ຄວາມຂັດແຍ້ງລະຫວ່າງ ຣັດເຊຍ ແລະ ຢູເຄຣນ ເບິ່ງຄືຈະຍັງຫາທາງລົງກັນບໍ່ໄດ້ ແລະ ຍັງນັບມື້ນັບຮຸນແຮງຂຶ້ນເລື້ອຍໆ ຫຼ້າສຸດ ໄດ້ຍົກລະດັບຄວາມຮຸນແຮງຂຶ້ນໄປອີກຂັ້ນໜຶ່ງ ຫຼັງຣັດເຊຍລະດົມຍິງລູກສອນໄຟນັບ 70 ລູກ ເພື່ອໂຈມຕີລະບົບພື້ນຖານໂຄງຮ່າງຂອງຢູເຄຣນ ຈົນມີບາງລູກຕົກລົງໄປໃນໂປແລນ ຍົກລະດັບຄວາມເຄັ່ງຕຶງກັບຝັ່ງ ຕາເວັນຕົກ ແລະ ອົງການ ນາໂຕ້ ຂຶ້ນຕື່ມອີກ.
ໂດຍລາຍງານດັ່ງກ່າວມີຂຶ້ນຫຼັງຣັດເຊຍລະດົມຍິງລູກສອນໄຟໂຈມຕີເມືອງຕ່າງໆ ທົ່ວຢູເຄຣນໃນວັນທີ 15 ພະຈິກທີ່ຜ່ານມາ ເຊິ່ງໃນນັ້ນລວມເຖິງເມືອງ ລະວິວ ທີ່ມີຊາຍແດນຕິດກັບ ໂປແລນ ເຊິ່ງໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 7 ລ້ານຫຼັງຄາເຮືອນບໍ່ມີໄຟຟ້າໃຊ້.

ທາງດ້ານ ເຊເລນສະກີ ປະທານາທິບໍດີ ຢູເຄຣນ ໄດ້ລາຍງານວ່າ ຣັດເຊຍຍິງລູກສອນໄຟຫຼາຍກວ່າ 100 ລູກເຂົ້າໃສ່ຖານທີ່ຕັ້ງແຫຼ່ງພະລັງງານທົ່ວປະເທດ ແລະ ກ່າວປະນາມການໂຈມຕີຂອງຣັດເຊຍຄັ້ງນີ້ວ່າເປັນການ ຂ້າລ້າງເຜົ່າພັນ. ພ້ອມບອກວ່າລູກສອນໄຟຂອງຣັດເຊຍ ທີ່ໂຈມຕີໂປແລນ ໄດ້ຂະຫຍາຍວົງຂອງຄວາມຂັດແຍ້ງໃຫ້ລຸກລາມບານປາຍໄປອີກ.

ຕາມລາຍງານເບື້ອງຕົ້ນ ການທີ່ລູກສອນໄຟໄປຕົກໃນ ບ້ານ Przewodow ທາງຕາເວັນອອກຂອງ ໂປແລນທີ່ຕິດກັບຊາຍແດນຢູເຄຣນຄັ້ງນີ້ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍແລ້ວ 2 ຄົນ.ໃນເບື້ອງຕົ້ນທາງການຣັດເຊຍໄດ້ປະຕິເສດຄຳກ່າວອ້າງດັ່ງກ່າວວ່າ: ບໍ່ມີການໂຈມຕີເປົ້າໝາຍໃດໆໃກ້ກັບຊາຍແດນ ຢູເຄຣນ-ໂປແລນ ໂດຍຣັດເຊຍ.

ເຫດການຄັ້ງນີ້ ໄດ້ສ້າງຄວາມກັງວົນໃຫ້ແກ່ປະຊາຄົມໂລກ ແລະ ຝັ່ງຕາເວັນຕົກເປັນຢ່າງສູງ ລວມເຖິງ ຊາລ ມິເຊວ (Charles Michel) ປະທານຄະນະມົນຕີແຫ່ງ ຢູໂຣບ ທີ່ບອກວ່າຮູ້ສຶກຕົກໃຈເປັນຢ່າງຍິ່ງກັບເຫດການທີ່ເກີດຂຶ້ນ ແລະ ເຈັນ ສະໂຕເທັນເບີກ (Jens Stoltenberg) ເລຂາທິການ ນາໂຕ້ ກໍຈະໄດ້ມີການເອີ້ນປະຊຸມສຸກເສີນຂອງບັນດາຕົວແທນສະມາຊິກພັນທະມິດ ໃນວັນພຸດທີ 16 ນີ້.

ສ່ວນທາງດ້ານຂອງໂປແລນ ກໍໄດ້ມີການສັ່ງໃຫ້ກອງທັບຍົກລະດັບກຽມພ້ອມສູ້ຮົບຂັ້ນສູງສຸດ ຫຼັງການປະຊຸມສຸກເສີນໃນສະພາຄວາມໝັ້ນຄົງແຫ່ງຊາດ. ໂດຍໂຄສົກລັດຖະບານ ໂປແລນກ່າວວ່າ: “ມີການຕັດສິນໃຈຍົກລະດັບສະຖານະການຄວາມພ້ອມຂອງໜ່ວຍສູ້ຮົບ ແລະ ໜ່ວຍອື່ນໆ”.

ໃນຂະນະທີ່ ໂຈ ໄບເດັນ ປະທານາທິບໍດີ ແຫ່ງສະຫະລັດ ອາເມຣິກາ ຜູ້ນຳໂລກເສລີ ທີ່ປັດຈຸບັນກຳລັງປະຊຸມ G20 ຢູ່ປະເທດອິນໂດເນເຊຍຢູ່ນັ້ນ ກໍໄດ້ມີການເອີ້ນບັນດາຜູ້ນຳຂອງກຸ່ມ G7 ທີ່ໄປລວມຕົວກັນຢູ່ ອິນໂດເນເຊຍເຊັ່ນດຽວກັນ ເຂົ້າປະຊຸມດ່ວນ ເພື່ອປຶກສາຫາລື ກ່ຽວກັບເຫດການທີ່ເກີດຂຶ້ນ.

ໂດຍໂຈໄບເດັນກ່າວວ່າ: “ພວກເຮົາໄດ້ຍິນດີທີ່ຈະສະໜັບສະໜູນການສືບສວນຂອງໂປແລນກ່ຽວກັບເຫດລະເບີດຢູ່ເຂດຊົນນະບົດຂອງໂປແລນ ໃກ້ຊາຍແດນຢູເຄຣນ ແລະ ພວກເຮົາຈະເຮັດໃຫ້ແນ່ໃຈວ່າມັນເກີດຫຍັງຂຶ້ນແທ້ຢູ່ບ່ອນນັ້ນ”

ຢ່າງໃດກໍຕາມ ເຖິງແມ່ນວ່າໂປແລນຈະໄດ້ຮັບການປົກປ້ອງຈາກຄຳໝັ້ນສັນຍາຂອງ ນາໂຕ້ ຕາມສົນທິສັນຍາກໍ່ຕັ້ງພັນທະມິດທາງການທະຫານທີ່ໄດ້ລະບຸໄວ້ ແຕ່ກໍອາດຈະມີຄວາມເປັນໄປໄດ້ວ່າການຕອບໂຕ້ຂອງນາໂຕ້ນັ້ນຈະຂຶ້ນຢູ່ກັບວ່າເຫດການດັ່ງກ່າວເກີດຈາກອຸບັດຕິເຫດ ຫຼື ຄວາມຕັ້ງໃຈ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/