ສປປ ລາວ ມີພື້ນທີ່ບໍລິການໂທລະຄົມມະນາຄົມ ລະບົບ 4G ກວມ 75% ໃນທົ່ວປະເທດ

ສປປ ລາວ

ປັດຈຸບັນ, ພື້ນທີ່ໃຫ້ບໍລິການໂທລະຄົມມະນາຄົມ ລະບົບ 2G ໄດ້ກວມເອົາ 96%, 3G ໄດ້ກວມເອົາ 83% ແລະ 4G ໄດ້ກວມເອົາ 75% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ. ໃນຂະນະທີ່ ຈຳນວນຜູ້ນໍາໃຊ້ໂທລະສັບຕັ້ງໂຕະມີສາຍ ແລະ ບໍ່ມີສາຍ ມີຫຼາຍກວ່າ 1,9 ລ້ານກວ່າເລກໝາຍ ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ຈໍານວນ 4,4 ລ້ານກວ່າບັນຊີ, ອັດຕາການຊົມໃຊ້ອິນເຕີເນັດກວມເອົາ 63% ຂອງປະຊາກອນ ໃນທົ່ວປະເທດ.

ສປປ ລາວ

ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ ໄດ້ມີຄໍາເຫັນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ (13 ມີນາ 1965 ຫາ 13 ມີນາ 2023) ເມື່ອບໍ່ດົນມານີ້ ວ່າ: ໃນຊຸມປີຜ່ານມາ, ວຽກງານໄປສະນີ ແລະ ວຽກງານໂທລະຄົມມະນາຄົມ ຂອງ ສປປ ລາວ ໄດ້ມີການເຄື່ອນໄຫວ ແລະ ພັດທະນາຂຶ້ນຢ່າງຕັ້ງໜ້າ, ປັດຈຸບັນ, ມີຜູ້ບໍລິການໂທລະຄົມມະນາຄົມ ຈໍານວນ 5 ບໍລິສັດ ແລະ ຜູ້ບໍລິການອິນເຕີເນັດ ປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈຳນວນ 3 ບໍລິສັດ, ປະເພດ III ຈໍານວນ 13 ບໍລິສັດ ເຊິ່ງສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງຊາດໄດ້ ຈຳນວນ 715 ຕື້ກວ່າກີບ, ສະເພາະໃນນີ້ ຍັງບໍ່ໄດ້ລວມເງິນປັນຜົນຈາກບັນດາບໍລິສັດໂທລະຄົມມະນາຄົມຕ່າງໆ.

ນອກຈາກນີ້ ທ່ານ ລັດຖະມົນຕີກະຊວງເທັກໂນໂລຢີ ແລະ ການສື່ສານ ຍັງໄດ້ເປີດເຜີຍວ່າ ລັດຖະບານຕັ້ງເປົ້າຈະຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມສັນຍານໂທລະສັບ 3G, 4G ແລະ 5G ກວມເອົາໄດ້ 100% ຂອງຈໍານວນບ້ານໃນທົ່ວປະເທດ ໃນປີ 2025.

ສປປ ລາວ

ໂດຍທ່ານ ບໍ່ວຽງຄຳ ວົງດາລາ ລະບຸວ່າ: ເພື່ອຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ ດິຈິຕອລ ແຫ່ງຊາດ 5 ປີ (2021-2025) ຂະແໜງການໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ສຸມໃສ່ບັນດາໜ້າວຽກ ຄື: ຂະແໜງການໄປສະນີ ໄດ້ກຳນົດ 6 ເປົ້າໝາຍ, 18 ແຜນວຽກຈຸດສຸມ, 25 ແຜນງານ ແລະ 16 ໂຄງການທີ່ຕິດພັນກັບການຫັນເປັນດິຈິຕອລ. ພ້ອມນັ້ນ, ຈະຂະຫຍາຍ ເຄືອຂ່າຍໂທລະຄົມມະນາຄົມ ເພື່ອເປັນໂຄງລ່າງພື້ນຖານໃນການຫັນເປັນ ດິຈິຕອລ ຂອງ ສປປ ລາວ ໂດຍຮັບປະກັນໃຫ້ສັນຍານໂທລະສັບ 3G, 4G ແລະ 5G ກວມເອົາໄດ້ 100%, 90% ແລະ 50% ຂອງຈໍານວນບ້ານໃນທົ່ວປະເທດ ໃນປີ 2025.

ຂອບໃຈຂໍ້ມູນຈາກ: https://bit.ly/3yAJmhe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/