Google ພັດທະນາ Feature Adaptive Sound ຍົກເຄື່ອງຄຸນະພາບສຽງຈາກລຳໂພງໃຫ້ Pixel


Pixel 5 Smart Phone ຮຸ່ນຫຼ້າສຸດຈາກ Google ມາພ້ອມກັບລຳໂພງຄູ່ Stereo ໂດຍທີ່ລຳໂພງຕົວເທິງນັ້ນຝັງຢູ່ໃຕ້ຈໍຮູບ ເຖິງຢ່າງໃດກໍຕາມຜູ້ໃຊ້ງານກັບມີກະແສຕອບຮັບທີ່ບໍ່ໄດ້ເປັນໄປທາງບວກປານໃດກັບເລື່ອງຄຸນນະພາບສຽງ ເຊິ່ງເບິ່ງຄື Google ກຳລັງຫາວິທີແກ້ໄຂບັນຫາດັ່ງກ່າວດ້ວຍ Feature Adaptive Sound ສຳຫຼັບປັບປຸງຄຸນນະພາບສຽງ.

ຜະລິດຕະພັນຫຼາຍໆຢ່າງຈາກ Google ເປັນທີ່ຮູ້ຈັກກັນດີວ່າ ມີຄວາມໂດດເດັ່ນເລື່ອງຄຸນສົມບັດໃນການຮຽນຮູ້ຂອງລະບົບເຊິ່ງຈະຕອບສະໜອງຕໍ່ພຶດຕິກຳທີ່ແຕກຕ່າງກັນໄປຂອງຜູ້ໃຊ້ງານ.

ໃນຕອນນີ້ Smart Phone Pixel ນັ້ນກໍມີ Feature ໃນຊື່ Adaptive ຢູ່ແລ້ວຫຼາຍລາຍການເຊັ່ນ: Adaptive Brightness ຮຽນຮູ້ການປັບລະດັບຄວາມສະຫວ່າງໜ້າຈໍ, Adaptive Battery ຮຽນຮູ້ພຶດຕິກຳການໃຊ້ງານ battery ແລະ Adaptive Notifications ຮຽນຮູ້ລຳດັບຄວາມສຳຄັນຂອງການແຈ້ງເຕືອນເປັນຕົ້ນ.

ສຳຫຼັບ Adaptive Sound  ນີ້ກໍຍັງຢູ່ໃນແນວທາງດຽວກັບທີ່ຜ່ານມາ ຫຼັກການເຮັດວຽກຂອງ Feature ນີ້ກໍຄື ໃຊ້ໄມໂຄໂຟນຕົວເຄື່ອງວິເຄາະສຽງແວດລ້ອມ ຈາກນັ້ນຈະເຮັດການປັບອີຄວໍໄລເຊີ (equalizer) ຂອງສຽງຈາກລຳໂພງໃຫ້ເຂົ້າກັນ.

Google ລະບຸວ່າ Feature Adaptive Sound ອາດສະແດງຜົນລັບໄດ້ບໍ່ຊັດເຈນຖ້າເປີດສຽງດັງ ແລະ ສຳຫຼັບຜູ້ທີ່ກັງວົນເລື່ອງຄວາມເປັນສ່ວນຕົວກໍສະບາຍໃຈໄດ້ເພາະ Google ບອກວ່າ ສຽງທີ່ຮັບເຂົ້າມາຈາກໄມໂຄໂຟນຈະເຮັດການບັນທຶກໄວ້ໃນຕົວເຄື່ອງພຽງໄລຍະເວລາສັ້ນໆເທົ່ານັ້ນ ຫຼັງຈາກການດຳເນີນການຄຳນວນ ແລະ ປະມວນຜົນຮຽບຮ້ອຍແລ້ວກໍຈະເຮັດການລົບ File ຖິ້ມໄປ ບໍ່ມີການສົ່ງຂໍ້ມູນກັບໄປຍັງ Server ຂອງບໍລິສັດແຕ່ຢ່າງໃດ.

ຄາດວ່າ Google ຈະປ່ອຍ Feature Adaptive Sound ໃຫ້ໃຊ້ງານກັນໃນການອັບເດດໃຫຍ່ຄັ້ງຖັດໄປຂອງ Smart Phone Pixel ໂດຍເລີ່ມຈາກ Pixel 5 ກ່ອນເປັນຮຸ່ນທຳອິດ.

ທີ່ມາ: https://droidsans.com/google-pixel-5-adaptive-sound/