Grammy Awards 2022 ເລື່ອນການຈັດງານແບບບໍ່ມີກຳນົດ ສາເຫດຍ້ອນໂຄວິດ-19 Omicron ລະບາດໜັກຕໍ່ເນື່ອງ


ເປັນເລື່ອງທີ່ໜ້າເສຍດາຍແທ້ໆສຳລັບງານປະກາດຮາງວັນລະດັບໂລກຢ່າງ Grammy Awards 2022 ເພາະຫຼ້າສຸດທາງ Recording Academy ຜູ້ຈັດງານ Grammy Awards ໄດ້ອອກມາຖະແຫຼງການເພື່ອປະກາດເລື່ອນການຈັດງານປະຈຳປີ 2022 ອອກໄປ ຫຼັງຈາກສະຖານະການການແຜ່ລະບາດຂອງໂຄວິດ-19 ກັບມາຢູ່ໃນຈຸດທີ່ໜ້າເປັນຫ່ວງອີກຄັ້ງ ໂດຍສະເພາະໂຄວິດ ສາຍພັນ Omicron ທີ່ແຜ່ກະຈາຍໄດ້ຢ່າງວ່ອງໄວກວ່າສາຍພັນອື່ນໆ ແລະ ກຳນົດການ ຫຼື ມື້ຈັດງານໃໝ່ຍັງບໍ່ມີການເປີດເຜີຍທີ່ຊັດເຈນເທື່ອ.

“ຫຼັງຈາກການພິຈາລະນາຢ່າງຖີ່ຖ້ວນຮ່ວມກັບເຈົ້າໜ້າທີ່ ແລະ ຜູ້ຊ່ຽວຊານດ້ານສຸຂະພາບ ລວມໄປເຖິງສິລະປິນແລະພາດເນີ້ຂອງເຮົາ Recording Academy ແລະ CBS ໄດ້ຕັດສິນໃຈເລື່ອນການຈັດງານ Grammy Awards ຄັ້ງທີ 64 ອອກໄປ ໂດຍສຸຂະພາບ ແລະ ຄວາມປອດໄພຂອງບຸກຄະລາກອນໃນວົງການດົນຕີ, ທີມງານກວ່າຮ້ອຍຊີວິດທີ່ເຮັດວຽກນຳກັນຢ່າງອິດເມື່ອຍ ແລະ ຜູ້ຊົມ ຄືສິ່ງທີ່ເຮົາໃຫ້ຄວາມສຳຄັນເປັນອັນດັບທຳອິດ”.

“ດ້ວຍຄວາມບໍ່ແນ່ນອນ ແລະ ການແຜ່ກະຈາຍທີ່ວ່ອງໄວຂອງເຊື້ອໄວຣັສສາຍພັນ Omicron ສົ່ງຜົນໃຫ້ການຈັດງານຕາມກຳນົດການເກົ່າແມ່ນວັນທີ 31 ມັງກອນ ນັ້ນມີຄວາມສ່ຽງຫຼາຍເກີນໄປ ເຮົາຕັ້ງໃຈລໍຖ້າທີ່ຈະໄດ້ສະຫຼອງຄໍ່າຄືນທີ່ຍິ່ງໃຫຍ່ທີ່ສຸດຂອງວົງການດົນຕີໃນອະນາຄົດ ເຊິ່ງວັນເວລາຈັດງານໃໝ່ຈະຖືກປະກາດອອກມາໄວໆນີ້”.

ສຳລັບງານ Grammy Awards 2022 ແຕ່ກ່ອນແມ່ນມີກຳນົດການຈັດຂຶ້ນໃນວັນທີ 31 ມັງກອນ ທີ່ສະໜາມກິລາໃນຮົ່ມ Crypto.com Arena ຫຼືຊື່ເກົ່າແມ່ນ  Staples Center ໃນເມືອງ Los Angeles ເຖິງແມ່ນວ່າຈະມີການຈັດການແຂ່ງຂັນກິລາ ແລະ ມີຄິວຈັດຄອນເສີດເກືອບທຸກມື້ ຍາວໄປຮອດເດືອນເມສາ ແຕ່ດ້ວຍຄວາມກັງວົນທີ່ມີຕໍ່ການລະບາດຮອບໃໝ່ຂອງໂຄວິດ ເຮັດໃຫ້ບັນດາສິລະປິນ ແລະ ຜູ້ບໍລິຫານຫຼາຍຄົນລວມຕົວກັນຮຽກຮ້ອງໃຫ້ທາງ Recording Academy ເລື່ອນການຈັດງານອອກໄປ.

ທັງນີ້ ກໍຕ້ອງຕິດຕາມເບິ່ງວ່າທາງ Recording Academy ຈະເລື່ອນງານອອກໄປມື້ໃດ ແລະ ຍັງຈະເອົາໂມເດລຈັດງານຄືກັນກັບປີກ່ອນທີ່ປະສົບບັນຫາການແຜ່ລະບາດຂອງໂຄວິດໃນໄລຍະຫຼັງເທສະການປີໃໝ່ຫຼືບໍ່. ຖ້າຫາກແນມຢ້ອນກັບໄປຕ້ອງຍອມຮັບວ່າທາງຜູ້ຈັດຫາວິທີແກ້ໄຂບັນຫາໄດ້ດີ ຕັ້ງແຕ່ການປັບຂະໜາດຂອງງານເພື່ອລົດຄວາມແອອັດ, ການໝຸນວຽນກຸ່ມສິລະປິນໃນງານຜູ້ຖືກສະເໜີເຂົ້າຊິງຮາງວັນທຸກໆ 45 ນາທີ ໄປຈົນຮອດເລື່ອງການສະແດງ ທີ່ມີທັງແບບສະແດງສົດ ແລະ ໃຫ້ສິລະປິນບັນທຶກເທບລ່ວງໜ້າເພື່ອເອົາມາເປີດໃນງານ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/