BRICS ກຳລັງແນມຫາລະບົບການຊຳລະເງິນໃໝ່ລະຫວ່າງປະເທດ ເພື່ອຫຼີກເວັ້ນການໃຊ້ເງິນໂດລາ ແລະ SWIFT


ສຳນັກງານຂ່າວ TASS ຈາກຣັດເຊຍໄດ້ມີການລາຍງານວ່າ ພັນທະມິດທາງເສດຖະກິດລະດັບໂລກທີ່ຮູ້ຈັກການໃນນາມ BRICS ກຽມທີ່ຈະເປີດຕົວລະບົບການຊຳລະເງິນລະດັບໂລກທີ່ອາດຈະເໜືອກວ່າລະບົບໂອນເງິນຂອງ SWIFT

ລັດຖະມົນຕີການຄັງຂອງ BRICS ກຳລັງແນມຫາເຄືອຂ່າຍການຊຳລະເງິນແບບຄົບວົງຈອນ ແລະ ຈະຫາລືກ່ຽວກັບຄວາມສາມາດຂອງມັນຢ່າງເປັນທາງການໃນການປະຊູມ BRICS ທີ່ຈະຈັດຂຶ້ນໃນປີໜ້າ

Anton Siluanov ລັດຖະມົນຕີການຄັງຂອງຣັດເຊຍກ່າວວ່າ ເຄືອຂ່າຍນີ້ຈະຊ່ວຍສົ່ງເສີມໃຫ້ມີອິດສະຫຼະໃນການສ້າງລະບົບສົ່ງຂໍ້ຄວາມທາງດ້ານການເງິນ

“ພວກເຮົາພະຍາຍາມສະເໜີລະບົບສົ່ງຂໍ້ຄວາມທາງການເງິນຂອງພວກເຮົາຄື SPFS, ໂດຍທາງຈີນເອງກໍມີລະບົບກໍມີລະບົບຂອງພວກເຂົາ ແລະ ປະເທດອື່ນໆໃນກຸ່ມ BRICS ກໍມີລະບົບຂອງພວກເຂົາເອງເຊັ່ນກັນ” ແລະນີ້ຄືສາເຫດທີ່ວ່າໜ່ວຍງານທາງດ້ານການເງິນ ແລະ ໜ່ວຍງານທາງການຂອງປະເທດສະມາຊິກ BRICS ຈຳເປັນຈະຕ້ອງໄດ້ຫາລືກ່ຽວກັບປະເດັນນີ້

ຂ່າວດັ່ງກ່າວໄດ້ເກີດຂຶ້ນຫຼັງຈາກ BRICS ໄດ້ຕັດສິນໃຈຢ່າງເປັນທາງການວ່າຈະເພີ່ມ Saudi Arabia, Iran, Ethiopia, Egypt, Argentina ແລະ United Arab Emirates ເຂົ້າໄປໃນກຸ່ມ.

ເມື່ອຖືກນັກຂ່າວຖາມວ່າ ຣັດເຊຍນັ້ນມີມຸມມອງຕໍ່ສັກກະຍະພາບຂອງ BRICS ເປັນແນວໃດ? Siluanov ກໍຕອບວ່າ “ກຸ່ມພັນທະມິດນີ້ມີຄວາມຕັ້ງໃຈທີ່ຈະລົບລ້າງຄວາມສຳພັນທັງໝົດນັບຕັ້ງແຕ່ຕາເວັນຕົກໄປຈົນເຖິງຕະເວັນອອກສຽງໃຕ້ ແລະ ໃນຕອນນີ້ກໍກຳລັງດຳເນີນການຢູ່ ແລະ ກໍຈະຄົງຢູ່ຕໍ່ໄປ”

SWIFT ແມ່ນລະບົບການຊຳລະເງິນ ຫຼື ລະບົບການໂອນເງິນຂອງທະນາຄານທົ່ວໂລກ ແລະ ຖືກໃຊ້ໂດຍທະນາຄານເພື່ອສົ່ງ ແລະ ຮັບຂໍ້ຄວາມທີ່ກ່ຽວຂ້ອງກັບເງິນໄດ້ຢ່າງປອດໄພ. ໂດຍອົງການຈັດຕັ້ງນີ້ແມ່ນສະຫະກອນທີ່ມີທະນາຄານເປັນເຈົ້າຂອງ ແລະ ໄດ້ສັ່ງແບນທະນາຄານຣັດເຊຍຫຼາຍແຫ່ງຕາມຄໍາສັ່ງຂອງ EU ໃນເດືອນມີນາ 2022.

ໃນເດືອນສິງຫາຂອງປີ 2022, Enoch Godongwana ລັດຖະມົນຕີການຄັງຂອງອາຟຣິກາໃຕ້ກ່າວວ່າ ລະບົບການຊຳລະເງິນຂອງ BRICS ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງດ້ານການຄ້າໃນສະກຸນເງິນຂອງແຕ່ລະປະເທດ ເມື່ອທຽບໃສ່ກັບສະກຸນເງິນໂດລາ. ແຕ່ການດຳເນີນການດັ່ງກ່າວຖືວ່າເປັນເລື່ອງທີ່ຍາກ ແລະ ລະບົບການເງິນແບບໃໝ່ຈະບໍ່ໄດ້ອອກແບບມາເພື່ອສູ້ກັບ SWIFT ໂດຍກົງ.

ທີ່ມາ:

dailyhodl

tass

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/