີ ທີມດັງຈາກຊາອຸດີອາຣະເບຍ ທີ່ເຫຼືອຜູ້ຫຼິ້ນ 10 ຄົນ ແຊງຊະນະ ອາວ ຮີລານ ເພື່ອນຮ່ວມລີກ ອະດີດແຊ້ມລາຍການນີ້ 2 ສະໄໝ ແບບຫວຸດວິດ 2-1 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 1-1.
CR7 ຍິງ 5 ນັດຕິດຕໍ່ກັນ ພາທີມສ້າງປະຫວັດສາດຄວ້າແຊ້ມ Arab Club Champions Cup 2023 ຄັ້ງທຳອິດ ແລະ ເປັນທຳອິດຂອງ ໂດ້ ກັບ ອາວ ນາສເຊີ ພ້ອມຄວ້າຕຳແໜ່ງດາວສູງສຸດລາຍການນີ້ ຍິງໄດ້ 6 ປະຕູ.

ຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/