BLACKPINK ຈະກັບມາທວງບັນລັງ! ຫຼັງປ່ອຍ Teaser “BORN PINK” ພ້ອມປະກາດ Comeback ຢ່າງເປັນທາງການແລ້ວ ໃນເດືອນສິງຫານີ້

BLACKPINK

ເອີ້ນໄດ້ວ່າຄົນທີ່ເປັນແຟນຄລັບວົງ K-Pop ລະດັບໂລກຢ່າງ BACKPINK ຕ້ອງມີນ້ຳຕາໄຫຼອອກແລ້ວຢ່າງແນ່ນອນ ເພາະຫຼ້າສຸດນີ້ທາງເພຈ Official ຂອງ BACKPINK ໄດ້ເຮັດການປ່ອຍວິດີໂອທີເຊີ ທີ່ມີຊື່ວ່າ “BORN PINK” ເຊິ່ງໃນຕົວວິດີໂອດັ່ງກ່າວແມ່ນມີໄລຍະເວລາພຽງ 30 ວິນາທີເທົ່ານັ້ນ ແລະເກືອບບໍ່ໄດ້ສະແດງຫຍັງໃຫ້ເຮົາເຫັນເລີຍ ນອກຈາກຈະມີວັດຖຸທີ່ຄ້າຍກັບຂອງແຫຼມໆ ສີບົວເຄື່ອນໄຫວໄປມາ ພ້ອມມີຢົດນ້ຳໄຫຼອອກມາຈາກສິ່ງນັ້ນ ແລ້ວຕົກລົງໄປໃສ່ພື້ນກ່ອນຈະກາຍເປັນຝຸ່ນສີບົວລອຍກະຈາຍໄປທົ່ວ ແລະໃນທີ່ສຸດກໍສະແດງໃຫ້ເຫັນຂໍ້ຄວາມທີ່ບອກໃຫ້ທຸກຄົນຮູ້ວ່າ BLACKPINK ຈະ Comeback ໃນເດືອນສິງຫານີ້ ໂດຍຈະແມ່ນການປ່ອຍ Pre-Release Single ເທົ່ານັ້ນ ສ່ວນອາລະບ້ຳເຕັມແມ່ນຈະຖືກປ່ອຍມາໃນເດືອນກັນຍານີ້ ແລະ ເດືອນຕຸລາຈະເປັນການເຮັດທົວຄອນເສີດແບບຈັດເຕັມ.

BLACKPINK

ຢ່າງໃດກໍດີເຖິິງຈະຫ່າງຈາກການເຮັດເພງແບບເຕັມວົງໄປກວ່າ 2 ປີ ແຕ່ຫຼ້າສຸດນີ້ (29 ກໍລະກົດ 2022) BLACKPINK ກໍໄດ້ປ່ອຍເພງໃໝ່ທີ່ມີຊື່ວ່າ Ready for Love ທີ່ເປັນການຮ່ວມມືກັບເກມແນວ RPG ສຸດດັງຢ່າງ PUBG Mobile ມາໃຫ້ແຟນໆ ໄດ້ເຊົາຄິດຮອດ ກ່ອນຈະໄປຟັງເພງໃໝ່ທີ່ຈະມາຮອດໃນໄວໆ ນີ້ ແລະໃນຂະນະນີ້ເພງ Ready for Love ທີ່ປ່ອຍອອກມາໄດ້ໃນໄລຍະ 3 ມື້ກໍມີຍອດຮັບຊົມເກືອບ 30 ລ້ານວິວແລ້ວ.

BLACKPINK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply