Cat & Jack ແບຣນເສື້ອຜ້າເດັກ ຮັບສົ່ງຄືນສິນຄ້າທີ່ຊື້ພາຍໃນ 1 ປີ ແລະ ຄືນເງິນໃຫ້ແກ່ລູກຄ້າ ເມື່ອສິນຄ້ານັ້ນບໍ່ສາມາດໃສ່ໄດ້ອີກຕໍ່ໄປ


ພໍ່ແມ່ທ່ານໃດເຄີຍປະສົບບັນຫາເຫຼົ່ານີ້ບໍ່, ເມື່ອຊື້ເຄື່ອງໃຫ້ລູກໆໃສ່ພາຍໃນເວລາບໍ່ເທົ່າໃດ ເສື້ອຜ້າກໍບໍ່ສາມາດໃສ່ໄດ້ອີກ ເນື່ອງຈາກເດັກນ້ອຍມີການຈະເລີນເຕີບໃຫຍ່ທາງຮ່າງກາຍຢ່າງວ່ອງໄວ ແລະ ເຮັດໃຫ້ຕ້ອງໄດ້ເສຍຄ່າໃຊ້ຈ່າຍໃນການຊື້ເສື້ອຜ້າໃໝ່ເປັນປະຈຳ.

ເມື່ອບໍ່ດົນມານີ້ ທາງແບຣນເສື້ອຜ້າ Cat & Jack ທີ່ວາງຂາຍໃນສູນການຄ້າ Target, ກໍເຫັນເຖິງບັນຫາດັ່ງກ່າວ ດ້ວຍການ ເປີດຮັບສົ່ງຄືນເສື້ອຜ້າຈາກລູກຄ້າທີ່ເຄີຍຊື້ກັບທາງແບຣນ ບໍ່ເກີນໄລຍະເວລາ 1 ປີ ແລະ ໄດ້ຮັບເງິນຄືນໃນລາຄາຕາມໃບບິນທີ່ເຄີຍຊື້ໄປ ເຊິ່ງເປັນໄລຍະການເປີດຮັບທີ່ດົນຂຶ້ນກວ່າເກົ່າ ເມື່ອທຽບກັບມາດຕະການສົ່ງຄືນພາຍໃນ 90 ມື້ຂອງທາງຮ້ານ Target.

ຕາບໃດທີ່ເສື້ອຜ້າດັ່ງກ່າວຍັງຢູ່ໄລຍະການຊື້ບໍ່ເກີນ1 ປີ ກໍຍັງສາມາດສົ່ງຄືນໄດ້ ເຖິງແມ່ນວ່າ ເສື້ອຜ້າເຫຼົ່ານັ້ນຈະຖືກສວມໃສ່ແລ້ວ, ບໍ່ຢາກໃສ່ແລ້ວ, ມີການຈີກຂາດ ແລະ ມີຮອຍເປື້ອນ ກໍສາມາດສົ່ງຄືນໄດ້ເຊັ່ນດຽວກັນ. ການສົ່ງຄືນກໍແມ່ນໃຫ້ທ່ານນຳເສື້ອຜ້າມາພ້ອມໃບບິນທີ່ເຄີຍຊື້ໄປ, ຫາກວ່າທ່ານໃດເຮັດໃບບິນເສຍ ກໍຍັງສາມາດສົ່ງຄືນໄດ້, ແຕ່ມູນຄ່າທັງໝົດແມ່ນຈໍາກັດບໍ່ເກີນ 100 ໂດລາ, ສ່ວນຜູ້ທີ່ມີບັດສະມາຊິກ ແມ່ນບໍ່ຈຳເປັນໃຊ້ໃບບິນຢັ້ງຢືນກໍໄດ້.

ໂດຍກະແສການສົ່ງຄືນເສື້ອຜ້າ ກໍໄດ້ເປັນທີ່ໂດ່ງດັງຈາກຜູ້ໃຊ້ຕິກຕັອກຊື່ Jazmine Valdivia ທີ່ໄດ້ໂພສວິດີໂອເຄື່ອງຂອງລູກ 3 ຄົນທີ່ຕົນໄດ້ມີການສົ່ງຄືນກັບທາງຮ້ານ, ຜົນປາກົດວ່າເງິນທີ່ລາວໄດ້ຮັບຄືນ ແມ່ນຫຼາຍເຖິງ 537.80 ໂດລາ ແລະ ເຮັດໃຫ້ຄລິບວິດີໂອນີ້ມີຄົນເຂົ້າເບິ່ງເຖິງ 1 ລ້ານ 2 ແສນ ວິວ.

ກົນລະຍຸດການຄືນສິນຄ້ານີ້ ຖືເປັນການເພີ່ມຈໍານວນຍອດຂາຍໃຫ້ກັບທາງຮ້ານໄດ້ຫຼາຍ, ເພາະສ່ວນໃຫຍ່ລູກຄ້າແມ່ນສົ່ງຄືນສິນຄ້າ ແລະ ຊື້ຊຸດໃໝ່ຫຼາຍຂຶ້ນ, ຫຼື ແລກເງິນເພື່ອໄປຊື້ສິນຄ້າອື່ນໆເຊັ່ນ ອຸປະກອນສິລະປະ ແລະ ສິນຄ້າທົ່ວໄປທີ່ມີພາຍໃນສູນການຄ້າ.

ແຫຼ່ງຂໍ້ມູນຈາກ:

businessinsider.com/target-one-year-

businessinsider.com/parents-are-returning

rather-be-shopping

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/