BLACKPINK ໄດ້ຮັບພະຣາຊະທານຫຼຽນກຽດຕິຍົດ ຈາກຄິງຊາລ ທີ 3


ເຮັດເອົາແຟນໆດີໃຈກັນທົ່ວບ້ານທົ່ວເມືອງ ເມື່ອ 4 ສາວ  BLACKPINK ມາກັນແບບພ້ອມໜ້າພ້ອມຕາ ເຊິ່ງຫຼັງໆມາແຟນຄລັບແບບເຮົາຈະບໍ່ຄ່ອຍເຫັນອອກງານພ້ອມກັນພໍເທົ່າໃດ ແຕ່ຫຼ້າສຸດທາງ 4 ສາວ ໄດ້ປາກົດຕົວໃນງານລ້ຽງທີ່ພະຣາຊະວັງ Buckingham ນັ້ນເອງ.

ເຊິ່ງໃນງານດັ່ງກ່າວ ຄິງຊາລ ທີ 3 ໄດ້ພະຣາຊະທານເຄື່ອງອິສະຣິຍາພອນຈັກກະວັດ British ຊັ້ນ MBE ຫຼື Member of the Most Excellent Order of the British Empire ໃຫ້ແກ່ 4 ສາວວົງ  BLACKPINK ພ້ອມຍັງໄດ້ຮ່ວມຖ່າຍພາບກັບ ຄິງຊາລ ທີ 3 ອີກດ້ວຍ.

ນອກຈາກນີ້ ທັງ 4 ສາວຍັງໄດ້ຮັບພະຣາຊະທານຫຼຽນກຽດຕິຍົດ ເພື່ອຍົກຍ້ອງບົດບາດໃນຖານະຜູ້ສະໜັບສະໜູນດ້ານສິ່ງແວດລ້ອມ ໃນລະຫວ່າງທີ່ສະກັອດແລນ ເປັນເຈົ້າພາບການປະຊຸມສຸດຍອດ COP26 ເມື່ອປີ 2021 ເຊິ່ງຫຼຽນກຽດຕິຍົດຊັ້ນ MBE ຈະມອບໃຫ້ບຸກຕົນທີ່ມີສ່ວນຮ່ວມກັບສິລະປະ ແລະ ວິທະຍາສາດ ທີ່ປະສົບຄວາມສຳເລັດໃນລະດັບຊາດ ໄດ້ເຮັດວຽກຮ່ວມກັບອົງກອນການກຸສົນ ຫຼື ເຮັດປະໂຫຍດໃຫ້ສະຫະຣາຊະອານາຈັກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/