Chip ຫາຍຂອງແທ້ Intel ຍອມຮັບຄວາມຜິດພາດຖືກຄູ່ແຂ່ງແຊງ ອະນາຄົດອາດຈະບໍ່ມີໂຮງງານຜະລິດຊິບຂອງໂຕເອງແລ້ວ


ໂລກຂອງເທັກໂນໂລຍີ ທີ່ໄປ Disrupt ວົງການນັ້ນນີ້ດັ່ງທີ່ເຮົາເຫັນ ແຕ່ໃນທຸລະກິດເທັກໂນໂລຍີນຳກັນເອງ ຍິ່ງດຸເດືອດ ຖ້າໃຜຊ້າ ພັດທະນານະວັດຕະກຳບໍ່ທັນຫມູ່ ຕໍ່ໃຫ້ເປັນອັນດັບນຶ່ງໃນຕະຫລາດ ກໍພ້ອມຖືກຄູ່ແຂ່ງແຊງໄດ້ຕະຫລອດເວລາ ດັ່ງປີ 2020 ນີ້ທີ່ຍັກໃຫຍ່ໃນວົງການຜະລິດຊິບຄອມພິວເຕີຢ່າງ Intel ເຖິງກັບອອກມາຍອມຮັບ ໃນຄວາມຜິດພາດ ແລະຖືກຄູ່ແຂ່ງແຊງໄປແລ້ວ.

Intel ຖືເປັນນຶ່ງບໍລິສັດອັນດັບຕົ້ນໆຂອງວົງການຊິບຄອມພິວເຕີ ແລະຍຶດຄອງຕະຫລາດມາຫລາຍສິບປີ ເນື່ອງດ້ວຍເທັກໂນໂລຍີທີ່ນຳຫນ້າຄູ່ແຂ່ງຫລາຍ ເຮັດໃຫ້ເກີດອາການຍັກຍ່າງຊ້າ ແຕ່ລະປີຊິບຂອງ Intel ຍັງຄົງໃຊ້ເທັກໂນໂລຍີເກົ່າໆອອກວາງຂາຍ ຈົນໄລຍະສອງສາມປີທີ່ຜ່ານມາ ຄູ່ແຂ່ງຢ່າງ AMD ໄດ້ພັດທະນາເທັກໂນໂລຍີ ແລະນະວັດຕະກຳໃຫມ່ຂຶ້ນມາຕີຕື້ນ ແລະຫລ້າສຸດກໍຕີແຊງຫນ້າ Intel ໄປແລ້ວ ຍັງບໍ່ພໍຄູ່ຮ່ວມຄ້າຂາຍຢ່າງ Apple ທີ່ເຊັນສັນຍາໃຊ້ຊິບຈາກ Intel ຕະຫລອດມາ ກໍເປີດໂຕຊິບທີ່ເຮັດດ້ວຍໂຕເອງຢ່າງ Apple M1 ແລະປະກາດວ່າຈະປ່ຽນເປັນຊິບ Apple Silicon ພາຍໃນ 3 ປີ ເຮັດໃຫ້ Intel ເສຍລູກຄ້າລາຍໃຫຍ່ໄປອີກນຶ່ງລາຍ.

Honeywell posts earnings beat despite drop in aerospace sales, Intel falls  on disappointing guidance

ຫລ້າສຸດໃນການລາຍງານຜົນປະກອບການໄຕມາດ 3 ປະຈຳປີ 2020 ຂອງ Intel ຜູ່ບໍລິຫານອອກມາປະກາດແບບກຶ່ງໆຢ້ານເສຍຫນ້າ ໂດຍປະກາດວ່າຍອດຂາຍໃນໄຕມາດ 3 ຫົດໂຕລົງ -4% ແລະທີ່ຫນັກກວ່ານັ້ນຍອດກຳໄລສຸດທິຕິດລົບເຖິງ -22%.

ໃນລາຍງານຂອງ Intel ລະບຸວ່າກຸ່ມລູກຄ້າ Data Center ມີຍອດການສັ່ງຊື້ຫລຸດລົງຍ້ອນວິກິດໂຄວິດ-19 ແຕ່ຜັດຂັດແຍ້ງກັບການລາຍງານຂອງ AMD ທີ່ປະກາດວ່າມີຍອດຈຳຫນ່າຍຈາກລູກຄ້າກຸ່ມນີ້ຂະຫຍາຍໂຕຂຶ້ນຫລາຍເທົ່າ (ນັ້ນຫມາຍເຖິງ Intel ກຳລັງເສຍສ່ວນແບ່ງໃຫ້ AMD ຫລາຍຂຶ້ນ)

ຍັງບໍ່ພໍບົດລາຍງານຍັງຄາດການວ່າໃນໄຕມາດສຸດທ້າຍຂອງປີ ຍອດຂາຍອາດຕົກລົງອີກເຖິງ -14% ເຊິ່ງສວນທາງກັບການປະເມີນຂອງ AMD ທີ່ປະກາດວ່າຍອດຂາຍອາດຂະຫຍາຍຂຶ້ນເຖິງ 41% ນີ້ຍັງບໍ່ນັບເຖິງການເລີ່ມວາງຂາຍຂອງ Apple M1 ນຳອີກ.

ອີກນຶ່ງບັນຫາຫລັກຂອງ Intel ກໍແມ່ນ ການພັດທະນາເທັກໂນໂລຍີການຜະລິດຂອງໂຮງງານທີ່ຊ້າຫລາຍ ຄູ່ແຂ່ງຫລາຍໆເຈົ້າ ສາມາດສ້າງໂຮງງານຜະລິດຊິບທີ່ເທັກໂນໂລຍີນ້ອຍລົງລະດັບ 5 ນາໂນແມັດໄດ້ແລ້ວ ແຕ່ Intel ຍັງຄົງຜະລິດທີ່ 14 ນາໂນແມັດຢູ່. ເຮັດໃຫ້ທາງຜູ່ບໍລິຫານ Intel ຕ້ອງຍອມຮັບວ່າ ໃນອະນາຄົດມໍ່ໆນີ້ Intel ອາດບໍ່ສາມາດສ້າງໂຮງງານຜະລິດເອງໄດ້ ຕ້ອງໄດ້ອາໄສການ Outsource ໄປຫາໂຮງງານຜະລິດຊິບແບບ TSMC ແລະ Samsung ແທນເນື່ອງຈາກຍອດຂາຍແລະລາຍຮັບທີ່ຫລຸດລົງຫລາຍ.

ສະຫລຸບລວມແລ້ວ ໄລຍະນີ້ຍັກໃຫຍ່ຢ່າງ Intel ກຳລັງຢູ່ໃນຊ່ວງຖືກກົດດັນຈາກຄູ່ແຂ່ງທັງຫລາຍ ບໍ່ວ່າຈະເປັນການພັດທະນາຊິບຂອງ AMD ທີ່ນັບມື້ນັບແຮງຂຶ້ນ ກິນຂາດທຸກການທົດສອບ ທັງຕະຫລາດ Consumer ແລະຕະຫລາດອົງກອນ, ໃນດ້ານເທັກໂນໂລຍີຊິບ ARM ກໍມີເທັກໂນໂລຍີທີ່ພັດທະນາດີຂຶ້ນເລື້ອຍໆ ເຮັດໃຫ້ຊິບຈາກ TSMC ແລະ Samsung ມີປະສິດຕິພາບແຮງຂຶ້ນເລື້ອຍໆ ແລະໃນອະນາຄົດອາດມາທົດແທນ X86 ຂອງ Intel ໄດ້. ຄວາມຫນ້າກັງວົນຍັງບໍ່ຫມົດເທົ່ານັ້ນ ເພາະຫລັງຈາກ Apple ວາງຂາຍ Mac ຮຸ່ນໃຫມ່ທີ່ມາພ້ອມຊິບ Apple M1 ແລ້ວນັ້ນ ຜົນທົດສອບຫລາຍໆດ້ານ ເຫັນວ່າ M1 ມີປະສິດຕິພາບການເຮັດວຽກໄດ້ສູສີກັບຊິບ Intel ທີ່ເຄີຍໃຊ້ໃນ Mac ຮຸ່ນຜ່ານໆມາ ແລະອາດແຮງກວ່າດ້ວຍຊ້ຳໃນອະນາຄົດ ຍິ່ງເຮັດໃຫ້ Intel ກຳລັງຈະກາຍເປັນຍັກໃຫຍ່ທີ່ລົ້ມອີກເຈົ້າ.

ຕ້ອງມາຕິດຕາມກັນຕໍ່ໄປວ່າການລົ້ມຂອງຍັກໃຫຍ່ຢ່າງ Intel ໃນຄັ້ງນີ້ ຈະລຸກຂຶ້ນມາໄດ້ຫລືບໍ່ ຫລືຈະລົ້ມໄປເລີຍແບບ Kodak ແລະ Nokia.