Heat Stroke ໄພຮ້າຍທີ່ມາໃນລະດູຮ້ອນ


ຈາກສະພາບອາກາດທີ່ມີອຸນຫະພູມສູງຂຶ້ນໃນເວລານີ້ ເຮັດໃຫ້ເກີດບັນຫາສຸຂະພາບ ໂດຍສະເພາະ Heat Stroke ເຊິ່ງເກີດຂຶ້ນເມື່ອຮ່າງກາຍຢູ່ໃນສະພາບແວດລ້ອມທີ່ມີອຸນຫະພູມສູງ ແລະ ຮ້ອນເກີນໄປ ເຮັດໃຫ້ການເຮັດວຽກທີ່ຜິດປົກກະຕິຂອງສະໝອງໃນພາກສ່ວນທີ່ຄວບຄຸມອຸນຫະພູມຮ່າງກາຍ ເຮັດໃຫ້ອຸນຫະພູມໃນຮ່າງກາຍສູງເກິນ 40 ອົງສາ ສົ່ງຜົນກະທົບຕໍ່ລະບົບການໄຫຼວຽນຂອງເລືອດ ແລະ ລະບົບສະໝອງ.

  • Heat Stroke ເເມ່ນຫຍັງ?

Heat Stroke ເເມ່ນພາວະທີ່ເກີດຈາກຮ່າງກາຍບໍ່ສາມາດປັບຕົວ ຫຼື ຄວບຄຸມລະດັບຄວາມຮ້ອນໃນຮ່າງກາຍໄດ້. ເຮັດໃຫ້ອຸນຫະພູມຮ່າງກາຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ມີອາການປວດຫົວ, ໜ້າມືດ, ມີອາການເຫັນພາບຫຼອນ, ຊັກ, ໝົດສະຕິ, ຫາຍໃຈໄວ, ຫົວໃຈເຕັ້ນບໍ່ປົກກະຕິ, ອາການຊ໊ອກ, ຖ້າປ່ອຍຖິ້ມໄວ້ໂດຍບໍ່ລະບາຍຄວາມຮ້ອນອອກມາໄດ້ດົນກວ່າ 2 ຊົ່ວໂມງຈະສົ່ງຜົນກະທົບຮ້າຍແຮງຕໍ່ຫົວໃຈ, ສະໝອງ ແລະ ກ້າມຊີ້ນ. ຄວນໄດ້ຮັບການປິ່ນປົວຢ່າງທັນທີ ກ່ອນທີ່ຈະມີອັນຕະລາຍເຖິງເເກ່ຊີວິດ.

  • ສາເຫດທີ່ເຮັດໃຫ້ເກີດ Heat Stroke

Heat Stroke ຫຼື ໂຣກລົມເເດດແບ່ງອອກເປັນສອງປະເພດໃຫຍ່ໆ ອີງຕາມສາເຫດທີ່ເຮັດໃຫ້ເກີດ ໄດ້ເເກ່:

  • Classic heatstroke or Non-exertional heatstroke: ເກີດຈາກການຢູ່ໃນສະພາບແວດລ້ອມທີ່ມີອຸນຫະພູມສູງ ແລະ ເຮັດໃຫ້ອຸນຫະພູມໃນຮ່າງກາຍເພີ່ມຂຶ້ນສູງຕາມ ມັກຈະພົບເຫັນຄົນທີ່ອາໄສຢູ່ໃນບໍລິເວນອາກາດຮ້ອນ ແລະ ຊຸ່ມເປັນເວລາດົນນານ..
  • Exertional heatstroke: ໃນ​ກໍ​ລະ​ນີ​ນີ້, ອຸນ​ຫະ​ພູມ​ຂອງ​ຮ່າງ​ກາຍ​ມັກ​ຈະ​ເພີ່ມ​ຂຶ້ນ​ສູງຈາກ​ການ​ເຮັດ​ວຽກ ​ຫຼື ​ການ​ອອກ​ກໍາ​ລັງ​ກາຍ​ຢ່າງໜັກໃນ​ເຂດ​ທີ່​ມີ​ອຸນ​ຫະ​ພູມ​ສູງ, ເຊິ່ງເກີດ​ຂຶ້ນ​ໄດ້​ງ່າຍ​ຂຶ້ນ​ສຳລັບ​ຜູ້​ທີ່​ບໍ່​ໄດ້​ຄຸ້ນ​ເຄີຍ​ກັບສະພາບ​ອາ​ກາດ​ຮ້ອນ.

ນອກຈາກນີ້ຍັງມີປັດໄຈອື່ນໆອີກທີ່ເຮັດໃຫ້ທີ່ເຮັດໃຫ້ຜູ້ປ່ວຍບາງລາຍມີໂອກາດເກີດພາວະ Heat Stroke ໄດ້ງ່າຍເຊັ່ນ: ຜູ້ສູງອາຍຸ, ເດັກນ້ອຍ, ການອົດຫຼັບອົດນອນ, ແລະ ການດື່ມເຫຼົ້າຫຼາຍເກີນໄປ, ຜູ້ທີ່ເຮັດວຽກຢູ່ໃນສະພາບອາກາດຮ້ອນ ແລະ ຊຸ່ມ, ຜູ້ທີ່ມີພະຍາດຊໍາເຮື້ອເຊັ່ນ: hypertension, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ໂຣກອ້ວນ, ລວມທັງນັກກິລາ ແລະ ​ພວກ​ທະຫານ​ທີ່​ເຂົ້າຮັບ​ການ​ເຝິກ​ອົບຮົມ ໂດຍບໍ່ມີການກະກຽມຮ່າງກາຍໃຫ້ກຽມພ້ອມທີ່ຈະປະເຊີນກັບສະພາບອາກາດຮ້ອນທີ່ຮຸນແຮງ.

  • ວິທີການປ້ອງກັນ Heat Stroke

– ຫຼີກເວັ້ນກິດ​ຈະ​ກໍາ​ກາງເເຈ້ງ​ ຫຼື ຢູ່ໃນສະຖານທີ່ທີ່ມີອາກາດຮ້ອນຫຼາຍ

– ນຸ່ງເສື້ອສີອ່ອນ, ໂລ່ງ, ບໍ່ໜາ, ນ້ຳໜັກເບົາ, ລະບາຍອາກາດໄດ້ດີ ແລະ ປ້ອງກັນແສງແດດ.

–  ດື່ມນ້ຳເລື້ອຍໆຢ່າງໜ້ອຍມື້ລະ 6-8 ຈອກ ເຖິງວ່າບໍ່ຢາກກໍຕາມ. ເພື່ອເຕີມຄວາມຊຸ່ມຊື່ນ ແລະ ລົດຜ່ອນອຸນຫະພູມຮ່າງກາຍ

–  ຫຼີກເວັ້ນການດື່ມເຫຼົ້າ, ຊາ, ກາເຟ ແລະ ເຄື່ອງດື່ມທີ່ມີນໍ້າຕານສູງ.

– ຢ່າປ່ອຍໃຫ້ເດັກນ້ອຍ, ຜູ້ເຖົ້າ ຫຼື ສັດລ້ຽງໄວ້ໃນລົດທີ່ຈອດໄວ້ກາງແຈ້ງ ຄວາມຮ້ອນພາຍໃນລົດຈະເພີ່ມຄວາມສ່ຽງ.

– ເດັກນ້ອຍ, ຜູ້ສູງອາຍຸ ແລະ ຜູ້ທີ່ມີໂຣກປະຈຳຕົວ ບໍ່ຄວນຢູ່ໃນອາກາດຮ້ອນ ແລະ ບໍ່ຄວນຢູ່ຄົນດຽວ.

– ສໍາລັບຜູ້ທີ່ອອກກໍາລັງກາຍ ແນະນຳໃຫ້ອອກກຳລັງກາຍໃນບ່ອນທີ່ລະບາຍອາກາດໄດ້ດີ, ຄວນເລືອກອອກກໍາລົງກາຍໃນຕອນເຊົ້າ ຫຼື ຕອນແລງ. ເພາະເປັນໄລຍະທີ່ອາກາດບໍ່ຮ້ອນຫຼາຍ ແລະ ຄວນວອມຮ່າງກາຍກ່ອນທຸກຄັ້ງ

– ໃສ່ແວ່ນຕາກັນແດດ ໃສ່ໝວກທີ່ມີຂອບກວ້າງ

– ສຳລັບຜູ້ທີ່ມີໂຣກປະຈຳຕົວ ຖ້າມີອາການຜິດປົກກະຕິ ຫຼື ອາການທີ່ກົງກັບທີ່ກ່າວມາຂ້າງເທິງ ຄວນໄປພົບແພດທັນທີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/