Israel ພົບຜູ້ປ່ວຍກໍລະນີທຳອິດທີ່ຕິດເຊື້ອທັງໄຂ້ຫວັດໃຫຍ່ ແລະ ໂຄວິດ-19 ພ້ອມກັນ


ທີ່ປະເທດອິດສະຣະເອລ ໄດ້ລາຍງານການພົບຜູ້ປ່ວຍຄົນທຳອິດທີ່ເປັນກໍລະນີບໍ່ເຄີຍພົບເຫັນມາກ່ອນ ກໍຄືໄດ້ກວດພົບເຊື້ອທັງໄຂ້ຫວັດໃຫຍ່ (Influenza) ແລະ ໂຄວິດ-19 (Coronavirus) ພ້ອມກັນ ໂດຍໄດ້ຕັ້ງຊື່ວ່າ “Flurona” ຫຼື “Florona”. ທາງສຳນັກຂ່າວທ້ອງຖິ່ນໄດ້ກ່າວວ່າຜູ້ປ່ວຍນັ້ນແມ່ນແມ່ຍິງຖືພາທີ່ຢູ່ໃນໂຮງໝໍຢູ່ແລ້ວ ເຊິ່ງອາການຂອງລາວແມ່ນເບົາບາງ.

ທາງໂຮງໝໍໄດ້ໃຫ້ລາຍງານວ່າທັນທີທີ່ຜູ້ປ່ວຍເຂົ້າຮັບການປິ່ນປົວໃນໂຮງໝໍ ກໍໄດ້ກວດພົບທັງເຊື້ອໂຄໂຣນາ ແລະ ໄຂ້ຫວັດໃຫຍ່ພ້ອມກັນ ຈາກຜົນກວດຂອງທັງສອງ ແລະ ຫຼັງຈາກກວດອີກຮອບກໍຍັງເປັນຜົນແບບເກົ່າ. ຢ່າງໃດກໍຕາມ ເຊື້ອທັງສອງກໍແມ່ນເຊື້ອດຽວກັນ, ພວກມັນທັງຕິດຕໍ່ງ່າຍ ທັງຍັງເຮັດໃຫ້ຫາຍໃຈລຳບາກ ເນື່ອງຈາກວ່າເຊື້ອທັງສອງນັ້ນໂຈມຕີໃສ່ລະບົບຫາຍໃຈຊັ້ນເທິງ.

ກະຊວງສາທາລະນະສຸກໄດ້ກ່າວວ່າພວກເຂົາກຳລັງສຶກສາກໍລະນີນີ້ຢູ່ ເພື່ອສັງເກດການວ່າ ການຕິດເຊື້ອທັງສອງຊະນິດພ້ອມກັນຈະສາມາດສົ່ງຜົນໃຫ້ເກີດການລົ້ມປ່ວຍທີ່ຮຸນແຮງກວ່າອັນໃດໜຶ່ງຫຼືບໍ່.  ເຖິງແມ່ນວ່ານີ້ຈະເປັນກໍລະນີທຳອິດທີ່ພົບເຊື້ອທັງສອງພ້ອມກັນ, ແຕ່ມັນກໍເປັນກໍລະນີທ້າທາຍສຳລັບບັນດາແພດໝໍເພື່ອຈະໄດ້ກຽມຮັບມືໃນອະນາຄົດ. ໂດຍສະເພາະໃນໄລຍະນີ້ທີ່ເລີ່ມພົບເຫັນແມ່ຍິງຖືກພາຕິດເຊື້ອໄຂ້ຫວັດໃຫຍ່ຫຼາຍຂຶ້ນ. ເຊິ່ງວ່າແມ່ຍິງຜູ້ນີ້ ທາງເຈົ້າໜ້າທີ່ໄດ້ກຽມໃຫ້ອອກຈາກໂຮງໝໍໄດ້ໃນວັນພະຫັດ.

ລາຍງານຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນປະເທດອິດສະຣະເອລນັ້ນ ມີລວມຢູ່ 1,376,256 ຄົນ ແລະ ເສຍຊີວິດແລ້ວ 8,243 ຄົນຈາກເຊື້ອດັ່ງກ່າວ. ທາງກະຊວງສາທາລະນະສຸກກໍໄດ້ມີມາດຕະການບໍລິການສັກວັກຊີນເຂັມທີ 4 ແກ່ປະຊາຊົນທັນທີ່ທີ່ໄດ້ເກີດການລະບາດຂອງເຊື້ອໂອໄມຄຣອນແລ້ວ. 

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/