Binance ໄດ້ຖອນໃບອະນຸຍາດໃນ Abu Dhabi ທ່າມກາງຄວາມເຂັ້ມງວດດ້ານກົດລະບຽບທີ່ເພີ່ມສູງຂຶ້ນ


ສຳນັກຂ່າວຕ່າງປະເທດໄດ້ມີການລາຍງານວ່າ: ໃນວັນທີ 7 ທັນວາທີ່ຜ່ານມາ, Binance ແພລັດຟອມເທຣດ Crypto ອັນດັບ 1 ຂອງໂລກໄດ້ຖອດຖອນໃບອະນຸຍາດດໍາເນີນທຸລະກິດ Crypto ໃນ Abu Dhabi, ເຊິ່ງນີ້ເປັນສັນຍານຫຼ້າສຸດທີ່ສະແດງໃຫ້ເຫັນວ່າ Binance ກໍາລັງປະເມີນໂຄງສ້າງລະດັບໂລກອີກຄັ້ງ ຍ້ອນຄວາມກົດດັນດ້ານກົດລະບຽບທີ່ເພີ່ມຂຶ້ນ.

ອີງຕາມການລາຍງານໄດ້ລະບຸວ່າ “ບໍລິສັດ BV Investment Management, ເຊິ່ງບໍລິສັດຍ່ອຍຂອງ Binance ​ໄດ້​ຖອນ​ໃບ​ສະ​ໝັກ​ຂອງ​ຕົນທີ່ຍື່ນຕໍ່​​ອົງ​ການ​ປະ​ຕິ​ບັດ​ທາງ​ດ້ານ​ການ​ເງິນ Abu Dhabi​ ໃນວັນພະຫັດທີ່ຜ່ານມາ”. ໂດຍຄໍາຮ້ອງຂໍໃບອະນຸຍາດດັ່ງກ່າວໄດ້ຖືກຍື່ນໃນປີກາຍນີ້ ແລະ ຖືກຖອນອອກໃນວັນທີ 7 ພະຈິກ, ເຊິ່ງເປັນການຂໍອະນຸຍາດໃຫ້ບໍລິສັດສາມາດຈັດການກອງທຶນລວມສຳລັບການລົງທຶນ.

ໂຄສົກຂອງ Binance ກ່າວວ່າ “ຫຼັງຈາກການປະເມີນຄວາມຕ້ອງການໃບອະນຸຍາດຈາກທົ່ວໂລກ, ພວກເຮົາໄດ້ຕັດສິນໃຈວ່າ ໃບສະໝັກນີ້ແມ່ນບໍ່ມີຄວາມຈໍາເປັນອີກແລ້ວ”

Changpeng Zhao, ຜູ້ກໍ່ຕັ້ງ Binance, ໄດ້ລາອອກຈາກຕໍາແໜ່ງ CEO ໃນເດືອນພະຈິກທີ່ຜ່ານມາ, ຫຼັງຈາກທີ່ໄດ້ສາລະພາບວ່າມີຄວາມຜິດໃນການສໍ້ໂກງ ໃນການລະເມີດກົດໝາຍຕ້ານການຟອກເງິນຂອງສະຫະລັດ, Binance ຕົກລົງທີ່ຈະຈ່າຍເງິນຫຼາຍກວ່າ 4.3 ຕື້ໂດລາເພື່ອແກ້ໄຂການສືບສວນຂອງສະຫະລັດທີ່ໃຊ້ເວລາຫຼາຍປີ.

ຢ່າງໃດກໍຕາມ, ໂຄສົກຂອງ Binance ກ່າວວ່າການຕັດສິນໃຈທີ່ຈະຖອນໃບອະນຸຍາດຂອງຕົນໃນ Abu Dhabi ໃນຄັ້ງນີ້ແມ່ບໍ່ກ່ຽວຂ້ອງກັບການແກ້ໄຂຂໍ້ຂັດແຍ້ງຂອງສະຫະລັດ.

ທີ່ມາ:

reuters

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/