“BLACKPINK” ກາຍເປັນ K-pop ວົງທຳອິດ ແລະ ວົງດຽວ ທີ່ຕິດ 1 ໃນ 25 ສຸດຍອດ Music Video ໂດຍ Billboard


ວັນທີ 11 ທັນວາທີ່ຜ່ານມາ, Billboard ໄດ້ປະກາດ 25 ມິວສິກວີດີໂອດີເດັ່ນແຫ່ງປີ 2020 ໂດຍວີດີໂອ Dance Performance ເພງ “How You Like That” ຂອງ 4 ສາວ BLACKPINK ຕິດ 1 ໃນ 25 ມິວສິກວີດີໂອທີ່ດີທີ່ສຸດໃນອັນດັບທີ 20 ປັດຈຸບັນມີຍອດຜູ້ຊົມເທິງ YouTube ຫຼາຍກວ່າ 474 ລ້ານວິວ.

ເຮັດໃຫ້ 4 ສາວ BLACKPINK ກາຍເປັນສີລະປິນຈາກເກົາຫຼີ ໃຕ້ວົງທຳອິດ ແລະ ວົງດຽວ ທີ່ສາມາດຕິດອັນດັບມິວສິກວີດີໂອທີ່ດີທີ່ສຸດປີ 2020 ຂອງ Billboard.

ເຊິ່ງວີດີໂອນີ້ເປັນວີດີໂອທີ່ແຕກຕ່າງຈາກມິວສິກວີດີໂອປົກກະຕິຂອງ BLACKPINK ໂດຍທີ່ຈະເນັ້ນໄປທີ່ການເຄື່ອນໄຫວ ແລະ ການເຕັ້ນຫຼາຍກວ່າ ຂະນະທີ່ຊຸດທີ່ໃຊ້ໃນວີດີໂອຈະເນັ້ນໄປແນວ Sport Girls ໂທນສີດຳເຊິ່ງຕັດກັບສີສາກທີ່ເປັນສີບົວ.

ສຳລັບເພງ “How You Like That” ຂອງ 4 ສາວ BLACKPINK ຫາກໍໄດ້ຮັບລາງວັນ Best Performance (Female Group) ຈາກງານ 2020 MAMA  ແລະ Best Dance (Female) ຈາກ Melon Music Awards 2020 ລວມໄປເຖິງຍັງສົ່ງ 2 ເພງຕິດອັນດັບເພງທີ່ດີທີ່ສຸດ ແລະ ອາລະບຳ້ທີ່ດີທີ່ສຸດໃຫ້ໃນການຈັດອັນດັບປີ 2020 ຂອງ Billboard ອີກດ້ວຍ.

ທີ່ມາ: https://web.facebook.com/workpointTODAY/photos/a.153956988306921/1490637981305475/