Donald Trump ປະກາດຢ່າງເປັນທາງການວ່າ ສາມາດບໍລິຈາກ Crypto ​ເພື່ອສະໜັບໜູນໃນ​ການ​ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງຂອງເຂົາໄດ້


ອີງຕາມຂໍ້ມູນຫຼ້າສຸດຢູ່ໃນເວັບໄຊບໍລິຈາກຢ່າງເປັນທາງການຂອງ Donald Trump. ໃນປັດຈຸບັນ, ຜູ້ສະໜັບສະໜູນ Trump ສາມາດບໍລິຈາກເງິນສະກຸນເງິນດິຈິຕອນເພື່ອເປັນການສະໜັບໜູນການຫາສຽງໃນການເລືອກຕັ້ງໄດ້ແລ້ວ.

ຮູບພາບຢູ່ໃນເວັບໄຊສະແດງໃຫ້ເຫັນການເປີດກວ້າງຂອງອຸດສາຫະກໍາ crypto. ໂດຍ Crypto ທີ່ສາມາດນໍາໃຊ້ສໍາລັບການບໍລິຈາກປະກອບມີ: Bitcoin, Ethereum, Tether, Solana, USDC, XRP, Dogecoin, Cardano, SHIB ແລະ Avalanche.

ທັງນີ້ Trump ໄດ້ຢືນຢັນວ່າ ລາວອະນຸມັດcryptocurrencies ໃນເດືອນກຸມພາ ເນື່ອງຈາກຍອມຮັບໃນຄວາມນິຍົມຂອງ Bitcoin, ໂດຍກ່າວວ່າ “BTC ເປັນສິນຊັບໃນຕົວຂອງມັນເອງ ແລະ ຂ້ອຍສາມາດຢູ່ກັບມັນ”. ເຊິ່ງນີ້​ແມ່ນ​ກົງ​ກັນ​ຂ້າມທີ່ລາວເຄີຍ​ໄດ້​ກ່າວ​ໃນ Twitter (ປັດຈຸບັນ, ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໄດ້ເປີດຕົວ 3 ຄໍເລັກຊັນ token non-fungible (NFT) 3 ຊຸດນັບຕັ້ງແຕ່ອອກຈາກຕໍາແໜ່ງ).

ຢ່າງໃດກໍຕາມ, ນັກລົງທຶນໃນຕະຫຼາດ crypto ໃນປັດຈຸບັນຍັງຄົງລໍຖ້າທີ່ຈະໄດ້ຍິນຂ່າວດີເຊັ່ນ: ການອະນຸມັດຂອງ Ethereum spot ETF ທີ່ຄາດວ່າຈະມີຄວາມເປັນໄປໄດ້ເຖິງ 75% ທີ່ຈະອະນຸມັດກອງທຶນ ETF  ໄວສຸດໃນຕົ້ນອາທິດນີ້ ແລະ ນີ້ແມ່ນປັດໄຈສໍາຄັນອີກອັນໜຶ່ງຢ່າງທີ່ຈະເຮັດໃຫ້ຕະຫຼາດ crypto ກາຍເປັນສີຂຽວ.

ທີ່ມາ:

bitcoinsistemi

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/