Binance ປະກາດການເປີດຕົວ Launchpool ຄັ້ງທີ 51 ພ້ອມກັບຫຼຽນ “SAGA” ທີ່ສາມາດຟາມດ້ວຍ BNB ແລະ FDUSD


Binance ເວັບເທຣດທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດການເປີດຕົວ Launchpool ຄັ້ງທີ 51 ກັບໂທເຄັນ Saga (SAGA), ໂປໂຕຄອນ Layer-1 ທີ່ອະນຸຍາດໃຫ້ນັກພັດທະນາສ້າງ “Chainlets” ເຊິ່ງເປັນ chain ສະເພາະທາງທີ່ເຮັດວຽກແບບ parallelized.

ທັງນີ້, ນັກລົງທຶນຈະສາມາດຟາມຫຼຽນ SAGA ໄດ້ໂດຍການນຳເອົາຫຼຽນ BNB ແລະ FDUSD ໄປ stake ໃນໄລຍະເວລາ 4 ມື້, ໂດຍຈະເລີ່ມຕັ້ງແຕ່ມື້ນີ້ (ວັນທີ 5 ເມສາ) ເປັນຕົ້ນໄປຈົນຮອດວັນທີ 8 ເມສາ.

ໂດຍຫຼັງຈາກທີ່ສຳເລັດຂະບວນການ Stake ແລະ ຟາມໂທເຄັນແລ້ວ. ທາງ Binance ຈະດຳເນີນການເພີ່ມຫຼຽນ SAGA ເຂົ້າໃນລາຍຊື່ໃນວັນທີ 9 ເມສາ 2024 ແລະ ຈະດຳເນີນການຈັບຄູ່ຊື້ຂາຍຄື: SAGA/BTC, SAGA/ USDT, SAGA/BNB, SAGA/FDUSD ແລະ SAGA/TRY

ລາຍລະອຽດ SAGA

  • ຊື່ໂທເຄັນ: Saga (SAGA)
  • ອຸປະທານໂທເຄັນທັງໝົດ: 1,000,000,000 SAGA
  • ລາງວັນໂທເຄັນ Launchpool: 45,000,000 SAGA (4.5% ຂອງອຸປະທານໂທເຄັນທັງໝົດ)
  • ອຸປະທານການໝຸນວຽນເບື້ອງຕົ້ນ: 90,000,000 SAGA (9% ຂອງອຸປະທານໂທເຄັນທັງໝົດ)
  • ລາຍລະອຽດ Smart contract: Saga Security Chain
  • ເງື່ອນໄຂການ Staking: ຈໍາເປັນຕ້ອງໄດ້ຜ່ານ KYC.
  • Hard Cap ລາຍຊົ່ວໂມງສູງສຸດຕໍ່ຜູ້ໃຊ້
  • 37,500 SAGA ໃນຫຼຽນ BNB
  • 9,375 SAGA ໃນຫຼຽນ FDUSD
  • Pool ທີ່ຮອງຮັບ
  • Stake BNB: ຈະມອບຮາງວັນທັງໝົດ 36,000,000 SAGA, ກວມເອົາ 80% ຂອງຮາງວັນທັງໝົດ.
  • Stake FDUSD: ຈຈະມອບຮາງວັນທັງໝົດ 9,000,000 SAGA, ກວມເອົາ 20% ຂອງລາງວັນທັງໝົດ.

ທີ່ມາ:

binance

SAGA_BNB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/