Gemini AI ຫຼ້າສຸດທີ່ຖືກພັດທະນາໂດຍ Google ອາດມີສັກກະຍະພາບເໜືອກວ່າ ChatGPT ຂອງ OpenAI


Demis Hassabis CEO ຂອງບໍລິສັດ DeepMind ເຊິ່ງພັດທະນາກ່ຽວກັບ AI ພາຍໃຕ້ Google ກ່າວວ່າ AI ທີ່ກຳລັງຖືກພັດທະນາຢູ່ພາຍໃຕ້ຂອງບໍລິສັດ ຈະມີຄວາມສາມາດທີ່ເໜືອກວ່າ ChatGPT ຂອງ OpenAI.

ໂດຍ Demis Hassabis ໄດ້ເຜີຍວ່າ “Gemini” ແມ່ນ AI ແບບ Large Language Model (LLM) ທີ່ໃຊ້ຄຳສັ່ງຄ້າຍຄືກັບຂະບວນການຂອງ ChatGPT, ແຕ່ Gemini ນັ້ນຈະມີຄວາມສາມາດໃໝ່ເພີ່ມເຂົ້າມາເຊັ່ນ ການຕັດສິນໃຈ, ການວາງແຜນ ຫຼື ການແກ້ບັນຫາທີ່ດີຂຶ້ນ ນີ້ຄືຄວາມເໜືອຊັ້ນທີ່ ChatGPT ບໍ່ສາມາດເຮັດໄດ້.

Gemini ນັ້ນໄດ້ພັດທະນາ ແລະ ຕໍ່ຍອດຂຶ້ນມາຈາກເທັກໂນໂລຢີ AlphaGo ເຊິ່ງເປັນ AI ຮຸ່ນທຳອິດຂອງ DeepMind ໃນປີ 2016. Demis ກ່າວວ່າ “Gemini ນັ້ນເປັນການປະສົມປະສານລະຫວ່າງຈຸດແຂງຂອງລະບົບ AlphaGo ແລະ LLM ເຂົ້າໄວ້ນຳກັນ, ນອກຈາກນີ້ຍັງມີເທັກໂນໂລຢີທີ່ໜ້າສົນໃຈເພີ່ມເຂົ້າມາອີກ”

Gemini ນັ້ນຖືກເປີດຕົວຂຶ້ນເປັນຄັ້ງທຳອິດໃນເດືອນພຶດສະພາໃນງານ Google I/O Conference ພ້ອມກັບຜະລິດຕະພັນ AI ອື່ນໆອີກຈຳນວນໜຶ່ງ.

ຢ່າງໃດກໍຕາມ, Gemini ຍັງເຫຼືອເວລາອີກຫຼາຍເດືອນກ່ອນທີ່ຈະເປີດຕົວຢ່າງເປັນທາງການ ແລະ ອາດຈະໃຊ້ເງິນຫຼາຍຮ້ອຍລ້ານໂດລາເພື່ຶອພັດທະນາໃຫ້ດີທີ່ສຸດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/