Myoovi ອຸປະກອນທີ່ຊ່ວຍບັນເທົາການເຈັບທ້ອງປະຈຳເດືອນ

Myoovi

ເມື່ອເປັນປະຈຳເດືອນ ອາການເຈັບທ້ອງກໍໄດ້ເກີດຂຶ້ນກັບໃຜຫຼາຍໆຄົນ ເປັນອາການທີ່ແສນຈະທໍລະມານສຳລັບແມ່ຍິງ ພ້ອມກັບອາລົມທີ່ແປປວນ ບາງຄົນມີອາການຂັ້ນຮຸນແຮງກໍໄດ້ເຂົ້າໂຮງໝໍ. ຫຼາຍບໍລິສັດຈຶ່ງໄດ້ມີຜະລິດຕະພັນທີ່ຊ່ວຍບັນເທົາການເຈັບທ້ອງປະຈຳເດືອນໂດຍສະເພາະ.

ເທັກໂນໂລຢີນັບມື້ນັບທັນສະໄໝ ລວມໃນນີ້ກໍມີການພັດທະນາເທັກໂນໂລຢີອຸປະກອນ Myoovi ເຊິ່ງເປັນອຸປະກອນທີ່ຈະຊ່ວຍໃຫ້ອາການເຈັບທ້ອງປະຈຳເດືອນລົດລົງ ບັນເທົາຄວາມທໍລະມານການເຈັບປະຈຳເດືອນໄດ້, ເຊິ່ງເປັນອຸປະກອນການແພດທີ່ທັນສະໄໝ ທີ່ຜູ້ຍິງຫຼາຍຄົນຕ້ອງການ ແລະ ທີ່ສຳຄັນ ສາມາດໃຊ້ງານໄດ້ແທ້.

Myoovi

Myoovi ເປັນອຸປະກອນທາງການແພດ ທີ່ວິໄຈ ແລະ ພິສູດແລ້ວວ່າຊ່ວຍອາການເຈັບທ້ອງປະຈຳເດືອນໄດ້, ຄິດຄົ້ນ ແລະ ພັດທະນາໂດຍ Adam Hamdi ໂດຍຈະໃຊ້ເທັກໂນໂລຢີການກະຕຸ້ນເສັ້ນປະສາດດ້ວຍໄຟຟ້າຜ່ານຜິວໜັງ ຫຼື ເທັກໂນໂລຢີດຽວກັນກັບເຄື່ອງ TENS. ລັກສະນະຂອງມັນເປັນວົງມົນ ມີແຜ່ນຍື່ນອອກທາງຂ້າງ ຄ້າຍຄືປີກຂອງແມງກະເບື້ອ ທີ່ມາໃນຮູບແບບໄຮ້ສາຍ ມີນ້ຳໜັກເບົາ ເມື່ອເປີດໃຊ້ງານຈະຮູ້ສຶກຄືກັບຖືກນວດເປັນຈັງຫວະ ສາມາດປິດກັ້ນຄວາມເຈັບປວດຈາກຈຸດນັ້ນ.

Myoovi

Myoovi ສາມາດໃຊ້ງານໄດ້ 10 ຊົ່ວໂມງຕໍ່ການສາກໄຟ 1 ຄັ້ງ, ພ້ອມທັງມີແຜ່ນຮອງສໍາລັບຕິດຜິວໜັງໃນຈຸດທີ່ປວດ ເຊິ່ງເຮັດມາຈາກໜັງສັງເຄາະໂພລີຢູຣີເທນ. ໂດຍອາຍຸການໃຊ້ງານປະມານ 20-30 ເທື່ອ ຫຼື ດົນກວ່ານັ້ນ ຈົນກວ່າຈະບໍ່ໜຽວຕິດຕົວ ຫຼື ໃຊ້ໄດ້ປະມານ 2 ​ເດືອນ.

Myoovi

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/