Moderna ບໍລິສັດການຢາຊັ້ນນໍາທີ່ທຸກຄົນອາດເຄີຍໄດ້ຍິນຊື່ຈາກວັກຊີນປ້ອງກັນໄວຣັດ COVID-19 ໄດ້ອອກມາກ່າວວ່າ ພວກເຂົາສາມາດຜະລິດວັກຊີນທີ່ປິ່ນປົວໂຣກທຸກປະເພດດ້ວຍການສັກພຽງຄັ້ງດຽວ.

“ສາມາດນຳໃຊ້ໄດ້ໃນທົ່ວໂລກ ບໍ່ວ່າຈະເປັນໂຣກມະເຮັງ, ໂຣກຕິດເຊື້ອ, ໂຣກຫົວໃຈ ເເລະ ຫຼອດເລືອດ, ໂຣກພູມເເພ້ຕົນເອງ ຫຼື ໂຣກຕ່າງໆທຸກປະເພດ. ພວກເຮົາໄດ້ສຶກສາໃນທຸກດ້ານ ແລະ ຂໍ້ມູນທັງໝົດສະແດງໃຫ້ເຫັນເຖິງຄວາມຫວັງອັນຍິ່ງໃຫຍ່” Dr Paul Burton ຫົວໜ້າແພດຂອງ Moderna ກ່າວ.
ໂດຍວັກຊີນນີ້ມີເປົ້າໝາຍສຳລັບປິ່ນປົວໂຣກທີ່ຮ້າຍເເຮງທີ່ບໍ່ທັນມີຢາປິ່ນປົວເທົ່ານັ້ນ, ສ່ວນໂຣກໃດທີ່ມີຢາຢູ່ເເລ້ວບໍ່ຈຳເປັນຕ້ອງສັກວັກຊີນ ໂດຍການໃຊ້ mRNA ເພື່ອກະຕຸ້ນໃຫ້ຮ່າງກາຍສ້າງພູມຕ້ານທານເພື່ອຕອບສະໜອງຕໍ່ໂຣກ.

ໃນການທົດລອງວັກຊີນຄັ້ງຫຼ້າສຸດໃນເດືອນມັງກອນທີ່ຜ່ານມາ Moderna ກ່າວວ່າວັກຊີນສາມາດປິ່ນປົວໂຣກໄວລັສທາງເດີນຫາຍໃຈ (RSV) ໄດ້ເຖິງ 83,7% ໃນຜູ້ໃຫຍ່ທີ່ມີອາຍຸ 60 ປີຂຶ້ນໄປ. ພວກເຂົາເຊື່ອວ່າຈະສາມາດຜະລິດວັກຊີນທີ່ປິ່ນປົວໄດ້ທຸກໂຣກສຳເລັດໃນອີກ 5 ປີຂ້າງໜ້າ ຫຼື ຊ້າສຸດກໍບໍ່ເກີນປີ 2030 ນີ້.
Dr Paul Burton ກ່າວວ່າ “ເຮົາຈະມີວັກຊີນທີ່ມີຄຸນະພາບສູງ ເເລະ ສາມາດຊ່ວຍຊີວິດໄດ້ຫຼາຍລ້ານຄົນ”
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/