Google Maps ເປີດຕົວ Feature ໃໝ່ Community Feed ເລື່ອນເບິ່ງໂພສທີ່ໜ້າສົນໃຈ

google-maps-ເປີດຕົວ-feature

ຕໍ່ໄປນີ້ Google Maps ຈະບໍ່ແມ່ນພຽງແຕ່ App ສຳຫຼັບນຳທາງອີກຕໍ່ໄປເພາະຕອນນີ້ໄດ້ເປີດຕົວ Feature ໃໝ່ຄື Community Feed ທີ່ເປັນການສະແດງຟີດຂ່າວຈາກຊຸມຊົນອ້ອມຂ້າງໃຫ້ຜູ້ໃຊ້ງານສາມາດຕິດຕາມຂ່າວສານຈາກຮ້ານອາຫານ, ຮ້ານຄ້າ ຫຼື ຄົນທີ່ຢູ່ໃນພື້ນທີ່ນັ້ນໆໄດ້ວ່າຕອນນີ້ມີຫຍັງປ່ຽນແປງ ຫຼື ມີຫຍັງເກີດຂຶ້ນແດ່ ເຊິ່ງເຮົາສາມາດກົດຕິດຕາມສະຖານທີ່ທີ່ເຮົາຕ້ອງການໄປໄດ້ຢ່າງວ່ອງໄວ.

ສຳຫຼັບ Feature Community Feed ເຂົ້າມາໃໝ່ໂດຍຈະໃຊ້ໃນແຖບ Explore ທາງດ້ານລຸ່ມຂອງ App  ທີ່ໃຊ້ງານສາມາດຕິດຕາມຂ່າວສານຈາກຮ້ານອາຫານ ຫຼື ຊຸມຊົນຕ່າງໆກັບພວກ Social media ຄື Facebook  ຫຼື Twitter ນັ້ນເອງ.

google-maps-ເປີດຕົວ-feature

Community Feed ຈະສະແດງຟີດຂ່າວທີ່ມີທັງການຣີວິວ (ສະຖານທີ່, ສິນຄ້າ,​ອາຫານ ແລະ ອື່ນໆ)  Post ຮູບພາບສະຖານທີ່, ການໃຫ້ Rating ສິນຄ້າ ຫຼື ບໍລິການ, ສະຖານທີ່ໜ້າສົນໃຈ ອື່ນໆ  ທີ່ຈະມີການອັບເດດ ລວມເຖິງມີຄຳແນະນຳຈາກຮ້ານຄ້າ ຮ້ານອາຫານຜູ້ໃຊ້ງານ ຫຼື ບຸກຄົນທີ່ເປັນຄົນທ້ອງຖິ່ນໃນພື້ນທີ່ນັ້ນໆ ນອກຈາກນີ້ເຮົາຍັງສາມາດກົດຕິດຕາມ account ຫຼື ກົດ Like Post ທີ່ໜ້າສົນໃຈເພື່ອຊ່ວຍໃຫ້ຜູ້ໃຊ້ງານສາມາດວາງແຜນກິດຈະກຳ ແລະ ວາງແຜນການເດີນທາງໄດ້ດີຂຶ້ນ ເພາະໄດ້ຮູ້ເຖິງການອັບເດດຂໍ້ມູນໃໝ່ໆຂອງສະຖານທີ່ທີ່ເຮົາຕ້ອງການຈະໄປເຊັ່ນ: ມື້ນີ້ຮ້ານເປີດ ຫຼື ບໍ່, ມີການສ້ອມແປງຫົນທາງ ປິດຫົນທາງ ຫຼື ບໍ່, ໂປຣໂມຊັ່ນຂອງຮ້ານແຖວນັ້ນເປັນຕົ້ນ.

Community Feed ຍັງເປັນຕົວຊ່ວຍໃຫ້ທຸລະກິດຕ່າງໆສາມາດແລກປ່ຽນຂໍ້ມູນກັບລູກຄ້າໄດ້ດີຍິ່ງຂຶ້ນ ແລະ ສາມາດນຳຂໍ້ມູນທີ່ມີການ Post ໃນ Feed ໄປໃຊ້ພັດທະນາທຸລະກິດຕໍ່ໄປໄດ້ອີກດ້ວຍ.

google-maps-ເປີດຕົວ-feature

ຕອນນີ້ Google ໄດ້ເລີ່ມປ່ອຍອັບເດດ Feature Community Feed ໃຫ້ກັບຜູ້ໃຊ້ງານທົ່ວໂລກແລ້ວ ທັງລະບົບ Android ແລະ iOS.

ທີ່ມາ: https://droidsans.com/google-maps-new-features-community-feed/