Discord ມີຟີເຈີໃຫມ່ ສາມາດຮັບຊົມ YouTube ຮ່ວມກັນກັບໝູ່ເພື່ອນໂດຍໃຊ້ Watch Together


Discord ມີຟັງຊັນໃໝ່ ສາມາດເບິ່ງ YouTube ນຳໝູ່ໄດ້ໂດຍໃຊ້ຜ່ານ Bot ທີ່ມີຊື່ວ່າ Activity ສາມາດເຊີນ Bot ເຂົ້າມາໄດ້ທີ່ https://bit.ly/3EYwNyd ແລະ ຂັ້ນຕອນການໃຊ້ງານມີດັ່ງນີ້:

  • ຫຼັງຈາກເຊີນແລ້ວ ໃຫ້ໃຊ້ຄຳສັ່ງໃນຫ້ອງແຊັດ /Activity ຕາມດ້ວຍຫ້ອງທີ່ຕ້ອງການຢາກໃຫ້ເປີດ ແລະ ໃສ່ຄຳສັ່ງ Watch Together.
  • ຈາກນັ້ນກໍຈະມີລິ້ງສະເພາະຫ້ອງທີ່ເຮົາໃສ່ຄຳສັ່ງໄວ້ (ຖ້າຢາກໄດ້ຫຼາຍໆຫ້ອງກໍໃຊ້ຄຳສັ່ງເກົ່າແຕ່ປ່ຽນຊື່ຫ້ອງ)
  • ເປີດເພງໄດ້ຕາມສະບາຍ.

ແນວໃດກໍຕາມ, Bot ນີ້ຍັງເປັນເວີຊັນ beta ແລະ ຍັງຕ້ອງໄດ້ພັດທະນາອີກຫຼາຍ ເພາະຍັງຂາດຫຼາຍໆຢ່າງທີ່ຍັງບໍ່ທັນສາມາດໃຊ້ງານງ່າຍໄດ້ເທົ່າກັບ YouTube.

ທີ່ມາ: https://tinyurl.com/yhcpptbr

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/