ໃນຕອນນີ້ ຄົງບໍ່ມີໃຜບໍ່ຮູ້ຈັກ ຮູບເງົາ Barbie ເພາະຮູບເງົາເລື່ອງນີ້ກາຍເປັນມີມໃນໂລກອອນລາຍ ແລະ ທຸກຄົນຕ້ອງມາ Hi! Barbie ກັນຢ່າງແນ່ນອນ. ແຕ່ກະແສຂອງ Barbie ບໍ່ໄດ້ຢຸດທີ່ໂລກອອນລາຍພຽງເທົ່ານັ້ນ ແຕ່ໃນໂລກຄວາມເປັນຈິງຍັງສາມາດກວາດລາຍໄດ້ໄປຫຼວງຫຼາຍ.
ເມື່ອວັນພະຫັດ ທີ 20 ກໍລະກົດ 2023 ທີ່ຜ່ານມາ ຮູບເງົາເລື່ອງ Barbie ສາມາດກວາດລາຍໄດ້ຮອບພຣີວິວໃນສະຫະລັດອາເມຣິກາ ສູງຮອດ 22,3 ລ້ານໂດລາ ພ້ອມກັບກາຍເປັນຮູບເງົາທີ່ສາມາດກວາດລາຍໄດ້ໃນຮອບພຣີວິວສູງທີ່ສຸດໃນປີ 2023 ແລະ ສາມາດກວາດລາຍໄດ້ໃນມື້ທຳອິດທີ່ເຂົ້າສາຍໄປຮອດ 70,5 ລ້ານໂດລາໃນສະຫະລັດອາເມຣິກາ.

Variety ໄດ້ລາຍງານວ່າຮູບເງົາ Barbie ທີ່ກວາດລາຍໄດ້ຮອບພຣີວິວເຖິງ 22,3 ລ້ານໂດລາ ສົ່ງຜົນໃຫ້ຮູບເງົາເລື່ອງນີ້ ເປັນຮູບເງົາທີ່ເຮັດລາຍໄດ້ໃນຮອບພຣີວິວສູງທີ່ສຸດໃນປີ 2023 ແຊງໜ້າແຊ້ມເກົ່າແບບຂາດລອຍຢ່າງຮູບເງົາ Guardians of the Galaxy Vol. 3 ທີ່ເຮັດໄວ້ 17,5 ລ້ານໂດລາ ເປັນການເປີດຕົວທີ່ໜ້າເພິ່ງພໍໃຈຢ່າງຫຼວງຫຼາຍສຳລັບຮູບເງົາເລື່ອງນີ້.
ແນ່ນອນວ່າກະແສຂອງ Barbie ພາໃຫ້ຮູບເງົາສາມາດກວາດລາຍໄດ້ມື້ທຳອິດທີ່ເຂົ້າສາຍໃນອາເມຣິກາໄປຮອດ 70,5 ລ້ານໂດລາ ເຊິ່ງສູງກວ່າການຄາດການເອົາໄວ້ວ່າປະມານ 3 ມື້ຈຶ່ງຈະໄດ້ 60 ລ້ານ ດ້ວຍການເປີດຕົວມື້ທຳອິດມາດີຂະໜາດທີ່ວ່າຫຼາຍສຳນັກຄາດການເອົາໄວ້ວ່າ ຈາກຍອດການຈອງປີ້ທີ່ສູງເປັນປະຫວັດສາດ ອາດຈະສາມາດກວາດລາຍໄດ້ອາທິດທຳອິດໃນສະຫະລັດອາເມຣິກາ ດ້ວຍລາຍໄດ້ 155 ລ້ານໂດລາ ຈາກທຶນສ້າງຮູບເງົາປະມານ 145 ລ້ານໂດລາ.

ຮູບເງົາ Barbie ເປັນຜົນງານທີ່ດັດແປງມາຈາກຂອງຫຼິ້ນສຸດໂດ່ງດັງຈາກ Mattel ກາຍເປັນຮູບເງົາສະບັບຄົນສະແດງພ້ອມກັບການກັບກຳຄັ້ງທຳອີດຂອງ Greta Gerwig ແລະ ຜູ້ຂຽນບົດຢ່າງ Noah Baumbach ວ່າດ້ວຍເລື່ອງຂອງ Barbie ທີ່ອອກເດີນທາງຈາກດິນແດນ Barbieland ສູ່ໂລກຄວາມເປັນຈິງເພື່ອຄົ້ນຫາເປົ້າໝາຍຂອງຊີວິດ ສຳລັບໃນປະເທດລາວເຂົ້າໂຮງໃນວັນທີ 27 ກໍລະກົດ 2023.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/