ADB ແລະ ອາເມຣິກາ ກຽມສະໜອງທຶນ ສະໜັບສະໜູນ ວິສາຫະກິດຂະໜາດນ້ອຍ-ກາງ ຢູ່ລາວ


ທະນາຄານພັດທະນາອາຊີ(ADB) ແລະ ອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ຮ່ວມກັນປະກາດບ້ວງທຶນປະກອບສ່ວນໃສ່ໂຄງການລິເລີ່ມຂອງ ທະນາຄານພັດທະນາອາຊີ ຫລື ADB Frontier ຢ່າງເປັນທາງການ ໃນວັນທີ 22 ພຶດສະພາ 2024 ທີ່ນະຄອນຫຼວງວຽງຈັນ.

 ໂດຍໂຄງການດັ່ງກ່າວ, ຈະສະໜອງເງິນທຶນ ແລະ ສະໜັບສະໜູນດ້ານວິຊາການ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ທີ່ມີການຂະຫຍາຍຕົວ ໂດຍນໍາໃຊ້ເຕັກໂນໂລຊີ ຢູ່ ສປປ ລາວ ແລະ ກຳປູເຈຍ ໂດຍເນັ້ນໃສ່ ການຂະຫຍາຍຕົວຢ່າງທົ່ວເຖິງທາງດ້ານເສດຖະກິດ ແລະ ການປະຕິບັດງານດ້ານການປ່ຽນແປງດິນຟ້າອາກາດ.

ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການລິເລີ່ມຂອງທະນາຄານພັດທະນາອາຊີ ແມ່ນການລິເລີ່ມການພັດທະນາຢ່າງມີວິໄສທັດ ທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການເຕີບໂຕໄວຢ່າງຕໍ່ເນື່ອງ ເຊິ່ງເປັນວິສາຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກໂນໂລຊີ ແລະ ໃຫ້ພວກເຂົາມີທຶນ ພ້ອມທັງເຄື່ອງມືດັ່ງທີ່ພວກເຂົາຕ້ອງການ ໃນການສ້າງ ແລະ ຫັນປ່ຽນອຸດສາຫະກຳ ທ້ອງຖິ່ນຢູ່ ສປປ ລາວ, ອົງການພັດທະນາສາກົນສະຫະລັດອາເມຣິກາ ໄດ້ປະກອບສ່ວນທຶນສົມທົບມູນຄ່າ 3 ລ້ານໂດລາສະຫະລັດ ເຂົ້າໃສ່ໂຄງການດັ່ງກ່າວ. ນອກຈາກນີ້, ໂຄງການຍັງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງເສດຖະກິດ ແລະ ການເງິນຂອງສາທາລະນະລັດເກົາຫລີ ແລະ ທະນາຄານພັດທະນາອາຊີ.

ພ້ອມກັນນີ້, ທ່ານ ຄູເລີນ ຮິວ (Cullen Hughes) ຮັກສາການຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ໄດ້ມີຄຳເຫັນວ່າ:  ອົງການພັດທະນາສາກົນສະຫະລັດອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ຮ່ວມມືກັບທະນາຄານພັດທະນາອາຊີ ແລະ ສາທາລະນະລັດເກົາຫຼີ ໂດຍການປະກອບທຶນເຂົ້າໃສ່ໂຄງການດັ່ງກ່າວ ເຊິ່ງການປະກອບສ່ວນທຶນນີ້ ເປັນການສະໜັບສະໜູນຂອງອົງການພັດທະນາສາກົນສະຫະລັດອາເມຣິກາ ເພື່ອຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສປປ ລາວ ໃນຂົງເຂດການພັດທະນາ ວິສາຫະກິດຂະໜາດນອ້ຍ ແລະ ກາງ ແລະ ການເຕີບໂຕສີຂຽວ.

https://www.facebook.com/photo?fbid=898211618999812&set=pcb.898211702333137

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/