ນາຍົກລັດຖະມົນຕີ ເນັ້ນແກ້ໄຂບັນຫາເງິນກີບອ່ອນຄ່າຢ່າງເຄັ່ງຮ້ອນ ສືບຕໍ່ຄວບຄຸມລາຄາສິນຄ້າຢ່າງໝັ້ນທ່ຽງ


ລັດຖະບານຈະສຸມໃສ່ແກ້ໄຂການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເພີ່ມຂຶ້ນຂອງລາຄາສິນຄ້າ ໂດຍຈະວາງມາດຕະການແກ້ໄຂສະເພາະໜ້າ, ມາດຕະການໄລຍະກາງ ແລະ ໄລຍະຍາວ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍບັນຫາ ໂດຍສະເພາະມາດຕະການຮີບດ່ວນໃນການຕ້ານ, ສະກັດກັ້ນ ແລະ ແກ້ໄຂອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ ແລະ ການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ບໍລິການ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ກໍລະກົດ ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ລັດຖະບານຈະໄດ້ສຸມໃສ່ແກ້ໄຂ ແລະ ສະເໜີໃຫ້ທົ່ວສັງຄົມຊ່ວຍສະໜັບສະໜູນ ແລະ ໃຫ້ການຮ່ວມມື ເຊິ່ງໄລຍະຜ່ານມາລັດຖະບານກໍໄດ້ສຸມໃສ່ໃນການແກ້ໄຂ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແຕ່ສະພາບການດັ່ງກ່າວກໍຍັງບໍ່ທັນຜ່ອນຄາຍລົງ. ສາເຫດຕົ້ນຕໍທີ່ເກີດຂຶ້ນເບື້ອງຕົ້ນແມ່ນເລີ່ມຈາກປັດໄຈພາຍນອກ ທີ່ສືບເນື່ອງຈາກຜົນກະທົບແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນແປຂອງພາກພື້ນ ແລະ ສາກົນ.

ທ່ານນາຍົກລັດຖະມົນຕີກ່າວຕື່ມວ່າ: ເຫັນໄດ້ສະພາບຄີືແນວນັ້ນກົມການເມືອງສູນກາງພັກໄດ້ຕົກລົງແຕ່ງຕັ້ງຄະນະສະເພາະກິດໃນການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ການແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ລັດຖະບານຈະຢືນຢັນສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໂດຍຈະວາງມາດຕະການດັ່ງນີ້:

ມາດຕະການສະເພາະໜ້າ: ເລັ່ງໃສ່ຄົ້ນຄວ້າແກ້ໄຂບັນຫາໂຄງສ້າງດຸນການຊຳລະ ລະຫວ່າງປະເທດທີ່ຂາດດຸນໃຫ້ມີຄວາມສົມດຸນເທື່ອລະກ້າວ ໄປຄວບຄູ່ກັນກັບປະຕິບັດມາດຕະການສະເພາະໜ້າເພື່ອຄວບຄຸມຄວາມກົດດັນຂອງອັດຕາແລກປ່ຽນ; ສືບຕໍ່ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ໃຫ້ມີໜ່ວຍບໍລິການພຽງພໍ ເພື່ອຮັບໃຊ້ສັງຄົມ ເຊັ່ນ: ເປັນໜ່ວຍບໍລິການແລກປ່ຽນ, ການແລກປ່ຽນຜ່ານລະບົບອີເລັກໂທຣນິກ; ປັບປຸງຕະຫຼາດເງິນຕາຕ່າງປະເທດລະຫວ່າງທະນາຄານທຸລະກິດດ້ວຍກັນ; ຄຸ້ມຄອງບັນດາບໍລິສັດນຳເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະສະສາງການນຳເຂົ້າສົ່ງ-ອອກສິນຄ້າ ຜ່ານລະບົບບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ໂດຍກຳນົດເຂົ້າເປັນເງື່ອນໄຂທີ່ຂາດບໍ່ໄດ້ສຳລັບການສົ່ງອອກ-ນຳເຂົ້າສິນຄ້າຕໍ່ໄປ, ເພື່ອສູ້ຊົນໃຫ້ມີເງິນຕາເຂົ້າມາຜ່ານທະນາຄານເພີ່ມຂື້ນຫຼາຍກວ່າ 50% ຂຶ້ນໄປ.

ສືບຕໍ່ບັນດາເປົ້າໝາຍທີ່ປັ່ນປ່ວນເກັງກຳໄລຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ຖ້າພົບເຫັນແມ່ນດຳເນີນມາດຕະການຕາມກົດໝາຍ; ຮີບຮ້ອນເລັ່ງທວງບັນດາບໍລິສັດທີ່ມີໜີ້ສິນ ກັບລັດຖະບານໃຫ້ຫາແຫຼ່ງທຶນມາຊຳລະຕາມສັນຍາດັດແກ້ທີ່ໄດ້ເຊັນຮ່ວມກັນ ແລະ ກ່ອນກຳນົດໃນສັນຍາ ເພື່ອຊ່ວຍແກ້ໄຂບັນຫາເຄັ່ງຮ້ອນຂອງລັດຖະບານ.

ມາດຕະການໄລຍະກາງ ແລະ ໄລຍະຍາວ: ສືບຕໍ່ດຳເນີນນະໂຍບາຍເງິນຕາໄປໃນທິດຮັດກຸມດ້ວຍການຄວບຄຸມການຂະຫຍາຍຕົວຂອງປະລິມານເງິນ, ທັງບໍ່ສ້າງຄວາມກົດດັນຕໍ່ຄວາມຕ້ອງການເງິນຕາຕ່າງປະເທດ ອັນຈະເຮັດໃຫ້ອັດຕາແລກປ່ຽນອ່ອນຄ່າ; ສືບຕໍ່ກຳນົດນະໂຍບາຍ ແລກປ່ຽນໃນທິດທາງທີ່ສາມາດເຮັດໃຫ້ທະນາຄານທຸລະກິດກຳນົດອັດຕາແລກປ່ຽນໄດ້ຫຼາຍຂຶ້ນ, ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດເພື່ອສ້າງໃຫ້ມີເງິນຕາຕ່າງປະເທດເຂົ້າມາໃນລະບົບຫຼາຍຂຶ້ຶນ ໂດຍເນັ້ນໃຫ້ຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກ ແລະ ຜູ້ມາລົງທຶນໂດຍກົງຈາກຕ່າງປະເທດ, ພ້ອມທັງຈຳກັດການແລກປ່ຽນເງິນຕາຕ່າງປະເທດຊະຊາຍ ບໍ່ຖືກກົດໝາຍ, ຕິດຕາມການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະແມ່ນສິນຄ້າປະເພດໝວດສະບຽງອາຫານ, ໝວດປັດໄຈການຜະລິດກະສິກຳ (ຝຸ່ນ, ອາຫານສັດ, ແນວພັນ) ໂດຍລັດຖະບານຈະນໍາໃຊ້ມາດຕະການແຊກແຊງລາຄາສິນຄ້າໂດຍສະເພາະຕໍ່ສິນຄ້າອຸປະໂພກ ແລະ ບໍລິໂພກບູລິມະສິດທີ່ກະທົບແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ພ້ອມນີ້ ຈະຄົ້ນຄວ້າມາດຕະການຕົວຈິງໃນການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ, ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າຢູ່ບັນດາດ່ານຊາຍແດນ (ເຂດພາສີ, ທ່າບົກ) ໃຫ້ຖືກຕ້ອງຄົບຖ້ວນຜ່ານລະບົບສະເກນເນີ, ແກ້ໄຂສະພາບການຄ້າຂາຍແບບເສລີ, ຊະຊາຍແບບຜ່ານມາ, ພ້ອມດຽວກັນນັ້ນກໍສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສຳນຶກ ແລະ ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານຳໃຊ້ສິນຄ້າທີ່ຜະລິດຢູ່ພາຍໃນປະເທດໃຫ້ຫຼາຍຂຶ້ນ, ທັງເປັນການຈຳກັດການນຳເຂົ້າສິນຄ້າ ແລະ ຈຳກັດການນຳໃຊ້ເງິນຕາຕ່າງປະເທດໄປພ້ອມກັນ.

ກວດກາ ແລະ ຕິດຕາມບັນດາບໍລິສັດ ແລະ ບຸກຄົນທີ່ດຳເນີນທຸລະກິດບິດຄອຍ (ເງິນຄຣິບໂຕຣ) ທີ່ບໍ່ຖືກຕ້ອງຕາມລະບຽບການ, ສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການນຳເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການສົ່ງເສີມ ທາງດ້ານນະໂຍບາຍສິນເຊື່ອ ຍົກສະມັດຖະພາບການຜະລິດ.

ເພີ່ມທະວີການໂຄສະນາປະຊາສຳພັນໃຫ້ກວ້າງຂວາງ ແລະ ແຂງແຮງກວ່າເກົ່າ, ສ້າງພື້ນຖານໂຄງລ່າງ ແລະ ປັບປຸງຍົກລະດັບການບໍລິການ ເພື່ອຂົນຂວາຍ, ດຶງດູດນັກທ່ອງທ່ຽວ ມາທ່ຽວລາວໃຫ້ຫຼາຍຂຶ້ນ ເປັນຕົ້ນ ແມ່ນການກະກຽມປີທ່ອງທ່ຽວລາວ 2024 ໃຫ້ມີບັນຍາກາດຟົດຟື້ນ ປະກອບສ່ວນໃນການຟື້ນຟູ ແລະ ພັດທະນາເສດຖະກິດຂອງຊາດ; ສຸມໃສ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ.

ຂໍ້ມູນຈາກ: ປະຊາຊົ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/