Omicron ຮຸນແຮງບໍ່ໜ້ອຍກວ່າເດລຕ້າ ພ້ອມສ່ຽງກັບມາຕິດໃໝ່ສູງກວ່າ 5.4 ເທົ່າ ແລະສົ່ງຜົນໃຫ້ປະລິມານການເຄື່ອນທີ່ຂອງອະສຸຈິລົດລົງ


ເມື່ອວັນທີ 20 ທີ່ຜ່ານມາ ໄດ້ມີລາຍງານຜົນການວິໄຈໃນການສຶກສາເຊື້ອ Covid-19 ສະບັບຫຼ້າສຸດທີ່ສະຫະລາຊະອານາຈັກອອກມາວ່າ ສາຍພັນໂອໄມຄຣອນບໍ່ໄດ້ເຮັດໃຫ້ຮຸນແຮງໜ້ອຍລົງກວ່າເຊື້ອໂຄວິດອື່ນໆ ໂດຍສະເພາະເດລຕ້າ. 

ນັກວິໄຈຈາກວິທະຍາໄລ Imperial College London ໄດ້ນຳອາສາສະໝັກ 11,329 ຄົນທີ່ໄດ້ຢືນຢັນ ຫຼື ເປັນໄປໄດ້ວ່າຈະມີເຊື້ອໂອໄມຄຣອນ ມາປຽບທຽບກັບ ຜູ້ທີ່ຕິດເຊື້ອໂຄວິດສາຍພັນອື່ນເກືອບ 200,000 ຄົນ. ຈົນຮອດປັດຈຸບັນ ແມ່ນໄດ້ສະແດງໃຫ້ເຫັນວ່າບໍ່ມີຫຼັກຖານຫຍັງທີ່ຈະເຮັດໃຫ້ເຊື້ອໂອໄມຄຣອນມີຄວາມຮຸນແຮງໜ້ອຍກວ່າເຊື້ອເດລຕ້າ, ຜ່ານການປຽບທຽບທັງຈຳນວນຂອງຜູ້ທີ່ກວດພົບເຊື້ອແລ້ວມີອາການ ຫຼື ຈຳນວນຂອງກໍລະນີທີ່ຕ້ອງໄດ້ເຂົ້າຮັບການປິ່ນປົວໃນໂຮງໝໍ. ນອກຈາກນີ້, ຄວາມເປັນໄປໄດ້ທີ່ຈະກັບມາຕິດເຊື້ອໂອໄມຄຣອນອີກຮອບຫຼັງຈາກປິ່ນປົວຫາຍດີແລ້ວແມ່ນສູງກວ່າຈະຕິດເຊື້ອຈາກເດລຕ້າ ເຖິງ 5.4 ເທົ່າ.

ການໄດ້ຮັບການປ້ອງກັນດ້ວຍວັກຊີນຈາກການຕິດເຊື້ອໂອໄມຄຣອນນັ້ນ ເມື່ອໄດ້ຮັບວັກຊີນກາຍ 6 ເດືອນລົງໄປກໍຈະລົດປະສິດທິພາບລົງຕ່ຳເຖິງ 19%. ສຳລັບວັກຊີນໃນສະຫະລາຊະອານາຈັກ, ຜູ້ທີ່ໄດ້ສັກວັກຊີນຄົບ 2 ເຂັມ ຈະມີປະສິດທິພາບປ້ອງກັນການຕິດເຊື້ອດັ່ງກ່າວຈາກ 0 – 20% ແລະ ຫຼັງຈາກຮັບວັກຊີນເຂັມ 3 ຈະເພີ່ມປະສິດທິພາບຂຶ້ນຢູ່ລະຫວ່າງ 55% – 80%

ນອກຈາກນີ້ແລ້ວ, ລາຍງານໄດ້ບອກອີກວ່າຜູ້ທີ່ຕິດ Covid-19 ຈະໄດ້ຮັບຜົນກະທົບໃຫ້ປະລິມານການເຄື່ອນທີ່ຂອງອະສຸຈິລົດລົງຕ່ຳເປັນເວລາຫຼາຍເດືອນ, ຫຼັງຈາກຫາຍດີແລ້ວ, ຄຸນະພາບກໍຍັງລົດລົງໄປອີກຫຼາຍເດືອນ.

ໃນລາຍງານຈາກວາລະສານ Fertility and Sterility ກ່າວວ່າທີມວິໄຈໄດ້ເກັບຕົວຢ່າງອະສຸຈິຈາກຊາຍຊາວເບລຢຽມກວ່າ 120 ຄົນ ເຊິ່ງມີອາຍຸສະເລ່ຍຢູ່ທີ່ 35 ປີ ແລະ ໄດ້ມີການປິ່ນປົວຫາຍດີຈາກໂຄວິດທີ່ມີອາການມາ 52 ມື້ແລ້ວ. ພາຍໃນ 51 ຄົນທີ່ເຂົ້າກວດໃນໄລຍະລະຫວ່າງ 1 – 2 ເດືອນຫຼັງຈາກປິ່ນປົວຫາຍດີ ພົບວ່າປະລິມານການເຄື່ອນທີ່ຂອງສະເປີມລົດລົງເຖິງ 37% ແລະ 29% ມີປະລິມານສະເປີມທີ່ລົດລົງ. ສຳລັບອາສາສະໝັກທີ່ເຂົ້າກວດໃນໄລຍະ 2 ເດືອນຫຼັງຈາກປິ່ນປົວຫາຍດີ ພົບວ່າການເຄື່ອນທີ່ຂອງສະເປີມອ່ອນແອລົງເຖິງ 28% ແລະ ປະລິມານໜ້ອຍລົງເຖິງ 6%. ແຕ່ເຖິງຢ່າງໃດກໍຕາມ, ຄວາມຮຸນແຮງຈາກການຕິດເຊື້ອໂຄວິດກໍບໍ່ໄດ້ມີຄວາມກ່ຽວຂ້ອງກັບລັກສະນະຂອງອະສຸຈິ ແລະ ຕົວອະສຸຈິເອງກໍບໍ່ໄດ້ຕິດເຊື້ອໂຄວິດ.

ນັກວິທະຍາສາດໄດ້ອອກມາເຕືອນເຖິງຄູ່ຮັກທີ່ກະກຽມຈະມີລູກໃນໄລຍະນີ້ ໂດຍສະເພາະຜູ້ທີ່ຫາກໍໄດ້ປິ່ນປົວດີຈາກການຕິດເຊື້ອໂຄວິດ ວ່າຄຸນະພາບຂອງສະເປີມອາດຈະໄດ້ຮັບຜົນກະທົບ ແລະ ໄລຍະທີ່ຄາດເດົາວ່າຈະກັບມາເປັນປົກກະຕິນັ້ນຈະຕ້ອງໃຊ້ເວລາຢ່າງໜ້ອຍ 3 ເດືອນ. ເຖິງຢ່າງໃດ ກໍຍັງຕ້ອງໄດ້ຕິດຕາມສຶກສາຕໍ່ໄປເພື່ອເກັບກຳຂໍ້ມູນເພີ່ມຕື່ມ ເພາະພວກເຂົາຍັງບໍ່ສາມາດຢືນຢັນໄດ້ວ່າມັນຈະມີຜົນກະທົບຖາວອນຕໍ່ຜູ້ປ່ວຍຊາຍບາງຄົນຫຼືບໍ່.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/