ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: ມູນຄ່າລວມຂອງສິນຄ້າ ແລະ ການບໍລິການທີ່ຜະລິດພາຍໃນປະເທດ ຫຼື GDP ຕໍ່ຫົວຄົນໃນປະເທດຍີ່ປຸ່ນແມ່ນໄດ້ຕົກລົງສູ່ລະດັບຕໍ່າທີ່ສຸດເປັນປະຫວັດສາດ. ໂດຍໃນປີ 2022 , GDP ຕໍ່ຄົນຂອງປະເທດຍີ່ປຸ່ນຈະຢູ່ທີ່ 34,064 ໂດລາ, ເຊິ່ງຢູ່ໃນອັນດັບ 21 ຈາກສະມາຊິກ 38 ປະເທດໃນກຸ່ມ OECD (Organization for Economic Co-operation and Development)
ໂດຍຕົວເລກດັ່ງກ່າວຍັງຖືວ່າເປັນຕົວເລກທີ່ຕ່ຳທີ່ສຸດ ແລະ ເກີດຂຶ້ນເປັນຄັ້ງທຳອິດໃນບັນດາກຸ່ມ 7 ປະເທດເສດຖະກິດທີ່ພັດທະນາແລ້ວ (G7) ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ເຊິ່ງນີ້ໄດ້ເນັ້ນຢ້ຳໃຫ້ເຫັນເຖິງຜົນກະທົບຈາກເງິນເຢນທີ່ອ່ອນຄ່າລົງເມື່ອທຽບໃສ່ເງິນໂດລາສະຫະລັດ ແລະ ສະຖານະການເສດຖະກິດຂອງຍີ່ປຸ່ນທີ່ຖົດຖອຍ.
ເງິນເຢນໄດ້ມີການອ່ອນຄ່າລົງເມື່ອລົງທຽບກັບເງິນໂດລາສະຫະລັດໃນປີ 2022 ທ່າມກາງຊ່ອງວ່າງລະຫວ່າງອັດຕາດອກເບ້ຍທີ່ເພີ່ມຂຶ້ນທັງສອງປະເທດ. ດ້ວຍເຫດນີ້, ມັນຈຶ່ງສົ່ງຜົນໃຫ້ອຳນາດການປົກຄອງຍີ່ປຸ່ນເຂົ້າມາແຊກແຊງໃນຫຼາຍຄັ້ງເພື່ອຍຸຕິການຫຼຸດລົງຢ່າງວ່ອງໄວຂອງເງີນເຢນ.
ສຳນັກງານຄະນະລັດຖະມົນຕີກ່າວວ່າ ອັດຕາການແລກປ່ຽນເງິນໂດລາໂດຍສະເລ່ຍແມ່ນຢູ່ທີ່ 131.4 ເຢນໃນປີ 2022, ເມື່ອທຽບກັບປີທີ່ຜ່ານມາທີ່ 109.8 ເຢນ ເຊິ່ງນີ້ແມ່ນສູງກວ່າຫຼາຍ.
Luxembourg ເຊິ່ງເປັນສູນກາງທາງດ້ານການເງິນທີ່ສໍາຄັນໃນຢູໂຣບໄດ້ກາຍເປັນອັນດັບໜຶ່ງໂດຍມີ GDP ຕໍ່ຄົນຢູ່ທີ່ 124,592 ໂດລາ, ຕາມມາດ້ວຍນໍເວແມ່ນມີ GDP ຕໍ່ຄົນຢູ່ທີ່ 106,180 ໂດລາ ແລະ ໄອແລນແມ່ນມີ GDP ຕໍ່ຄົນຢູ່ທີ່ 104,237 ໂດລາ. ໃນສ່ວນຂອງສະຫະລັດແມ່ນຢູ່ທີ່ອັນດັບ 5 ໂດຍມີ GDP ຕໍ່ຄົນຢູ່ທີ່ 76,291 ໂດລາ, ຮອງຈາກຍີ່ປຸ່ນອັນດັບທີ 21 ແມ່ນປະເທດເກົາຫຼີຕົກຢູ່ທີ່ອັນດັບທີ 22 ໂດຍມີ GDP ຕໍ່ຄົນຢູ່ທີ່ 32,423 ໂດລາ.
ຢ່າງໃດກໍຕາມ, ເສດຖະກິດຂອງຍີ່ປຸ່ນຍັງຄົງເປັນອັນດັບສາມຂອງໂລກໃນປີ 2022, ໂດຍມີ GDP ຢູ່ທີ່ 4.26 ພັນຕື້ໂດລາ, ໂດຍສະຫະລັດຍັງຄົງຄອງອັນດັບ 1 ໂດຍມີ GDP ຢູ່ທີ່ 25.44 ພັນຕື້ໂດລາ ຫຼື ໜຶ່ງສ່ວນສີ່ຂອງເສດຖະກິດໂລກ, ແລະ ຮອງລົງມາແມ່ນຈີນ ໂດຍມີ GDP ຢູ່ທີ່ 17.96 ພັນຕື້ໂດລາ. ຍີ່ປຸ່ນກວມເອົາ 4,2% GDP ຂອງໂລກເຊິ່ງຕ່ຳສຸດເປັນປະຫວັດສາດ, ຫຼຸດລົງຈາກ 5,1% ໃນປີທີ່ຜ່ານມາ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/