Impressionism – ສິລະປະທີ່ຂັດກັບວັດທະນະທຳ ແລະ ປະຫວັດສາດ


ໃນສະຕະວັດທີ 19 ທີ່ປະເທດຝຣັ່ງ, ມີສິລະປິນຜູ້ໜຶ່ງຊື່ວ່າ Edouard Manet ໄດ້ສົ່ງຮູບແຕ້ມຂອງລາວເຂົ້າປະກວດໃນງານນິທັດສະການ Salon ເຊິ່ງເປັນງານວາງສະແດງທີ່ໃຫຍ່ທີ່ສຸດ ເອີ້ນໄດ້ວ່າເປັນບັນທັດຖານຂອງການຄັດເລືອກ “ສິລະປະທີ່ງາມ” ໃນສະໄໝນັ້ນ, ເພາະຜູ້ທີ່ຈະຜ່ານເກນໄດ້ ຈະຕ້ອງລະບາຍຮູບທີ່ມີການປັດສີຢ່າງລະອຽດ, ຮູບພາບຈະຕ້ອງມີອົງປະກອບທີ່ຊັບຊ້ອນ ແລະ ເນື້ອຫາແມ່ນໃຫ້ກ່ຽວກັບປະຫວັດສາດ ຫຼື ເທພີກຣີກ-ໂຣມັນ ແລະ ຄວາມຍິ່ງໃຫຍ່ອື່ນໆ ທີ່ຈະຍົກລະດັບສະຕິປັນຍາ.

ແຕ່ວ່າຮູບທີ່ Manet ໄດ້ສົ່ງໄປນັ້ນ ກົງກັນຂ້າມກັບຄວາມຕ້ອງການຂອງທາງສະຖາບັນທັງໝົດ. ງານຂອງ Manet ຈະແຕ້ມເຖິງບຸກຄົນໃນສະໄໝນັ້ນ ແລະ ເນື້ອຫາແມ່ນການໃຊ້ຊີວິດໃນປະຈຳວັນ. ນອກຈາກນັ້ນ ຍັງໃຊ້ສີທີ່ສົດໃສ, ລະບາຍສີແບບຫຍາບໆ ແລະ ໄວ ຈົນເບິ່ງຄືບໍ່ລະອຽດ ທີ່ຄົນໃນສະໄໝນັ້ນເຫັນແລ້ວບໍ່ມີທາງເລີຍທີ່ຈະໃຫ້ການຍອມຮັບ.

Olympia by Edouard Manet

ເພື່ອທີ່ສິລະປິນຈະໄດ້ແຈ້ງເກີດນັ້ນ ກໍຈະຕ້ອງຖືກຍອມຮັບຈາກຄະນະກຳມະການຂອງສະຖາບັນວິຈິດສິນແຫ່ງຝຣັ່ງ ແລະ ຜົນງານກໍຕ້ອງໄດ້ຖືກນຳໄປສະແດງໃນງານ Salon ເທົ່ານັ້ນ. ແນ່ນອນວ່າທາງ Salon ໄດ້ປະຕິເສດງານຂອງ Manet ໃຫ້ຕົກຮອບໄປ.

ແຕ່ເຖິງຢ່າງໃດກໍຕາມ Manet ກໍຍັງສົ່ງຮູບໄປປະກວດຢູ່ ຈົນໄດ້ສ້າງແຮງບັນດານໃຈໃຫ້ Claude Monet ຮວມຕົວສິລະປິນຮຸ່ນໃໝ່ເຂົ້ານຳກັນ ແລະ ຕັ້ງໃຈຈັດງານນິທັດສະການຂຶ້ນມາສູ້ໃນມື້ດຽວກັນກັບງານຂອງ Salon ໃນປີ 1874. ເຖິງແມ່ນວ່າງານນິທັດສະການຄັ້ງທຳອິດນີ້ ຈະບໍ່ໄດ້ຂາຍຜົນງານອອກເລີຍ ແຕ່ວ່າມັນກໍເປັນຈຸດທີ່ເຮັດໃຫ້ກຸ່ມສິລະປິນໄວໜຸ່ມໄດ້ມີຊື່ຂຶ້ນມາວ່າ “Impressionists” ໂດຍນັກວິຈານຄົນໜຶ່ງທີ່ໄດ້ວິຈານງານທີ່ພວກເຂົາຈັດສະແດງວ່າ “ງານນັ້ນບໍ່ລະອຽດ, ຫຍາບໆ, ແບບນີ້ມັນເອີ້ນວ່າງານຈິດຕະກຳບໍ່ໄດ້ດອກ, ມັນຍັງແຕ້ມບໍ່ແລ້ວຊ້ຳ ເປັນໄດ້ພຽງງານ Impression ຫຼື ຄວາມປະທັບໃຈເທົ່ານັ້ນ” ແລະ ການວິຈານນີ້ ເຮັດໃຫ້ພວກເຂົາເອີ້ນຕົນເອງວ່າພວກ Impressionists ຕັ້້ງແຕ່ນັ້ນມາ.

Impression, Sunrise by Claude Monet

ແລະໃນປີ 1886 ຫຼັງຈາກການຈັດງານສະແດງຮູບສູ້ກັບ Salon ຄັ້ງທີ 4 ຂອງກຸ່ມ Impressionists ພວກເຂົາກໍໄດ້ສ້າງກຳໄລ ແລະ ລາຍໄດ້ເພີ່ມຂຶ້ນ ບວກກັບການໄດ້ໄປຈັດສະແດງທີ່ປະເທດສະຫະລັດອາເມຣິກາ ທີ່ໄດ້ສ້າງຊື່ສຽງໃຫ້ພວກເຂົາມີຄວາມໜ້າເຊື່ອຖືເພີ່ມຂຶ້ນໄປອີກ. ຜົນຕອບຮັບທີ່ໄດ້ກໍຄື ສະຖາບັນວິຈິດສິນ ບໍ່ແມ່ນບ່ອນດຽວທີ່ຈະອະນຸມັດຮູບຂຽນທີ່ເໝາະສົມອີກຕໍ່ໄປ.   

ຮູບຂຽນແບບ “impressionism” ຈະເປັນການເລົ່າເລື່ອງເຖິງບຸກຄົນ, ສະຖານທີ່ນັ້ນໆ ທີ່ຮ່ວມສະໄໝໂດຍແທ້ຈິງ ແລະ ສິ່ງສຳຄັນທີ່ສຸດແມ່ນຮູບແບບການນຳໃຊ້ສີທີ່ມີຄວາມສົດໃສ ເພາະຈຸດປະສົງແມ່ນການສະແດງສີທີ່ມີແສງສະທ້ອນເຂົ້າກັບຕາແທ້ໆ ໂດຍຈະບໍ່ແມ່ນການໃຫ້ມີສິ່ງໃດສິ່ງໜຶ່ງເດັ່ນອອກມາ.

ເມື່ອມາຮອດຈຸດທີ່ປ່ຽນຈາກໜ້າມືເປັນຫຼັງມື ຄົນສ່ວນຫຼາຍເບິ່ງວ່າງານທີ່ວາງສະແດງໃນງານ Salon ນັ້ນໜ້າເບື່ອໄປແລ້ວ ກໍເປັນຫຼັກຖານທີ່ຢືນຢັນໄດ້ວ່າ ໃນທີ່ສຸດຄົນກໍເລີ່ມເປີດໃຈຮັບສິລະປະສະໄໝໃໝ່ໄດ້ແລ້ວນັ້ນເອງ.

ທີ່ມາ: https://bit.ly/3rUFMuk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/