Instagram ກຽມເປີດໃຫ້ທົດສອບຊື້ຂາຍ NFT ເທີງເຄືອຂ່າຍ Polygon ເຊື່ອມກັບກະເປົາ Solana ໃນໄວໆນີ້

Instagram

ທ່າມກາງການຂາລົງໃນຕະຫຼາດ NFT ແລະ Cryptocurrency, Meta ບໍລິສັດແມ່ຂອງແພລັດຟອມສັງຄົມອອນລາຍຊື່ດັງຫຼາຍແພລັດຟອມ ໄດ້ປະກາດວ່າ Instagram ກຳລັງຈະເປີດຕະຫຼາດສຳລັບ NFT ໂດຍເລີ່ມຈາກການຮອງຮັບໃນເຄືອຂ່າຍ Polygon ແລະ ຈະເລີ່ມຈາກຜູ້ສ້າງໃນກຸ່ມນ້ອຍໆ ໃນອາເມຣິກາ ແລ້ວຫຼັງຈາກນັ້ນ ຈຶ່ງຂະຫຍາຍໄປສູ່ປະເທດອື່ນໆ.

Instagram

Meta ລະບຸອີກວ່າ ການເປີດໃຫ້ຊື້ຂາຍ NFT ໃນຄັ້ງນີ້ ຈະສະໜັບສະໜູນກະເປົາເງິນ Phantom ຂອງ Solana ໂດຍຂະນະນີ້ສາມາດເບິ່ງຂໍ້ມູນ ສຳລັບ ຄໍແລັກຊັ່ນຈາກ OpenSea ໃນແພລັດຟອມໄດ້ແລ້ວ.

Instagram

Stephane Kasriel ຜູ້ນໍາດ້ານ Fintech ແລະ Web3 ຂອງ Meta ກ່າວວ່າ: “ຜູ້ຄົນຈະບໍ່ສາມາດຮັບຮູ້ເຖິງຕະຫຼາດຂອງເຫຼົ່າຜູ້ສ້າງສັນຜົນງານ ທີ່ມີມູນຄ່າກວ່າ 100.000 ລ້ານໂດລາ ຖ້າເກີດວ່າບໍ່ມີຕະຫຼາດດິຈິຕອລທີ່ສາມາດເຂົ້າເຖິງໄດ້ຢ່າງສະດວກກວ່າບໍລິການໃນເວັບໄຊປັດຈຸບັນ.”

“ເຊິ່ງຈຸດປະສົງຂອງ Meta ກໍຄື ການຊ່ວຍ ບັນດາຜູ້ສ້າງສັນຜົນງານ ສາມາດຫາລ້ຽງຊີບໄດ້ ໂດຍທີ່ບໍລິສັດຈະບໍ່ມີການເອີ້ນເກັບຄ່າທຳນຽມໃນຕະຫຼາດຈົນເຖິງປີ 2024 ແລະ ຈະຄອບຄຸມໄປຈົນຮອດຕົ້ນທຶນພະລັງງານທີ່ກ່ຽວຂ້ອງກັບ Blockchain ນຳເຊັ່ນດຽວກັນ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/