Pica ໂຣກແປກທີ່ຜູ້ປ່ວຍມັກກິນທຸກຢ່າງ ຍົກເວັ້ນອາຫານ


ທ່ານເຄີຍຮູ້ສຶກຢາກກິນ ຫຼື ກິນຫຍັງທີ່ບໍ່ເເມ່ນອາຫານບໍ່? ໃນຕອນທີ່ຍັງນ້ອຍ ຫຼາຍໆຄົນອາດມີປະສົບການ ຫຼື ອາດຈະເຫັນໝູ່ກິນສິ່ງຂອງທີ່ບໍ່ໜ້າຈະກິນໄດ້ເຊັ່ນ: ຢາງລຶບ, ຢາຖູເເຂ້ວ, ເຈ້ຍ ເເລະ ອື່ນໆ ເຊິ່ງສ່ວນໃຫຍ່ອາດຈະພຽງເເຕ່ຢາກຮູ້ຢາກລອງເທົ່ານັ້ນ ເເຕ່ພໍໄດ້ຊິມຣົດຊາດ ເເລະ ຮັບຮູ້ເຖິງຜົນເສຍເເລ້ວກໍຈະຢຸດໃນທັນທີ.

ແຕ່ Pica ນັ້ນຕ່າງອອກໄປ, Pica ຫຼື ໂຣກທີ່ມັກກິນຂອງເເປກທີ່ບໍ່ເເມ່ນອາຫານນັ້ນ ຈັດຢູ່ໃນກຸ່ມອາການທາງຈິດ ເຊິ່ງອະທິບາຍເຖິງພຶດຕິກຳທີ່ຄົນໆໜຶ່ງຮູ້ສຶກຢາກກິນ “ສິ່ງຂອງທີ່ບໍ່ແມ່ນອາຫານ” ໂດຍບໍ່ສາມາດຄວບຄຸມຕົນເອງໄດ້.

ໂຣກ Pica ນັ້ນເກີດຂຶ້ນໄດ້ໃນທຸກເພດທຸກໄວ, ເເຕ່ຈະພົບເຫັນຫຼາຍໃນເດັກນ້ອຍ ເເລະ ມັກຈະພົບເຫັນຄວາມຜິດປົກກະຕິທາງສະຕິປັນຍາຮ່ວມນຳ. ຜູ້ທີ່ເປັນ Pica ມັກຈະຢາກກິນຂອງເເປກໆທີ່ບໍ່ເເມ່ນອາຫານເຊັ່ນ: ນ້ຳກ້ອນ, ເປືອກໄຂ່, ສໍຂາວ, ຖ່ານ, ຂີ້ເທົ່າ, ຂີ້ຕົມ, ດິນ, ຫີນ, ທຽນ, ເສັ້ນຜົມ, ເເຟັບ, ເຈ້ຍ, ອາຫານສັດ, ສີທີ່ລອກອອກຕາມຝາ ເເລະ ອື່ນໆ. ຜູ້ປ່ວຍທຸກໆຄົນທີ່ເປັນໂຣກ Pica ຈະມີຄວາມຢາກກິນຂອງເເປກໆທີ່ແຕກຕ່າງກັນ.

ໃນປັດຈຸບັນ, ເເພດ ແລະ ນັກວິທະຍາສາດຍັງບໍ່ສາມາດກໍານົດສາເຫດທີ່ແນ່ນອນຂອງໂຣກນີ້ໄດ້, ແຕ່ຂໍ້ມູນເບື້ອງຕົ້ນຊີ້ໃຫ້ເຫັນວ່າປັດໄຈຕໍ່ໄປນີ້ແມ່ນເອື້ອອໍານວຍໃຫ້ແກ່ການເກີດຄວາມຢາກອາຫານທີ່ແປກປະຫຼາດນີ້ໄດ້ຄື:

  • ພາວະສຸຂະພາບເຊັ່ນ: ການຂາດສານອາຫານ ເເລະ ເເຮ່ທາດ, ຜູ້ປ່ວຍໂຣກເລືອດຈາງຊະນິດດຽວ (Sickle cell anemia), ຜູ້ປ່ວຍ Autistic ຫຼື ກຸ່ມອາການ Autism Syndrome.
  • ມີບັນຫາດ້ານສຸຂະພາບຈິດ
  • ວັດທະນະທຳໃນການກິນຂອງເເປກ, ສະພາບເເວດລ້ອມທີ່ຂາດແຄນຈົນເຮັດໃຫ້ການກິນຂອງທີ່ບໍ່ເເມ່ນອາຫານນັ້ນເປັນເລື່ອງປົກກະຕິ ເເລະ ການປ່ອຍປະລະເລີຍໃນການລ້ຽງດູເດັກທີ່ບໍ່ທັນຮູ້ຫຍັງ

ຜົນກະທົບຈາກການກິນຂອງທີ່ບໍ່ເເມ່ນອາຫານເຂົ້າໄປນັ້ນອາດຈະສົ່ງຜົນເສຍຕໍ່ຮ່າງກາຍ ເເລະ ຖ້າກິນມັນຫຼາຍເກີນໄປກໍອາດຈະກໍໃຫ້ເກີດໂຣກທີ່ເປັນອັນຕະລາຍເຊັ່ນ:

  • ຖອກທ້ອງ, ປວດຮາກ, ລຳໄສ້ມີການອຸດຕັນ, ມີການຕິດເຊື້ອໃນລຳໄສ້ ເເລະ ທໍ່ສົ່ງອາຫານ
  • ເລືອດຈາງຈາກການມີເລືອດອອກໃນທໍ່ສົ່ງອາຫານ
  • ວິນຫົວ, ອ່ອນເພຍ, ເປັນຕະຄິວຈາກພາວະຂາດສານອາຫານ ເເລະ ເເຮ່ທາດ
  • ເປັນໂຣກກ່ຽວກັບຊ່ອງປາກ, ເເຂ້ວເເຕກ ເເລະ ຫັກ
  • ເປັນໂຣກຫົວໃຈ
  • ສານພິດຈາກສານຕະກົ່ວ ແລະ ສານອື່ນໆສາມາດເຮັດໃຫ້ພິການ ແລະ ເສຍຊີວິດໄດ້.

ນອກຈາກນີ້, ພຶດຕິກຳການກິນອາຫານທີ່ຜິດປົກກະຕິມັກຈະເຮັດໃຫ້ຄົນປ່ວຍມີຄວາມຮູ້ສຶກຜິດ ແລະ ມີຄວາມລະອາຍຕໍ່ຕົນເອງ ເພາະ​ບໍ່​ສາມາດ​ຫ້າມໃຈ​ຕົນເອງ​ຈາກ​ການ​ກິນ​ສິ່ງ​ເຫຼົ່າ​ນັ້ນໄດ້ ເຊິ່ງອາດນໍາໄປສູ່ບັນຫາທາງຈິດໃຈ

ຫາກທ່ານກຳລັງປະສົບກັບຄວາມຢາກກິນອາຫານທີ່ບໍ່ແມ່ນອາຫານ ຫຼື ແມ່ນແຕ່ກິນເຂົ້າໄປເເລ້ວກໍຕາມ, ຄວນໄປພົບແພດເພື່ອກວດຫາສາເຫດ ແລະ ວາງແຜນການປິ່ນປົວໂດຍສະເພາະ, ໂຣກ Pica ສາມາດປິ່ນປົວ ເເລະ ບັນເທົາໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/