Microsoft ເປີດຕົວ Windows 11 ຢ່າງເປັນທາງການ


Microsoft ໄດ້ປະກາດເປີດຕົວ Windows 11 ເປັນທາງການແລ້ວ ເຊິ່ງເປັນ Windows ທີ່ມີລັກສະນະງ່າຍໆ ເບິ່ງແລ້ວສະບາຍຕາ ດ້ວຍຮູບລັກສະນະໂຄ້ງມົນ ພ້ອມກັບ Layout ທີ່ມີການປັບແຕ່ງໃໝ່, ໂດຍຜູ້ໃຊ້ງານສາມາດໂຫຼດໂປຣແກຣມ Windows PC Health Check ເພື່ອກວດສອບໄດ້ວ່າເຄື່ອງ PC ຂອງທ່ານເຫມາະສົມຕໍ່ການໃຊ້ງານ Windows 11 ຫຼື ບໍ່.

ສາມາດໂຫຼດໄດ້ທີ່: https://t.co/hJ7fYBlb51?amp=1

ເຊິ່ງພາຍໃນໂປຣແກຣມລະບຸຢ່າງຊັດເຈນວ່າຫາກທ່ານໃຊ້ງານ Windows 10 ຢູ່ແລ້ວກໍສາມາດອັບເດດເປັນ Windows 11 ໄດ້ຟຣີ.

ໂດຍ Windows 11 ຈະມາພ້ອມກັບ UI ທີ່ເອີ້ນງ່າຍຂຶ້ນ, Windows Store ຕົວໃໝ່ ແລະ ການປັບປຸງປະສິດທິພາບ ແລະ ການເຮັດວຽກຫຼາຍໆຢ່າງພ້ອມກັນ, ທີ່ໂດດເດ່ນທີ່ສຸດກໍຄືປຸ່ມ Start Menu ທີ່ຍ້າຍມາຢູ່ທາງກາງຂອງ Taskbar ແທນ.

ສິ່ງທີ່ຫນ້າສົນໃຈຄືລະບົບທີ່ Microsoft ເອີ້ນວ່າ Snap Layout ທີ່ຈະເຮັດໃຫ້ທ່ານສາມາດສະຫຼັບແອັບທີ່ກຳລັງໃຊ້ງານຮຽງເປັນໂໝດຕ່າງໆ ຕາມທີ່ Windows 11 ສະຫນັບສະຫນູນໄດ້ ເຊິ່ງເປັນປະໂຫຍດຫຼາຍສຳລັບການເຮັດວຽກຫຼາຍຫນ້າຈໍ.

ສາມາດຕັ້ງໜ້າຈໍ Desktops ໄດ້ຫຼາຍໜ້າຈໍ ເຊິ່ງສາມາດຕັ້ງໜ້າຈໍ Wallpaper ແລະ Theme ສະເພາະຂອງໜ້າຈໍຕ່າງໆໄດ້ ເຮັດໃຫ້ການໃຊ້ງານທີ່ມີຄວາມຫຼາກຫຼາຍໃນແຕ່ລະວັນ.

Windows Widget ເປັນ Widget ທີ່ຮວມໜ້າຈໍຂອງຂ່າວສານ ໂມງ ສະພາບອາກາດ ທີ່ເຮັດວຽກເປັນ News Feed ສຳລັບ Windows ພ້ອມທັງມີການຄັດເລືອກຂ່າວທີ່ໜ້າສົນໃຈໂດຍໃຊ້ AI.

Microsoft Store ຕົວໃໝ່ໄດ້ຖືກອອກແບບມາໃຫ້ໃຊ້ໄດ້ໄວຂຶ້ນ ສາມາດຈັດການກັບໝວດໝູ່ຂອງແອັບ ແລະ ເລື່ອງຄວາມບັນເທີງໄດ້ຢ່າງຊັດເຈນຂຶ້ນ ພ້ອມກັບສາມາດຕິດຕັ້ງແອັບພິແຄຊັ່ນຂອງ Android ໄດ້ໂດຍບໍ່ຈຳເປັນຕ້ອງໃຊ້ໂປຣແກຣມເສີມ.

ບຣາວເຊີ Microsoft Edge ເຮັດວຽກໄວຂຶ້ນ ເພີ່ມ Vertical Tabs ເພື່ອໃຫ້ກົດເຂົ້າເບິ່ງແທັບຂໍ້ມູນຕ່າງໆໄດ້ງ່າຍ, Window 11 ຍັງສາມາດປັບໃຫ້ເຂົ້າກັບ Tablet ທີ່ຮອງຮັບລະບົບ Window ເຊັ່ນ Surface ໄດ້ເປັນຢ່າງດີ ໂດຍຈະມີການປ່ຽນໂໝດ ແບບອັດຕະໂນມັດເມື່ອຜູ້ໃຊ້ໄດ້ຖອດ Keyboard ອອກ ໂດຍຈະເພີ່ມໄລຍະຫ່າງລະຫວ່າງ ແອັບຕ່າງໆ ຢູ່ເທິງ Taskbar, ເພີ່ມຂະໜາດຕຳເໜ່ງໃນການສຳຜັດ, ຮອງຮັບ Gestures, ຮອງຮັບການພິມຕາມສຽງ ແລະ ຄຳສັ່ງສຽງ ພ້ອມຮອງຮັບ Haptics ເມື່ອນຳໃຊ້ບິກສຳຜັດ.

ສຳລັບຄໍເກມແລ້ວ Window 11 ກໍຈັດເຕັມດ້ວຍ Function ຕ່າງໆທີ່ຮອງຮັບການໃຊ້ງານ ແລະ ມີການປັບແຕ່ງ Direct Storage ໃຫ້ສາມາດຊ່ວຍໃນການໂຫຼດເກມໃຫ້ໄວຂຶ້ນ, Auto HDR ເປີດໂໝດອັດຕະໂນມັດຢູ່ເທິງໜ້າຈໍທີ່ຮອງຮັບ, ແອັບ Xbox ໄດ້ຖືກນຳມາລວມໃນ Window 11 ເຊັ່ນກັນ.

Window 11 ຍັງບໍ່ເປີດເຜີຍມື້ວາງຈຳໜ່າຍ ຫຼື ມື້ທີ່ປ່ອຍອັບເດດຢ່າງເປັນທາງການ.

ຂໍຂອບໃຈຂໍ້ມູນຈາກ:

https://www.blognone.com/node/123389

https://bit.ly/3gRMr4i

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/