Quentin Tarantino ໃຫ້ຄຳສາບານວ່າຈະບໍ່ແບ່ງເງິນໃຫ້ແມ່ທີ່ດູຖູກການຢາກເປັນນັກຂຽນຂອງຕົນເອງ


Quentin Tarantino ຜູ້ກຳກັບດັງທີ່ໄດ້ປະສົບຄວາມສຳເລັດຈາກຮູບເງົາຫຼາຍເລື່ອງເຊັ່ນ: Django Unchained, Inglorious Basterds ແລະຄ່າຕົວສູງເຖິງ 120 ລ້ານໂດລາສະຫະລັດ ແຕ່ລາວໄດ້ສາບານວ່າຈະບໍ່ແບ່ງເງິນໃຫ້ແມ່ຕົນເອງເລີຍ.

ລາວໄດ້ໃຫ້ຂໍ້ມູນເລື່ອງລາວນີ້ໃນລາຍການ “The Moment” ຂອງພອດແຄສ (podcast) ວ່າສະໄໝທີ່ລາວອາຍຸ 12 ປີ,​ ອາຈານໄດ້ໃຫ້ນັກຮຽນສົ່ງວຽກບ້ານເປັນການຂຽນບົດຄວາມ ແຕ່ວຽກບ້ານຂອງ Quentin ນັ້ນກັບເປັນໃນຮູບແບບບົດຮູບເງົາ ຫຼືເອີ້ນວ່າ Screenwriting. ອາຈານໄດ້ເບິ່ງວ່າຜົນງານຂອງ Quentin ນີ້ ເປັນການຕໍ່ຕ້ານອາຈານ ຈຶ່ງໄດ້ສົ່ງວຽກບ້ານຄືນແລະຕິດຕໍ່ແມ່ຂອງລາວ. ພາຍຫຼັງທີ່ຮັບຮູ້, ແມ່ຂອງຜູ້ກຳກັບດັງກໍໄດ້ໃຊ້ຄຳເວົ້າສຽດສີດູຖູກວຽກບ້ານຂອງລາວ ພ້ອມທັງບອກວ່າການຂຽນຂອງລາວມັນຈົບລົງແລ້ວ.

ຕັ້ງແຕ່ນັ້ນມາ, Quentin ຈຶ່ງສາບານວ່າ ເມື່ອຕົນເອງໄດ້ເປັນນັກຂຽນບົດທີ່ປະສົບຜົນສຳເລັດແລ້ວ, ຈະບໍ່ແບ່ງເງິນຈາກການຂຽນບົດໃຫ້ແມ່ເລີຍ. ພ້ອມທັງຍັງບອກວ່າຈະບໍ່ມີເຮືອນ ຫຼື ລົດ Elvis Cadillac ແພງໆ,​ ແມ່ຂອງລາວຈະບໍ່ໄດ້ຫຍັງເລີຍ. ແຕ່ລາວກໍໄດ້ຜິດສັນຍາໂດຍການຊ່ວຍເຫຼືອໃນຄ່າໃຊ້ຈ່າຍເລື່ອງພາສີໃຫ້ກັບແມ່.

Quentin ໄດ້ເສີມອີກວ່າ “ສິ່ງທີ່ເຈົ້າເວົ້າມັນມີຜົນກະທົບອື່ນຕາມຫຼັງມາສະເໝີ ໃຫ້ຈື່ໄວ້ວ່າມັນຈະມີຜົນຕາມມາຈາກການໃຊ້ນຳ້ສຽງສຽດສີຕໍ່ສິ່ງທີ່ມີຄວາມໝາຍກັບລູກຂອງເຈົ້າ”

ຜູ້ກຳກັບດັງ ຍັງໄດ້ຝາກຜົນງານນິຍາຍຂອງລາວ “Once Upon a Time in Hollywood” ທີ່ຖືກດັດແປງຈາກຮູບເງົາທີ່ລາວໄດ້ເປັນຄົນຂຽນບົດ ແລະໂດ່ງດັງມາກ່ອນນຳອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/