PORTAL ສີລະປະຈາກກ້ອງ 2 ທາງ ສະແດງພາບຈາກອີກມຸມໂລກ ປຽບດັ່ງປະຕູຕ່າງມິຕິທີ່ມີຢູ່ຈິງ!!!


ໃນຮູບເງົາເຮົາອາດຈະເຄີຍເຫັນປະຕູມິຕິທະລຸໄປອີກຟາກ ເຊິ່ງກໍໜ້າອັດສະຈັນຢູ່ບໍ່ໜ້ອຍ ເຄີຍຄິດບໍ່ວ່າປະຕູມິຕິແບບນັ້ນຖ້າມີແທ້ຈະເປັນແນວໃດ. ໃນມື້ນີ້ ເມືອງວິລນຽສ ປະເທດລິທົວເນຍ ໄດ້ມີຜົນງານສີລະປະທີ່ຊື່ວ່າ PORTAL ເປັນສີລະປະຈາກກ້ອງສອງທາງ ມີລັກສະນະເປັນວົງມົນ ແລະ ສະແດງພາບສົດຂອງອີກເມືອງໃນປະເທດໂປແລນທີ່ຢູ່ຫ່າງອອກໄປເຖິງ 600 ກິໂລແມັດ ປຽບດັ່ງປະຕູມິຕິທີ່ສາຍພາບຂອງໂລກຄູ່ຂະໜານ.

ສີລະປະດັ່ງກ່າວ ກໍຄ້າຍກັບຄົນທັງສອງຝັ່ງກຳລັງວີດີໂອຄອລກັນຢູ່ຕະຫຼອດ ຄົນທັງສອງຟາກສາມາດທັກທາຍ ປະຕິສຳພັນກັນໄດ້ຕະຫຼອດເວລາ.

ທາງຜູ້ອອກແບບໂຄງການນີ້ບອກວ່າ ຕົນເອງໄດ້ອ້າງອີງຈາກ “ກົງລໍ້ແຫ່ງການເວລາ” ແລະ ຍັງມີແຮງບັນດານໃຈມາຈາກສັນຍະລັກບາງຢ່າງທີ່ຮູ້ກັນໃນວົງການໄຊໄຟ ເຊິ່ງຄາດວ່າຈະເປັນ Star Gate. ໂຄງການດັ່ງກ່າວ ເປັນການຮ່ວມມືຂອງມູນນິທິສະໜັບສະໜູນຄວາມສ້າງສັນ Benediktas Gylys Foundation ເມືອງວິລນຽສປະເທດລິທົວເນຍ ກັບເມືອງລັບລິນໃນປະເທດໂປແລນ ຮ່ວມກັບສູນສີລະປະວັດທະນະທຳ Crossroads Centre for Intercultural Creative Initiatives ອອກແບບໂດຍ Vilnius Gediminas Technical University ໃຊ້ເວລາໃນການອອກແບບດົນເຖິງ 5 ປີ.

ປະທານຂອງມູນນິທິ Benediktas Gylys ຜູ້ທີ່ເປັນເຈົ້າຂອງແນວຄວາມຄິດ ລະບຸໄວ້ວ່າ ສ້າງຂຶ້ນເພື່ອລົດຄວາມແຕກແຍກໃນບັນດາມວນມະນຸດທີ່ເກີດຈາກມຸມມອງຂອງມະນຸດເອງທີ່ບໍ່ເປີດກວ້າງ, ເຊິ່ງອາດມີສາເຫດມາຈາກການແບ່ງກັ້ນເຂດແດນລະຫວ່າງປະເທດ ແລະ ຕ້ອງການໃຫ້ໂຄງການນີ້ເປັນຂົວເຊື່ອມໃຫ້ມະນຸດກ້າວຜ່ານອະຄະຕິ ແລະ ສິ່ງບໍ່ດີໃນອະດີດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/