LINE ຕອກຫຍໍ້າຜູ້ນຳດ້ານເຕັກໂນໂລຊີສະໜັບສະໜູນ Lifestyle ໃນວິຖີຊີວິດໃຫມ່ ເດີນໜ້ານຳເຕັກໂນໂລຊີ AR ສ້າງສີສັນໃຫ້ກັບບໍລິການ LINE Chat ເທິງມືຖືດ້ວຍ Features ໃໝ່ລ້າສຸດ Avatar ຮູບແບບສະເໝືອນຈິງທັງນິ່ງ ແລະ ເຄື່ອນໄຫວ ໃຫ້ຜູ້ໃຊ້ໄດ້ມ່ວນໄປກັບລູກຫຼີ້ນໃຫມ່ ທັງ Chat ກັບໝູ່ເພື່ອນ Shere ເທິງ Timeline ແລະ ເຮັດເປັນຮູບ Profile ກໍ່ຍັງໄດ້ ເຊື່ອມໂຍງເຕັກໂນໂລຊີເຂົ້າກັບຊີວິດປະຈໍາວັນໄດ້ແບບໄຮ້ຮອຍຕໍ່. ຕອບໂຈດຊີວິດຂອງທ່ານແບບ LIFE ON LINE ໄດ້ເຕັມທີ່ຍິ່ງຂື້ນ.
LINE Avatar promo video:
https://www.youtube.com/watch?v=fha6AMEwQjg
Features Avatar ເປັນ Features ທີ່ນໍາເອົາເຕັກໂນໂລຊີ AR (Augmented reality) ທີ່ປັດຈຸບັນໃຫ້ຄົນສ່ວນຫຼາຍເລີ່ມມີຄວາມຄຸ້ນເຄີຍ ໂດຍການລວມສະພາບແວດລ້ອມແທ້ໆມາປະສົມກັບວັດຖຸເຂົ້າດ້ວຍກັນໃຫ້ມາເປັນລູກຫຼີ້ນສຳຄັນ. ເພິ່ມຄວາມສາມາດໃຫ້ Avatar ໃນ LINE ສາມາດຈັບການເຄື່ອນໄຫວຂອງໃບໜ້າຜູ້ໃຊ້ງານເພື່ອເຄື່ອນໄຫວນຳໄດ້ ທີ່ສຸດລ້ຳໄປກວ່ານັ້ນຄື ຍັງສາມາດນຳຕົວ Avatar ທີ່ເຮົາສ້າງມາຈັດວາງໄວ້ເທິງສະພາບແວດລ້ອມຂອງແທ້ມາຜ່ານກ້ອງໃນມືຖືຂອງຜູ້ໃຊ້ງານໄດ້ອີກດ້ວຍໂດຍເມື່ອສ້າງສຳເລັດຜູ້ໃຊ້ງານຍັງສາມາດນຳເອົາ Avatar ມາໃຊ້ເປັນທັ້ງຮູບ Profile ຫຼື ໜ້າປົກ Profile Shereໃນ Shere ຫຼື ບັນທຶກໄວ້ Shere ໄປໃນ Social media ອື່ນໆໄດ້.
Avatar ທີ່ຜູ້ໃຊ້ສ້າງຂື້ນຈະສາມາດນໍາໄປສ້າງເປັນທັງຮູບນິ່ງ ແລະ ຮູບເຄື່ອນໄຫວ ຫຼື ເປັນ Animation ໄດ້ຍາວເຖິງ 15 ວິນາທີ ໂດຍສາມາດເລືອກສ້າງໄດ້ 3 ຮູບແບບດ້ວຍກັນຄື: 1 ແບບມີ Background ທີ່ເລືອກເອງໄດ້ໂດຍຜູ້ໃຊ້ສາມາດເຄື່ອນໄຫວໜ້າຕາເພື່ອໃຫ້ Avatar ເຄື່ອນໄຫວຕາມໄດ້ 2 ແບບບໍ່ມີ Background ໂດຍໃຫ້ Avatar ແທນໜ້າຄົນແທ້ໆພ້ອມບັນຍາກາດຈິງຈາກກ້ອງ ແລະ 3 ແບບໃຊ້ AR ໂດຍວາງຕົວ Avatar ໃຫ້ເຄື່ອນໄຫວໄປມາຢູ່ໃນຮູບບັນຍາກາດແທ້ໆເຊັ່ນ: ໃຫ້ຍ່າງ ຫຼື ເຮັດທ່າທາງຕ່າງໆເທິງສະຖານທີ່ຖ່າຍຈາກໂຫມດກ້ອງເປັນຕົ້ນໂດຍສາມາດສ້າງ Avatar ໄດ້ຫຼາຍທີ່ສຸດເຖິງ 5 ຕົວລະຄອນຕໍ່ໜື່ງບັນຊີໂດຍຫາກຜູ້ໃຊ້ສ້າງ Avatar ມາຫຼາຍໂຕແລ້ວຍັງສາມາດນຳ Avatar ມາຮວມກັນເປັນຮູບແບບກຸ່ມພາບໃຕ້ Frame ດຽວກັນໄດ້ອີກດ້ວຍ ( ບັນຈຸໄດ້ສູງສຸດເຖິງ 4 Avatar ໃນ 1 Frame ).

ຊ່ອງທາງການສ້າງ Avatar.
- ເຂົ້າໄປທີ່ໜ້າ Profile ຂອງ LINE ແລ້ວກົດໄປທີ່ icon ທີ່ມີຄຳວ່າ Avatar ຈະປາກົດໜ້າຈໍສຳຫຼັບຖ່າຍຮູບໜ້າເພື່ອສ້າງ Avatar ຂອງເຮົາ ແລະ ລະບົບຈະສ້າງ Avatar ຂື້ນຈາກຮູບເປັນໂຕຕັ້ງໃຫ້ໂດຍອັດຕະໂນມັດໂດຍຜູ້ໃຊ້ສາມາດກົດແກ້ໄຂ (Edit Avatar) ແລະ ປັບແຕ່ງໜ້າຕາການແຕ່ງໂຕ Avatar ເພິ່ມເຕີມໄດ້ຕາມໃຈ.
- ເຂົ້າຜ່ານໂຫມດກ້ອງໃນ LINE ບໍ່ວ່າຈະເປັນໃນຫ້ອງສົນທະນາ ຫຼື ໃນຫ້ອງສ້າງ Story Post ໃນໜ້າ Timeline ໂດຍຈະມີ icon Avatar ປາກົດຢູ່ພ້ອມໃຫ້ຜູ້ໃຊ້ສາມາດເຂົ້າໄປສ້າງໄດ້ທັນທີທັ້ງ Avatar ແບບຮູບນິ່ງ ຫຼື ຮູບເຄື່ອນໄຫວໃຫ້ເລືອກສັນສ້າງໄດ້ຕາມໃຈມັກເລີຍ..!!
LINE ຈະມຸ່ງໝັ້ນພັດທະນາບໍລິການ ແລະ Features ໃຫມ່ໆແບບນີ້ຢ່າງຕໍ່ເນື່ອງຕໍ່ໄປເພື່ອຍົກລະດັບການສື່ສານຜ່ານ LINE ຂອງຜູ້ໃຊ້ງານທຸກຄົນບໍ່ພຽງແຕ່ເພື່ອສະດວກສະບາຍ ແລະ ມີປະສິດທິພາບເທົ່ານັ້ນ ແຕ່ຍັງຕ້ອງມີສີສັນເພື່ອເພິ່ມຄວາມສຸກ ແລະ ສ້າງຄວາມສຳພັນເຮັດໃຫ້ຊີວິດປະຈຳວັນຂອງຜູ້ໃຊ້ LINE ໃນທຸກໆດ້ານຢູ່ເທິງໂລກ Digital ໄດ້ຢ່າງມີຄວາມສຸກ.
Update LINE ເປັນ Latest version ເພື່ອສໍາພັດເຕັກໂນໂລຊີ AR ສຸດລ້ຳຜ່ານ LINE Avatar ໄດ້ທີ່ນີ້:
https://line.me/update #LINEAvatar #AR #LifeonLINE
ທີ່ມາ: https://www.ryt9.com/s/prg/3162777