ກະແສນາງເງືອກຜົມແດງຂອງຮູບເງົາອະນິເມຊັນເລື່ອງ Ruby Gillman, Teenage Kraken ເປັນກະແສຢູ່ໂລກອອນລາຍໃນໄລຍະໜຶ່ງ ແຕ່ກະແສນັ້ນກໍບໍ່ໄດ້ຊ່ວຍໃຫ້ລາຍໄດ້ເປີດຕົວດີ ຮູບເງົາເລື່ອງນີ້ກາຍເປັນ ການເປີດຕົວທີ່ລາຍໄດ້ຕົກຕ່ຳທີ່ສຸດໃນຮອບ 28 ປີ ຂອງ DreamWorks.
ສຳນັກຂ່າວ Deadline ໄດ້ລາຍງານວ່າຮູບເງົາອະນິເມຊັນ Ruby Gillman, Teenage Kraken ຂອງຄ້າຍ DreamWorks ເຮັດລາຍໄດ້ເປີດຕົວໃນອາທິດທຳອິດໄດ້ໜ້າຜິດຫວັງທີ່ສຸດຂອງຄ້າຍ ໂດຍເປີດຕົວໃນອັນດັບທີ 6 ຂອງ BOX Office ສະຫະລັດອາເມຣິກາ ດ້ວຍລາຍໄດ້ພຽງ 5,2 ລ້ານໂດລາ.

ແນ່ນອນວ່າລາຍໄດ້ທີ່ຕ່ຳຂະໜາດນີ້ເຮັດໃຫ້ຮູບເງົາເລື່ອງ Ruby Gillman, Teenage Kraken ກາຍເປັນຮູບເງົາອະນິເມຊັນເລື່ອງທຳອິດຂອງ DreamWorks Animation ທີ່ເຮັດລາຍໄດ້ໜ້ອຍທີ່ສຸດໃນປະຫວັດສາດຮອບ 28 ປີ ນັບຕັ້ງແຕ່ມີການກໍຕັ້ງບໍລິສັດຂຶ້ນມາ ເຖິງແມ່ນວ່າລາຍໄດ້ຈາກຕະຫຼາດຕ່າງປະເທດຈະດູດີຂຶ້ນມາເລັກໜ້ອຍ ຢູ່ທີ່ປະມານ 7,6 ລ້ານໂດລາ ສົ່ງຜົນໃຫ້ລາຍໄດ້ທົ່ວໂລກຢູ່ທີ່ 12,8 ລ້ານໂດລາ ຄິດເປັນ 18% ຈາກທຶນສ້າງ 70 ລ້ານໂດລາ ແລະ ມີໂອກາດສູງທີ່ຮູບເງົາອະນິເມຊັນເລື່ອງນີ້ຈະຂາດທຶນແບບລົ້ມບໍ່ຂຶ້ນ.

ໂດຍມີການຄາດການເອົາໄວ້ວ່າຮູບເງົາອະນິເມຊັນ Ruby Gillman, Teenage Kraken ເຂົ້າສາຍໃນເວລາດຽວກັນກັບສອງຮູບເງົາອະນິເມຊັນຍັກໃຫຍ່ທັງເລື່ອງ Spider-Man: Across the Spider-Verse ແລະ The Super Mario Bros. Movie ທີ່ປະສົບຄວາມສຳເລັດຢ່າງມະຫາສານ ແນ່ນອນວ່າ Ruby Gillman, Teenage Kraken ບໍ່ໄດ້ມີຈຸດເດັ່ນທີ່ຈະເອົາໄປສູ້ກັບຍັກໃຫຍ່ສອງເລື່ອງນັ້ນໄດ້.

ກ່ອນໜ້ານີ້ທາງ DreamWorks Animation ປະສົບຄວາມສຳເລັດດ້ານລາຍໄດ້ຈາກຮູບເງົາສຸດຮິດຢ່າງ The Bad Guys ແລະ ຜົນງານພາກຕໍ່ທີ່ດີງາມເກີນຄວາມຄາດໝາຍຢ່າງ Puss in Boots: The Last Wish ແຕ່ກໍບໍ່ຮູ້ວ່າຈະສາມາດຊົດເຊີຍລາຍທີ່ໄດ້ທີ່ຂາດຫາຍໄປຂອງ Ruby Gillman, Teenage Kraken ໄດ້ຫຼືບໍ່?

ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/