Jennie BLACKPINK ຄອງອັນດັບ 1 ໄອດໍຍິງ ທີ່ມີມູນຄ່າແບຣນສູງສຸດ


ການຈັດອັນດັບຂໍ້ມູນຈາກ Big Data ຂອງ The Korean Business Research Institute ເຜີຍອັນດັບໄອດໍແຫ່ງວົງການ K-Pop ທີີ່ມີມູນຄ່າແບຣນສູງສຸດປະຈຳເດືອນ ມັງກອນ 2024 ໄດ້ຍົກໃຫ້ Jennie BLACKPINK ເປັນອັນດັບ 1.

ໂດຍນັບຄະແນນມາຕັ້ງແຕ່ວັນທີ 21 ທັນວາ 2023 ຈົນຮອດ 32 ມັງກອນ 2024 ຈາກທັງໝົດ 655 ຄົນ ລວມທັງໝົດ 86,587,833 ລາຍການ ທາງ Jennie BLACKPINK ມີດັດຊະນີຄະແນນລວມທັງໝົດ 3,392,111 ແລະ ມີຄຳຄົ້ນຫາທີ່ຖືກເວົ້າເຖິງຫຼາຍທີ່ສຸດໄດ້ແກ່ ‘ODD ATELIER’, ‘이효리의 레드카펫’ (The Seasons: Red Carpet With Lee Hyo Ri) ແລະ ‘One Of The Girls’.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/