Pokemon Unite ຫຼື Pokemon MOBA 5v5 ທີ່ກຳລັງຈະເປີດໃໝ່ໃນເດືອນກັນຍານີ້ ຫຼັງຈາກມີການປະກາດພັດທະນາມາເກມເປັນເວລາ 1ປີເຕັມໆ ໂດຍຈະເປີດບໍລິການໃນ Android ແລະ iOS, ພ້ອມນັ້ນຍັງສາມາດຫຼິ້ນກັບຜູ້ຫຼິ້ນຝັ່ງ Nintendo Switch ໄດ້ອີກພ້ອມ.
Pokemon Unite ຂຶ້ນຊື່ວ່າເປັນ Pokemon MOBA ແຕ່ກໍມີຮູບແບບການຫຼິ້ນຕ່າງຈາກເກມ MOBA ອື່ນໆເຊັ່ນ: Mobile Legends, ROV ຫຼື Wild Rift ທີ່ຈະຕັດສິນຜົນຊະນະກັນທີ່ການທຳລາຍປ້ອມຂອງອີກຝ່າຍ. ແຕ່ Pokemon Unite ຈະເປັນການເກັບຄະແນນໃຫ້ທີມຫຼາຍທີ່ສຸດຈາກເວລາທີ່ກຳນົດຈຶ່ງຈະເປັນສິ່ງຕັດສິນການຊະນະ ແລະ ການເກັບຄະແນນແມ່ນຈະສາມາດເກັບໄດ້ຈາກການຟາມຄີບປ່າ, ການກຳຈັດອີກຝ່າຍ, ການ Dunk Pokeball ແລະ ການຍຶດພື້ນທີ່ຕ່າງໆ.
Pokemon Unite ຈະມີພຽງແຕ່ສອງເລນ, ປ້ອມບໍ່ສາມາດຕີຊ່ວຍເຮົາໄດ້ ແຕ່ຈະຊ່ວຍເລື່ອງການເພີ່ມເລືອດ ແລະ ເພີ່ມເກາະ, ບໍ່ມີຄີບຝ່າຍສັດຕູ ຫຼື ຝ່າຍຕົນເອງໃດໆ ຈະມີພຽງແຕ່ຄີບປ່າທີ່ຈະສຸ່ມເກີດຕາມແຜນທີ່. ເມື່ອກຳຈັດຄີບປ່າໄດ້ມັນກໍຈະຖິ້ມໜ່ວຍແກ້ວທີ່ເຮົາສາມາດໃຊ້ Pokeball ເກັບ ແລະ ກໍເປັນໜ່ວຍແກ້ວທີ່ເຮົາຈະເອົາໄປເພີ່ມຄະແນນໃຫ້ກັບທີມ ໂດຍການນຳເອົາ Pokeball ໄປທີ່ປ້ອມຂອງອີກຝ່າຍເພື່ອ Dunk ຍຶດເອົາພື້ນທີ່ນັ້ນເອງ.

Pokemon Unite ແບ່ງອອກເປັນ 5 ຕຳແໜ່ງເຊັ່ນ: Supporter, Defender, Attacker, All-Rounder ແລະ Speedster. ນອກຈາກນີ້ຕົວລະຄອນ ຫຼື Pokemon ໃນເກມກໍມີຫຼາຍຕົວເຊັ່ນກັນ. ຕາມສະບັບໃນອານິເມະ Pokemon ແຕ່ລະຕົວມີຄວາມສາມາດພິເສດແຕກຕ່າງກັນບໍ່ວ່າຈະເປັນຮູບແບບການຕີ, Passive, Skill ແລະ Unite Move.
Skill ຂອງຕົວລະຄອນຈະສາມາດອັບໄດ້ສອງແບບເມື່ອຮອດເວລາທີ່ກຳນົດ ແລະ Pokemon ສາມາດວິວັດທະນາການໄດ້ ໂດຍເມື່ອເຂົ້າເກມມາກໍຈະເປັນຮ່າງທຳອິດ, ເມື່ອຮອດ Level 5 ກໍວິວັດທະນາການເປັນຮ່າງທີສອງ, ເມື່ອຮອດ Level 7 ເປັນຮ່າງທີສາມ ບາງຕົວລະຄອນກໍວິວັດທະນາການເມື່ອຮອດ Level ອື່ນ. ໄອເທມກໍແບ່ງອອກເປັນ 2 ແບບຄື: ໄອເທມທີ່ສາມາດກົດໃຊ້ ແລະ ໄອເທມຕິດຕົວ.
ທີ່ມາ: https://bit.ly/3CXa2tl
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/