Don’t Look Up ໃນຊີວິດຈິງ! ອຸກະບາດຂະໜາດໃຫຍ່ ຈະເຂົ້າມາໃກ້ໂລກທີ່ສຸດໃນຮອບ 172 ປີ


ໃນວັນທີ 18 ເດືອນມັງກອນ  ອຸກະບາດຂະໜາດໃຫຍ່ ມີລວງຍາວ 1 ກິໂລແມັດ ຈະເຂົ້າມາໃກ້ໂລກທີ່ສຸດໃນຮອບ 172 ປີ!

ວັດຖຸດັ່ງກ່າວນັ້ນ, ທາງນັກວິທະຍາສາດໄດ້ລາຍງານວ່າມັນມີຄວາມອັນຕະລາຍຫຼາຍ ໂດຍສະເພາະເມື່ອມັນເຂົ້າໃກ້ກັບໂລກ ກໍຈະຍິ່ງເຫັນວ່າຂະໜາດມັນໃຫຍ່ຫຼາຍ ຈົນສາມາດສ້າງຄວາມເສຍຫາຍໄດ້ບໍ່ນ້ອຍໜ້າຄວາມໃຫຍ່ມັນແນ່ນອນ. ເຖິງຢ່າງນັ້ນ ກໍຍັງນັບວ່າເປັນໂຊກດີຂອງພວກເຮົາທີ່ມັນພຽງແລ່ນຜ່ານເທົ່ານັ້ນ ດ້ວຍໄລຍະຫ່າງພຽງແຕ່ 1.98 ລ້ານກິໂລແມັດ ເຮັດໃຫ້ເປັນການຜ່ານໂລກທີ່ໃກ້ທີ່ສຸດ.

ນອກຈາກນັ້ນແລ້ວ ພາຍໃນເດືອນມັງກອນຈະລວມມີທັງໝົດ 10 ອຸກະບາດທີ່ຈະຜ່ານແບບໃກ້ກັບໂລກ ໂດຍວັດຖຸທີ່ຈະມາໃນວັນທີ 18 ຫຼື ມີຊື່ວ່າ 7482 ມີຂະໜາດໃຫຍ່ເທົ່າກັບຂົວ Golden Gate ທີ່ສະຫະລັດອາເມຣິກາ.  ມັນໄດ້ຖືກຄົ້ນພົບຄັ້ງທຳອິດເມື່ອ 1994 ທີ່ປະເທດອອສເຕເລຍ ເຊິ່ງພວກເຂົາສາມາດຕາມຮອຍມັນກັບໄປໄດ້ເຖິງປີ 1974 ເພື່ອສະແດງໃຫ້ເຫັນເສັ້ນທາງວົນອ້ອມຮອບຂອງມັນ ແລະ ໄດ້ມີການຄາດຄະເນຈົນສາມາດຢືນຢັນໄດ້ວ່າມັນຈະບໍ່ເຂົ້າມາກະທົບໂລກເຮົາ. ມັນຈະເດີນທາງດ້ວຍຄວາມໄວ 19.56 ກິໂລແມັດຕໍ່ວິນາທີ ເທົ່າກັບຄວາມໄວຂອງບັນດາດວງດາວທີ່ໝຸນອ້ອມໂລກ, ເມື່ອເບິ່ງທ້ອງຟ້າໃນຍາມກາງຄືນກໍຈະເຫັນມັນເຄື່ອນທີ່ຄືກັບດາວ.

ອຸກະບາດນີ້ຖືກຈັດຢູ່ໃນຊະນິດ S ເຊິ່ງແມ່ນຊະນິດຂອງອຸກະບາດທີ່ພົບໄດ້ເລື້ອຍໆຮອງລົງມາຈາກຊະນິດ C. ແຕ່ມັນຈະບໍ່ສະຫວ່າງພໍທີ່ຈະສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ຫຼື ກ້ອງສ່ອງທາງໄກ. ບໍ່ດົນມານີ້ກໍໄດ້ມີຮູບເງົາເລື່ອງ Don’t Look Up ທີ່ໄດ້ລົງສາຍໃນຊ່ອງທາງ Netflix, ມັນເປັນເລື່ອງລາວຂອງນັກວິທະຍາສາດທີ່ໄດ້ຄົ້ນພົບອຸກະບາດ ທີ່ກຳລັງຕົກລົງມາໃສ່ໂລກ, ຫຼາຍຄົນທີ່ໄດ້ເບິ່ງຮູບເງົາດັ່ງກ່າວກໍອາດຈະຮູ້ສຶກເຂົ້າເຖິງກັບເຫດການນີ້ຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ວັດຖຸນີ້ກໍບໍ່ໄດ້ບິນລົງມາໃສ່ໂລກຕາມໃນເນື້ອເລື່ອງ. ອຸກະບາດທີ່ມີຂະໜາດໃຫຍ່ເທົ່ານີ້ ໄດ້ຖືກຄາດຄະເນໃຫ້ຕົກໃສ່ໂລກໃນທຸກໆ 600,000 ປີ, ນັບວ່າຍັງເປັນໄລຍະເວລາອີກໄກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/