ບັນຫາການປ່ຽນແປງສະພາບດິນຟ້າອາກາດຈາກ “ພາວະໂລກຮ້ອນ” ສົ່ງຜົນໃຫ້ເກີດ “ວິກິດການອົບພະຍົບ” ຂຶ້ນ. ຂໍ້ມູນຈາກ UNHCR ໄດ້ປະເມີນວ່າ ການປ່ຽນເເປງດ້ານສະພາບອາກາດທີ່ເຊື່ອມໂຍງກັບພາວະໂລກຮ້ອນ ສົ່ງຜົນໃຫ້ປະຊາຊົນຫຼາຍສິບລ້ານຄົນທົ່ວໂລກໄດ້ຍົກຍ້າຍຖິ່ນຖານໃນແຕ່ລະປີ. ມີການຄາດການວ່າ, ຈຳນວນຜູ້ອົບພະຍົບຈາກການປ່ຽນແປງຂອງດິນຟ້າອາກາດຈະມີເຖິງ 200 ລ້ານຄົນພາຍໃນປີ 2050.
ການເຄື່ອນໄຫວກ່ຽວກັບ Climate visas ເກີດຂຶ້ນຫຼັງຈາກກຸ່ມນັກຄິດໄດ້ສະເໜີໃຫ້ອັງກິດອອກວີຊາໃຫ້ປະຊາຊົນທີ່ຫຼົບໜີຈາກໄພພິບັດທຳມະຊາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ລັດຖະບານຄວນຈັດຫາເສັ້ນທາງທີ່ປອດໄພ ແລະ ຖືກຕ້ອງຕາມກົດໝາຍສຳລັບການເຂົ້າໄປໃນປະເທດອັງກິດ ເພື່ອລົດຜ່ອນຜົນກະທົບໃນການອົບພະຍົບທີ່ກ່ຽວຂ້ອງກັບຄວາມໝັ້ນຄົງຂອງຊາຍເເດນທີ່ຕິດພັນກັນ “ການປ່ຽນແປງຂອງດິນຟ້າອາກາດຄາດວ່າຈະເຮັດໃຫ້ປະຊາຊົນຫຼາຍຮ້ອຍລ້ານຄົນຍ້າຍອອກໃນໄລຍະ 30 ປີຂ້າງໜ້າ, ໂດຍບາງສ່ວນທີ່ມີທ່າອ່ຽງທີ່ຈະລີ້ໄພຢູ່ໃນອັງກິດ ລວມໄປເຖິງເສັ້ນທາງທີ່ຜິດກົດໝາຍ.”

ເຖິງເເມ່ນວ່າລັດຖະມົນຕີກະຊວງພາຍໃນໄດ້ເວົ້າຖ້ອຍຄຳທີ່ຮຸນເເຮງ ເເລະ ອອກຄຳສັ່ງໃນກົດໝາຍວ່າດ້ວຍການຍ້າຍຖິ່ນຖານທີ່ຜິດກົດໝາຍກໍຕາມ, ແຕ່ກຸ່ມນັກຄິດນີ້ຍັງມີມຸມມອງ ເເລະ ແນະນໍາການເປີດຮັບຜູ້ອົບພະຍົບສະພາບອາກາດ ໃນຈຳນວນຈຳກັດນັ້ນແມ່ນສອດຄ່ອງກັບຄໍາແນະນໍາຂອງລັດຖະບານ.
ເຈົ້າໜ້າທີ່ຂັ້ນສູງອົງການອົບພະຍົບຂອງອົງການສະຫະປະຊາຊາດ (UNHCR) ລາຍງານວ່າ ໃນແຕ່ລະປີມີຜູ້ຖືກບັງຄັບໃຫ້ຍ້າຍຖິ່ນຖານ ເພີ່ມຂຶ້ນສະເລ່ຍແລ້ວ 21,5 ລ້ານຄົນ ຈາກເຫດການສະພາບດິນຟ້າອາກາດທີ່ຮ້າຍແຮງທີ່ເກີດຂຶ້ນຢ່າງກະທັນຫັນໃນລະຫວ່າງປີ.
ໃນປີ 2008-2016 ແລະໃນໄວໆນີ້, ອັງກິດໄດ້ຮັບເອົາຜູ້ອົບພະຍົບຢູເຄຣນ ແລະ ຮ່ອງກົງຫຼາຍພັນຄົນຜ່ານເສັ້ນທາງວີຊາທີ່ເຮັດຂຶ້ນເອງ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/