LinkedIn ກຽມປິດຕົວແອັບຫາວຽກໃນຈີນ ຫຼັງຈາກປົດພະນັກງານ 700 ຄົນ


LinkedIn ເປັນແພລັດຟອມທຸລະກິດ ແລະ ສື່ກາງລະຫວ່າງຜູ້ຈ້າງງານ ແລະ ຜູ້ຖືກຈ້າງ ເຊິ່ງປັດຈຸບັນມີເຈົ້າຂອງເປັນບໍລິສັດຍັກໃຫຍ່ຢ່າງ Microsoft ທີ່ປະກາດຈະຢຸດຈ້າງພະນັກງານຫຼາຍກວ່າ 700 ກວ່າຄົນ ແລະ ຢຸດການດຳເນີນງານຂອງແອັບພິເຄຊັນໃນຈີນ.

ການປົດພະນັກງານຄັ້ງນີ້ມີຕຳແໜ່ງທີ່ໄດ້ຮັບຜົນກະທົບເຊັ່ນ: ຝ່າຍຂາຍ, ຝ່າຍສະໜັບສະໜູນ ເຊິ່ງບໍລິສັດໄດ້ກ່າວວ່າການປົດພະນັກງານອອກນັ້ນຈະມີຕຳແໜ່ງໃໝ່ເກີດຂຶ້ນມາອີກ 250 ຕຳແໜ່ງ ແລະຍັງຈະເຮັດໃຫ້ການບໍລິຫານບໍລິສັດລົດຄວາມຫຍຸ້ງຍາກລົງ ສາເຫດທີ່ປົດພະນັກງານມາຈາກສະພາວະທາງເສດຖະກິດທີ່ປ່ຽນໄປ.

ໄລອັນ ໂລດລັນສະກີ ຫົວໜ້າຜູ້ບໍລິຫານ LinkedIn ໄດ້ປະກາດວ່າ “ເນື່ອງຈາກຕະຫຼາດ ແລະ ຄວາມຕ້ອງການຂອງລູກຄ້າມີຄວາມຜັນຜວນຫຼາຍຂຶ້ນ ແລະ ເພື່ອໃຫ້ຮອງຮັບຕະຫຼາດເກິດໃໝ່ ແລະ ຕະຫຼາດທີ່ກຳລັງເຕີບໂຕໄດ້ຢ່າງມີປະສິດທິພາບ ພວກເຮົາກຳລັງຂະຫຍາຍການໃຊ້ງານຂອງຜູ້ຂາຍ ພວກເຮົາກຳລັງລົດບົດບາດການຈັດການ ແລະ ຂະຫຍາຍຄວາມຮັບຜິດຊອບເພື່ອໃຫ້ການຕັດສິນໃຈໄດ້ໄວຂຶ້ນ”

ນອກຈາກນີ້ LinkedIn ໄດ້ກ່າວການປີດຕົວຂອງ InCareer ເຊິ່ງເປັນແອບພິເຄຊັນໃນປະເທດຈີນ ໂດຍເປີດໂຕເທື່ອປີ 2021 ເພື່ອຈະເປັນທາງເລືອກຂອງຄົນຫາວຽກໃນປະເທດຈີນທີ່ມີຕະຫຼາດຜູ້ທີ່ຫາວຽກຫຼາຍ 10 ລ້ານຄົນ ຫຼັງຈາກທີ່ LinkedIn ໄດ້ປະກາດຖອນຕົວອອກຈາກປະເທດຈີນເຫຼືອພຽງທຸລະກິດບາງສ່ວນ ໂດຍບໍລິສັດໃຫ້ເຫດຜົນວ່າ ບໍ່ວ່າຈະເປັນການແຂ່ງຂັນຂອງທຸລະກິດທີ່ຮຸນແຮງໃນຈີນ ບໍລິສັດຕ້ອງໄດ້ເຮັດຕາມກຳນົດຂອງໜ່ວຍງານກຳກັບດູແລທີ່ຍາກຂຶ້ນ ລວມໄປຮອດຄວາມທ້າທາຍໃນການເຮັດທຸລະກິດໃນປະເທດຈີນໃນໄລຍະຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/