Binance.US ເຊິ່ງເປັນບໍລິສັດໃນເຄືອຂອງ Binance ໄດ້ປະກາດວ່າ ຜູ້ໃຊ້ຈະບໍ່ສາມາດຖອນເງິນໂດລາໂດຍກົງຜ່ານແພລັດຟອມໄດ້ອີກຕໍ່ໄປ, ຫຼັງຈາກທີ່ກະດານເທຣດໄດ້ມີການອັບເດດຂໍ້ກຳນົດການໃຊ້ງານເມື່ອວັນຈັນທີ່ຜ່ານມາ.
“ໂດຍໃນກໍລະນີທີ່ລູກຄ້າຕ້ອງການຖອນເງິນໂດລາສະຫະລັດຈາກບັນຊີ, ພວກເຂົາສາມາດເຮັດໄດ້ໂດຍການປ່ຽນເງິນໂດລາສະຫະລັດໄປເປັນ Stablecoin ຫຼື ຊັບສິນດິຈິຕອນອື່ນໆ, ເຊິ່ງຈະສາມາດຖອນໄດ້ໃນພາຍຫຼັງ”
ໃນເດືອນມິຖຸນາທີ່ຜ່ານມາ, ທາງບໍລິສັດໄດ້ລະງັບການເງິນຝາກເງິນໂດລາ ໂດຍກ່າວວ່າຄະນະກໍາມະການຫຼັກຊັບ ແລະ ຕະຫຼາດຫຼັກຊັບສະຫະລັດ (SEC) ຕ້ອງການທີ່ຈະຢຸດອຸດສາຫະກໍາ crypto ພາຍໃນປະເທດໂດຍຜ່ານກົນລະຍຸດທີ່ຮຸກຮານ. ນີ້ສົ່ງຜົນໃຫ້ທະນາຄານທີ່ເປັນຄູ່ຮ່ວມງານເກີດຄວາມບໍ່ເຕັມໃຈທີ່ຈະໃຫ້ບໍລິການອີກ.
ຢ່າງໃດກໍຕາມ, Binance.US ໄດ້ເຕືອນລູກຄ້າວ່າ ຄູ່ຮ່ວມງານທະນາຄານຂອງຕົນກໍາລັງກະກຽມທີ່ຈະລະງັບການຖອນເງິນໂດລາຊົ່ວຄາວພາຍໃນເດືອນມິຖຸນາ 13.
SEC ໄດ້ຍື່ນຟ້ອງຕໍ່ Binance.US ແລະ CEO ຄື Changpeng “CZ” Zhao, ໃນວັນທີ 5 ເດືອນມິຖຸນາ. ໃນຂໍ້ກ່າວຫາວ່າ ໄດ້ມີການດຳເນີນງານໃນແພລັດຟອມທີ່ບໍ່ໄດ້ລົງທະບຽນ ແລະ ພາຍຫຼັງການຟ້ອງຮ້ອງໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍໃຫ້ກັບບໍລິສັດ Binance ຢ່າງຫຼວງຫຼາຍ. ໂດຍສະເພາະກັບທະນາຄານຄູ່ຮ່ວມງານ ໃນເດືອນແລ້ວນີ້, ບໍລິສັດໄດ້ສູນເສຍຄູ່ຮ່ວມງານການຊຳລະເງິນຢູໂຣຂອງຕົນໄປ. ເຊິ່ງໃນເວລານີ້, ກໍບໍ່ໄດ້ມີການປະກາດການທົດແທນແຕ່ຢ່າງໃດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/