ເບິ່ງກັນໄປແບບຍາວໆ YouTube ກຽມອອກໂຄສະນາຍາວ 30 ວິນາທີ ແບບບໍ່ສາມາດກົດຂ້າມໄດ້ ສຳລັບຜູ້ໃຊ້ງານຜ່ານໂທລະພາບ


ໃນອີກບໍ່ດົນນີ້ ຜູ້ໃຊ້ງານ YouTube ຜ່ານ Smart Tv ຫຼື ໂທລະພາບ ອາດຕ້ອງພິຈາລະນາໃນການຊື້ YouTube Premium ຫຼາຍຂຶ້ນເນື່ອງຈາກ ທາງ YouTube ໄດ້ປະກາດກຽມ ອອກໂຄສະນາຍາວ 30 ວິນາທີ (30-second unskippable ads) ທີ່ຜູ້ໃຊ້ງານຜ່ານໂທລະພາບບໍ່ສາມາດກົດຂ້າມໄດ້.

ນອກຈາກນີ້ ທາງ YouTube ຍັງບອກວ່າກໍາລັງພິຈາລະນາ ຈະເພີ່ມໂຄສະນາ ເມື່ອຜູ້ໃຊ້ງານກົດຢຸດຊົ່ວຄາວ ຫຼື Pause Ads ອີກດ້ວຍ. ໂດຍທາງ YouTube ລະບຸວ່າ: ແທນທີ່ຈະມີໂຄສະນາ 2 ເທື່ອຄວາມຍາວ 15 ວິນາທີຊ້ອນກັນ YouTube ຈະປ່ຽນມາໃຫ້ມັນເປັນອັນດຽວດ້ວຍຄວາມຍາວ 30 ວິນາທີ ແທນ.

ໂດຍໂຄສະນາຍາວ 30 ວິນາທີ ນີ້ຈະມາຈາກຜູ້ທີ່ໂຄສະນາຜ່ານ ແພລັດຟອມ YouTube Select ທີ່ຈະແນໃສ່ເປົ້າໝາຍຄອນເທັນຈັດອັນດັບສູງສຸດ 5% ໂດຍ YouTube ອ້າງວ່າ 70% ຂອງຈຳນວນຄັ້ງທີ່ສະແດງໂຄສະນາ ມາຈາກຜູ້ໃຊ້ງານຜ່ານ YouTube ເຊິ່ງເຮັດໃຫ້ໂຄສະນາຄວາມຍາວ 30 ວິນາທີ ມີຄວາມເໝາະສົມຫຼາຍຂຶ້ນກັບ YouTube Select.

ສ່ວນໃນດ້ານຂອງໂຄສະນາ ເມື່ອຜູ້ໃຊ້ງານກົດຢຸດຊົ່ວຄາວ ເຊິ່ງໃນສ່ວນນີ້ຈະເປັນຮູບໂຄສະນາເດັ້ງຂຶ້ນມາເມື່ອເຮົາກົດຢຸດຊົ່ວຄາວ ເຊິ່ງໃນສ່ວນນີ້ສາມາດກົດປົດໄດ້.

ແຕ່ຢ່າງໃດກໍຕາມ ແຜນການເພີ່ມໂຄສະນາທັງ 2 ແບບ ຍັງຢູ່ໃນຂັ້ນຕອນການທົດລອງເທົ່ານັ້ນ ຈຶ່ງຍັງບໍ່ມີການວາງກຳນົດໃນການໃຊ້ງານວ່າຈະເປັນມື້ໃດ. ແຕ່ເມື່ອອາທິດກ່ອນນີ້ ທາງ YouTube ໄດ້ກໍາລັງທົດສອບ ປັອບອັບ ທີ່ລະບຸວ່າ ຜູ້ທີ່ໃຊ້ຕົວບັອກໂຄສະນາໃນ YouTube ຈະບໍ່ສາມາດເຂົ້າມາເບິ່ງວິດີໂອ ໃນແພລັດຟອມນີ້ໄດ້ ຍົກເວັ້ນຈະເປີດໃຫ້ສາມາດເບິ່ງໂຄສະນາໄດ້ປົກກະຕິ ເພື່ອກະຕຸ້ນໃຫ້ຜູ້ໃຊ້ງານມາສະໝັກສະມາຊິກຫຼາຍຂຶ້ນ ເພື່ອບໍ່ຕ້ອງອາລົມເສຍກັບໂຄສະນາອີກ.
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/