Microsoft ກຽມປັບປຸງ Windows Update ແບບໃໝ່ເປັນ Feature Experience Packs


Microsoft ກຽມປັບປຸງການອັບເດດ Windows ແບບໃໝ່ທີ່ເອີ້ນວ່າ Feature Experience Packs ໃຫ້ສາມາດປ່ອຍການອັບເດດໄດ້ໄວຂຶ້ນ ແລະ ຊ່ວຍລົດຂະໜາດ File ອັບເດດລົງ ຈາກການແຍກ Feature ຂອງ Windows ອອກເປັນຊຸດໆແລ້ວຄ່ອຍປ່ອຍໃຫ້ຄົນທົ່ວໄປໄດ້ໃຊ້ງານຫຼັງຈາກທີ່ຜ່ານການທົດສອບສຳເລັດແລ້ວ.

ໂດຍ Windows Update ແບບໃໝ່ນີ້ກຳລັງຢູ່ໃນຊ່ວງທົດສອບໃນ Windows Insider Preview ທີ່ເປັນການແຍກ Feature ແລະ ຄວາມສາມາດໃໝ່ໆຂອງ Windows ອອກເປັນ Feature Experience Packs ເຮັດໃຫ້ File ມີຂະໜາດນ້ອຍລົງ ແລະ ຍັງສາມາດປ່ອຍການອັບເດດໄດ້ໄວຂຶ້ນ ໂດຍບໍ່ຕ້ອງລໍຖ້າ Major Update ຄັ້ງໃຫຍ່.

ຫຼ້າສຸດ Microsoft ໄດ້ປ່ອຍ Windows Feature Experience Packs  120.2212.1070.0 ໃຫ້ກັບຜູ່ທົດສອບ Insider Preview ຜ່ານທາງ Beta Channel ແລ້ວ ໂດຍຈະມາພ້ອມກັບ Feature 2 ຢ່າງຄື:

  • Feature ເພີ່ມຄວາມໄວໃນການບັນທຶກຮູບໜ້າຈໍຜ່ານ Snipping Tools ດ້ວຍ Key Win + Shift + S ເຮັດໃຫ້ສາມາດ Paste File ຮູບບັນທຶກລົງໃນ File Explorer ໄດ້
  • ຮອງຮັບການໃຊ້ງານໂຫມດແປ້ນພິມແນວຕັ້ງສຳຫຼັບ Notebook 2 – in – 1

ແຕ່ເຖິງຢ່າງໃດກໍຕາມຄາດວ່າໃນອານາຄົດ Microsoft ຈະເພີ່ມການທົດສອບ Feature ໃໝ່ໆໃຫ້ກັບຜູ້ໃຊ້ງານແບບ Windows Insider Preview ຫຼາຍຍິ່ງຂຶ້ນ ແລະ ທີ່ໜ້າສົນໃຈຄືຕໍ່ໄປ Windows ຈະສາມາດໃຊ້ງານ App Android ໄດ້ແບບ Native ບໍ່ຕ້ອງຜ່ານ EMU ອີກດ້ວຍ. ທີ່ມາ: https://droidsans.com/microsoft-testing-windows-updates-feature-experience-pack/