ພະນັກງານລັດໃນຍີ່ປຸ່ນ ຖືກເອີ້ນເກັບເງິນເດືອນຄືນ 1,44 ລ້ານເຢນ ຫຼື ເກືອບ 200 ລ້ານກີບ ຫຼັງພົບວ່າລັກໄປສູບຢາໃນເວລາວຽກຫຼາຍເກີນໄປ

ພະນັກງານລັດໃນຍີ່ປຸ່ນ

ພະນັກງານລັດໃນເມືອງ ໂອຊາກາ ປະເທດຍີ່ປຸ່ນ ຖືກເອີ້ນເກັບເງິນເດືອນຄືນ 1,44 ລ້ານເຢນ ຫຼື ປະມານ 186 ລ້ານກີບ ຫຼັງຖືກຈັບໄດ້ວ່າ ໄປລັກສູບຢາ ໃນເວລາວຽກ ຫຼາຍກວ່າ 4.500 ເທື່ອໃນໄລຍະເວລາ 14 ປີ ໃນການເຮັດວຽກ.

ໂດຍໃນລາຍງານລະບຸໄວ້ວ່າ ພະນັກງານ ອາຍຸ 61 ປີຄົນນີ້ ລັກໄປສູບຢາໃນເວລາວຽກແລ້ວ 4.512 ເທື່ອ ໃນເວລາເຮັດວຽກຕະຫຼອດໄລຍະເວລາ 14 ປີກັບອີກ 6 ເດືອນ ຫຼື ຄິດເປັນເວລາ 355 ຊົ່ວໂມງກັບອີກ 19 ນາທີ ທີ່ພະນັກງານຜູ້ນີ້ ໂຕນວຽກ.

ພະນັກງານລັດໃນຍີ່ປຸ່ນ

ເຊິ່ງພະນັກງານຄົນນີ້ກັບໝູ່ຮ່ວມງານອີກ 2 ຄົນຖືກຝ່າຍບໍລິຫານເມືອງ ສອບສວນພຶດຕິກຳການສູບຢາໃນສະຖານທີ່ເຮັດວຽກ ຕັ້ງແຕ່ ເດືອນກັນຍາ ປີ 2022 ຫຼັງຝ່າຍບຸກຄະລາກອນໄດ້ຮັບແຈ້ງຈາກບຸກຄົນນິລະນາມ. ເຖິງແມ່ນວ່າຈະໄດ້ຮັບການສອບສວນ ແລະ ຄຳເຕືອນ ແຕ່ກຸ່ມຄົນເຫຼົ່ານີ້ ກໍຍັງບໍ່ຮັບຟັງ ພ້ອມຍັງພະຍາຍາມບິດເບືອນຄວາມຈິງ.

ພະນັກງານລັດໃນຍີ່ປຸ່ນ

ຈົນສຸດທ້າຍຖືກຕັດສິນວ່າ ໄດ້ລະເມີດໜ້າທີ່ຕາມກົດໝາຍ Local Public Service Act ແລະ ຕ້ອງສົ່ງເງິນຄືນໃຫ້ລັດຖະບານ 1,44 ລ້ານເຢນ ແລະ ຍັງຖືກຫັກເງິນເດືອນອີກ 10% ເປັນໄລຍະເວລາ 6 ເດືອນ.

ໂດຍໂອຊາກາ ເປັນອີກໜຶ່ງສະຖານທີ່ ທີ່ມີກົດໝາຍການສູບຢາທີ່ເຂັ້ມງວດທີ່ສຸດໃນໂລກ ໂດຍມີການປະກາດຫ້າມສູບຢາໃນສະຖານທີ່ ລັດຖະການ ແລະ ໂຮງຮຽນ ຕັ້ງແຕ່ ເມື່ອ 20 ປີກ່ອນ ແລະ ມາໃນປີ 2019 ກໍໄດ້ມີການອອກກົດໝາຍ ຫ້າມພະນັກງານລັດ ສູບຢາໃນເວລາເຮັດວຽກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/