ນັກວິໄຈລົງທຶນສຸດໆ ໂດຍໃຫ້ເງິນຜູ້ເຂົ້າຮ່ວມໂຄງການຄົນລະ 10.000 ໂດລາ ເພື່ອພິສູດວ່າ “ເງິນສາມາດຊື້ຄວາມສຸກໄດ້ແທ້”


ເຊື່ອວ່າຕອນນີ້ເຮົາຢູ່ໃນຍຸກສະໄໝທີ່ເກືອບທຸກສິ່ງທຸກຢ່າງທີ່ຢູ່ອ້ອມຕົວເຮົາຕ້ອງອາໄສ “ເງິນ” ເປັນຕົວຂັບເຄື່ອນໃນການດໍາລົງຊີວິດ ຖ້າບໍ່ມີເງິນກໍອາດເວົ້າໄດ້ວ່າການໃຊ້ຊີວິດເປັນສິ່ງທີ່ລຳບາກແທ້ໆ. ແຕ່ເຖິງຢ່າງນັ້ນກໍຈະມີຄົນມັກເວົ້າວ່າ “ເງິນບໍ່ແມ່ນທຸກສິ່ງ” “ເງິນຊື້ຄວາມສຸກບໍ່ໄດ້”…ຢ່າງໃດກໍຕາມຜົນວິໄຈຕໍ່ໄປນີ້ອາດຈະເຮັດໃຫ້ຊຸດຄວາມຄິດດັ່ງກ່າວປ່ຽນໄປກໍໄດ້ ເພາະຫຼ້າສຸດນີ້ໄດ້ມີຜົນວິໄຈຂະໜາດນ້ອຍທີ່ສຶກສາປະຊາກອນຈາກ 7 ປະເທດ ແລະກໍຄົ້ນພົບວ່າ “ເງິນສາມາດຊື້ຄວາມສຸກໄດ້ແທ້”.

ງານວິໄຈນີ້ໄດ້ຮັບການຕີພິມໃນວາລະສານວິຊາການ PNAS ແລະເປັນການສຶກສາວ່າເງິນນັ້ນມີຄວາມສຳພັນກັບຄວາມສຸກຫຼືບໍ່ ໂດຍນັກວິໄຈຈະໄດ້ມອບເງິນ 10.000 ໂດລາ (ປະມານ 180 ກວ່າລ້ານກີບ) ໃຫ້ກັບຄົນ 200 ຄົນທີ່ເຂົ້າຮ່ວມງານວິໄຈໄປໃຊ້ໃນໄລຍະ 3 ເດືອນ ຈາກນັ້ນກໍຈະໃຫ້ກຸ່ມຄົນດັ່ງກ່າວມາບັນທຶກຄະແນນຄວາມສຸກລາຍເດືອນ.

ໃນຂະນະດຽວກັນ ທີມນັກວິໄຈກໍສຶກສາຄົນອີກ 100 ຄົນທີ່ບໍ່ໄດ້ຮັບເງິນແມ່ນແຕ່ 1 ໂດລາ ພ້ອມໃຫ້ພວກເຂົາໃຫ້ຄະແນນຄວາມສຸກລາຍເດືອນນຳ ເພື່ອເອົາມາປຽບທຽບກັບກຸ່ມທີ່ໄດ້ເງິນ.

ໂດຍຜູ້ເຂົ້າຮ່ວມງານວິໄຈຄັ້ງນີ້ແມ່ນມາຈາກທັງປະເທດທີ່ມີລາຍໄດ້ຕໍ່າແລະລາຍໄດ້ສູງ ໄດ້ແກ່ ບຣາຊິວ, ອິນໂດເນເຊຍ, ເຄນຍາ, ອອສເຕຣເລຍ, ແຄນາດາ, ອັງກິດ ແລະ ສະຫະລັດອາເມຣິກາ.

ຜົນວິໄຈປາກົດວ່າ ກຸ່ມທີ່ໄດ້ຮັບເງິນຈະມີຄວາມສຸກວ່າກຸ່ມທີ່ບໍ່ໄດ້ຮັບເງິນ ເຊິ່ງຄະແນນຄວາມສຸກກໍຈະແຕກຕ່າງກັນໄປອີກໂດຍຂຶ້ນຢູ່ກັບຖານເງິນເດືອນຂອງພວກເຂົາ. ນອກຈາກນີ້ເຖິງຈະຜ່ານມາ 3 ເດືອນຄົນທີ່ໄດ້ຮັບເງິນແມ່ນກໍຍັງລາຍງານວ່າມີຄວາມສຸກກວ່າຕອນກ່ອນຮ່ວມງານວິໄຈ.

ຢ່າງໃດກໍຕາມ ຜູ້ເຂົ້າຮ່ວມງານວິໄຈທີ່ມີລາຍໄດ້ຄົວເຮືອນຫຼາຍກວ່າ 123.000 ໂດລາຕໍ່ປີຢູ່ແລ້ວ ບໍ່ໄດ້ມີລາຍງານວ່າມີຄວາມສຸກຫຼາຍຂຶ້ນ ແຕ່ສິ່ງທີ່ໜ້າສົນໃຈຂອງງານວິໄຈນີ້ຄືຜູ້ເຂົ້າຮ່ວມວິໄຈທີ່ມາຈາກປະເທດລາຍໄດ້ໜ້ອຍແມ່ນຈະມີຄວາມສຸກກວ່າຜູ້ເຂົ້າຮ່ວມວິໄຈທີ່ມາຈາກປະເທດຮັ່ງມີເຖິງ 3 ເທົ່າ.

ທາງດ້ານ Ryan Dwyer ນັກສຶກສາປະລິນຍາເອກຈາກມະຫາວິທະຍາໄລບຣິຕິຊໂຄລອມເບຍ  (the University of British Columbia) ແລະຜູ້ຂຽນງານວິໄຈນີ້ລະບຸວ່າ ມີຄົນຈຳນວນບໍ່ໜ້ອຍທີ່ໃຊ້ເງິນຈາກການເຂົ້າຮ່ວມວິໄຈ ໄປກັບການໃຊ້ໜີ້ແລະສ້ອມແປງເຮືອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/