Bitcoin ມູນຄ່າ 288 ລ້ານໂດລາໄຫຼອອກຈາກກະດານເທຣດ Binance, ຫຼັງຈາກທີ່ CZ ຮັບສາລະພາບຜິດໃນຂໍ້ຫາຟອກເງິນ


ໃນປັດຈຸບັນ Binance ກຳລັງປະສົບກັບບັນຫາການໄຫຼອອກຂອງ Bitcoin ຢ່າງຮຸນແຮງ, ຫຼັງຈາກທີ່ Bitcoin ຈຳນວນ 8,000 BTC (ມູນຄ່າປະມານ 288 ລ້ານໂດລາ) ໄຫຼອອກຈາກກະດານເທຣດ, ພາຍຫຼັງທີ່ Changpeng Zhao ອະດີດ CEO ຂອງ Binance ຍອມຮັບສາລະພາບຜິດໃນຂໍ້ຫາຟອກເງິນທີ່ຖືກຟ້ອງຮ້ອງຈາກລັດຖະບານກາງຂອງສະຫະລັດ.

ໂດຍເຫດການດັ່ງກ່າວທີ່ເກີດຂຶ້ນໄດ້ສ້າງຄວາມຕົກໃຈໃຫ້ກັບອຸດສາຫະກຳ Crypto . ເພາະເມື່ອເຮົາພິຈະລານາເຖິງຊື່ສຽງ ແລະ ຄວາມໜ້າເຊື່ອຖືຂອງ Binance ແລ້ວ, ການທີ່ມີສະກຸນເງິນດິຈິຕອນຈຳນວນຫຼາຍ ໂດຍສະເພາະແມ່ນ Bitcoin ທີ່ໄດ້ໄຫຼອອກນັ້ນສະແດງໃຫ້ເຫັນເຖິງຄວາມອ່ອນໄຫວຂອງຕະຫຼາດ.

ອີງຕາມຂໍ້ມູນຈາກ Glassnode ແພລັດຟອມລາຍງານ Blockchain ໄດ້ເຜີຍໃຫ້ເຫັນບັນດານັກລົງທຶນແຫ່ເຂົ້າໄປຖອນ Bitcoin ອອກຈາກເວັບເທຣດເປັນຈຳນວນຫຼາຍ ຫຼັງຈາກທີ່ຂ່າວຂອງ CZ ໄດ້ມີການປະກາດອອກໄປ.

ທັງນີ້ເຖິງແມ່ນວ່າຈະມີຫຼຽນຖືກຖອນອອກເປັນຈຳນວນຫຼາຍ, ແຕ່ກໍບໍ່ໄດ້ເຮັດໃຫ້ລາຄາຂອງ Bitcoin ຫຼຸດລົງຫຼາຍ. ໂດຍຫຼ້າສຸດ Bitcoin ກໍໄດ້ມີການດີດຕົວຂຶ້ນມາເໜືອລະດັບ 37,000 ໂດລາ ແລະ ໄດ້ມີການຊື້ຂາຍກັນຢູ່ທີ່ 37,310 ໂດລາ.

ທີ່ມາ:

cryptoslate

cryptoslate2

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/