Clubhouse ແອັບທີ່ມີຊື່ຊ້ຳກັນຫຼາຍ ມື້ນີ້ເຮົາມີຄຳຕອບມາວ່າແຕ່ລະແອັບມັນໃຊ້ເຮັດຫຍັງ?


ແອັບ Clubhouse ເປັນແອັບທີ່ໃຫ້ຜູ້ໃຊ້ງານສາມາດເຂົ້າໄປສົນທະນາກັບຜູ້ໃຊ້ງານໃນຫົວຂໍ້ຕ່າງໆຄືກັນກັບການເຂົ້າຮ່ວມສະໂມສອນ. ແຕ່ຫຼ້າສຸດຕອນນີ້ມີການເຂົ້າໃຈຜິດກັນເປັນຄັ້ງໃຫຍ່ເພາະວ່າຕອນນີ້ແອັບທີ່ມີຊື່ຄືກັນກັບຂອງ Clubhouse ມີຍອດດາວໂຫຼດເພີ່ມຂຶ້ນເກືອບໆຫຼັກລ້ານຄັ້ງ ເພາະມີຄົນເຂົ້າໃຈວ່າແອັບນັ້ນເປັນແອັບດຽວກັບ Clubhouse ທີ່ກຳລັງເປັນທີ່ນິຍົມກັນຢູ່ຕອນນີ້ນັ້ນເອງ.

Clubhouses: Drop – in Audio Chat Platform Social ນ້ອງໃໝ່ທີ່ມີພຽງແອັບຢ່າງດຽວຈະບໍ່ສາມາດໃຊ້ງານໄດ້

ແອັບທີ່ເປັນກະແສ

Applications Clubhouse (ທີ່ມີຊື່ເຕັມໆວ່າ Clubhouse – Drop – in Audio Chat) ທີ່ຢູ່ດີໆກໍໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍໃນຊ່ວງອາທິດທີ່ຜ່ານມາ ເລີ່ມຈາກ Elon Musk ທີ່ໄດ້ຈັດງານຖະແຫຼງການຜ່ານ Applications ນີ້ເຮັດໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ ແຖມຍັງມີບຸກຄົນທີ່ມີຊື່ສຽງເຂົ້າຮ່ວມຈັດສຳມະນາກັບຜູ້ໃຊ້ງານໃນຫົວຂໍ້ຕ່າງໆເຮັດໃຫ້ຕອນນີ້ໃຜໆກໍຢາກໄດ້ແອັບ Clubhouse ມາໃຊ້ ແຕ່ສິ່ງທີ່ໜ້າເສຍດາຍຄືຕົວແອັບສາມາດໃຊ້ງານໄດ້ຈາກການເຊີນຊວນເທົ່ານັ້ນ.

Clubhouse App Project Management ທີ່ຄົນເຂົ້າໃຈຜິດວ່າເປັນ Clubhouse ທີ່ເປັນກະແສ

ແອັບທີ່ຊື່ຄືກັນ

ເປັນທີ່ຮູ້ຈັກກັນດີວ່າປັດຈຸບັນ Clubhouse ຍັງບໍ່ມີແອັບສຳລັບຝັ່ງ Android ໃຫ້ໃຊ້ງານກັນເທື່ອ ແຕ່ວ່າຕອນນີ້ໃນ Play Store ມີແອັບ Project Management ທີ່ຊື່ Clubhouse ຄືກັນ ແລະ ມີຍອດຂອງການຕິດຕັ້ງເພີ່ມຂຶ້ນສູງແບບໜ້າຕົກໃຈ ເພາະຫຼາຍຄົນເຂົ້າໃຈຜິດວ່າແອັບນີ້ເປັນແອັບດຽວກັບທີ່ກຳລັງດັງຢູ່ໃນຕອນນີ້ ເຊິ່ງຕົວແອັບນີ້ກໍໄດ້ຢູ່ໃນ App Store ມາຕັ້ງແຕ່ຊ່ວງປີ 2017 ແລ້ວ ແລະ ກໍບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆກັບແອັບທີ່ກຳລັງເປັນກະແສຢູ່ໃນຕອນນີ້.

ແຕ່ຢ່າງທີ່ຮູ້ກັນວ່າຕອນນີ້ Clubhouse ແອັບໂຊຊຽວນ້ອງໃໝ່ຈະມີໃຫ້ໃຊ້ງານສະເພາະຝັ່ງຂອງ iOS ເທົ່ານັ້ນ ສ່ວນ Android ຍັງຕ້ອງລໍຖ້າໄປກ່ອນ ແຕ່ວ່າຖ້າຄົ້ນຫາຄຳວ່າ “Clubhouse” ຢູ່ Play Store ກໍຈະພົບກັບແອັບທີ່ຊື່ຄືກັນ, ແຕ່ຄວາມເປັນຈິງແອັບ Project Management ໃຊ້ສຳລັບເອົາໄວ້ສົົນທະນາວຽກງານກັນເທົ່ານັ້ນ.

ໂດຍການທີ່ແອັບ Project Management ຊື່ຄືກັນນີ້ມີຄົນຕິດຕັ້ງເພີ່ມຂຶ້ນເປັນລ້ານໆຄັ້ງເບິ່ງຄືວ່າຈະເປັນເລື່ອງທີ່ດີ ແຕ່ວ່າເມື່ອມີຄົນຫຼົງເຂົ້າມາຕິດຕັ້ງຫຼາຍໆແລ້ວເພາະຄິດວ່າເປັນແອັບ Clubhouse ທີ່ໃຊ້ໃນການສົນທະນາກັນໃນຫົວຂໍ້ຕ່າງໆແລ້ວມາຄົ້ນພົບຕາມຫຼັງວ່າມັນບໍ່ແມ່ນແອັບດຽວກັນກໍເກີດຄວາມບໍ່ພໍໃຈຈຶ່ງໄປໃຫ້ຄະແນນ Review ແອັບໜຶ່ງດາວເປັນແຖວເລີຍ.

ແອັບທີ່ຮຽນແບບ Clubhouse

Clubhouse ທີ່ເປັນແອັບປອມ

ນອກຈາກນີ້ບໍ່ແມ່ນພຽງແຕ່ສະເພາະຝັ່ງ Android ທີ່ມີແອັບ Project Management ທີ່ມີຊື່ແອັບຄືກັນກັບ Clubhouse ທີ່ມີຍອດດາວໂຫຼດເພີ່ມຂຶ້ນຫຼາຍ, ແອັບທີ່ມີຊື່ຄືກັບ Clubhouse ຢູ່ເທິງ App Store ຂອງ iOS ກໍມີຍອດດາວໂຫຼດເພີ່ມຂຶ້ນສູງຄືກັນ ແຖມຍັງມີຍອດດາວໂຫຼດຫຼາຍກວ່າຢູ່ Play Store ອີກ ເພາະວ່າຢູ່ເທິງ App Store ມີຄົນທີ່ສວຍໂອກາດເຮັດແອັບ Clubhouse ປອມຂຶ້ນມາ ເພື່ອຫວັງກະແສຄວາມແຮງຕົວະຍົວະໃຫ້ຄົນມາກົດຕິດຕັ້ງນຳອີກດ້ວຍ.

ແຕ່ເຖິງຢ່າງກໍຕາມ ຕອນນີ້ທີມທີ່ຂຽນແອັບ App Clubhouse ກໍໄດ້ອອກມາເປີດເຜີຍວ່າ ຕອນນີ້ພວກເຂົາກຳລັງພັດທະນາແອັບ Clubhouse ທີ່ສາມາດໃຊ້ງານເທິງລະບົບປະຕິບັດການ Android ຢູ່ ແຕ່ກໍຍັງບໍ່ມີຂໍ້ມູນທີ່ແນ່ນອນວ່າແອັບເວີຊັນ Android ນີ້ຈະມີມາໃຫ້ດາວໂຫຼດໃນເມື່ອໃດ ແລະ ຫາກມີມາໃຫ້ດາວໂຫຼດແລ້ວຕົວແອັບຈະເຊົາຮິດກັນໄປແລ້ວ ຫຼື ບໍ່? ແຕ່ສຸດທ້າຍນີ້ພວກເຮົາຂໍຝາກເຖິງຜູ້ທີ່ຢາກດາວໂຫຼດແອັບ Clubhouse ມາລອງໃຊ້ເບິ່ງກໍຢ່າລືມກວດວ່າຊື່ທີ່ແທ້ຈິງຂອງແອັບນີ້ມີຊື່ວ່າ Clubhouse – Drop – in Audio Chat ຢ່າຫຼົງໄປດາວໂຫຼດແອັບອື່ນເດີ.

ຂອບໃຈຂໍ້ມູນຈາກ: