ເອົາໃຈສາຍແຟຊັ່ນ ແລະ ຮັກໂລກໄປພ້ອມໆກັນ ເມື່ອ Plastic Oceanic ໄດ້ເປີດຕົວເຄື່ອງປະດັບຄໍເລັກຊັນໃໝ່ ທີ່ເຮັດມາຈາກຂີ້ເຫຍື້ອພລາສຕິກໃນທະເລ!!!

ແນວຄວາມຄິດດັ່ງກ່າວເປັນຂອງ Dan Edward ຜູ້ທີ່ເປັນຄົນກໍ່ຕັ້ງ Plastic Oceanic ເປັນທັງນັກ surf ແລະ ນັກດຳນ້ຳ ທີ່ໄດ້ເກັບຂີ້ເຫຍື້ອພລາສຕິກມາຈາກທະເລ ແລ້ວປ່ຽນໃຫ້ມັນເປັນສິ່ງຂອງທີ່ມີຄ່າອີກຄັ້ງ.
ເຄື່ອງປະດັບທີ່ Dan Edward ໄດ້ເຮັດອອກມານັ້ນມີຫຼາກຫຼາຍ ຕັ້ງແຕ່ເຄື່ອງປະດັບທີ່ເປັນຕຸ້ມຫູ, ຈີ້ສາຍຄໍ, ຈານຮອງແກ້ວ, ຖາດ ແລະ ປ້າຍຕ່າງໆອີກຫຼາຍ.


ເຄື່ອງປະດັບທີ່ຂາຍໄດ້ Plastic Oceanic ຈະແບ່ງໄປສະໜັບສະໜູນໂຄງການປອດຂີ້ເຫຍື້ອພລາສຕິກທ້ອງຖິ່ນທີ່ເຮັດວຽກຜ່ານ CIC ເພື່ອໃຫ້ປະຊາຊົນໄດ້ຄຳນຶງເຖິງບັນຫາຂີ້ເຫຍື້ອພລາສຕິກ.
ເປັນການຣີໄຊເຄິນຂີ້ເຫຍື້ອພລາສຕິກທະເລໃຫ້ກັບມາມີມູນຄ່າ ແລະ ທີ່ສຳຄັນຍັງງາມຖືກໃຈສາວໆອີກດ້ວຍ, ດັ່ງທີ່ເຮົາຮູ້ ວ່າໃນປັດຈຸບັນ ບັນຫາຂີ້ເຫຍື້ອທີ່ຖືກປ່ອຍລົງທະເລນັ້ນແມ່ນມະຫາສານ ເຊິ່ງຫຼາຍພາກສ່ວນກໍກຳລັງເລັ່ງແກ້ໄຂຢູ່, ສິ່ງທີ່ plastic Oceanic ເຮັດນັ້ນ ຖືວ່າສ້າງວິກິດໃຫ້ເປັນໂອກາດ ແລະ ຍັງເປັນການລົດປະລິມານຂີ້ເຫຍື້ອໃນທະເລລົງອີກດ້ວຍ.







ຂອບໃຈຂໍ້ມູນຈາກ:
https://www.facebook.com/plasticoceanic/